2 ກໍາມະກອນກໍ່ເຫດລັກສາຍໄຟ ໄປບໍ່ລອດເຈົ້າໜ້າທີ່ຄຸມຕົວໄດ້ພ້ອມຂອງກາງ

384

ໃນສັງຄົມປັດຈຸບັນ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະຂີ້ລັກງັດແງະ ຍັງປະກົດເຫັນຫຼາຍ, ເຖິງແມ່ນວ່າເຈົ້າໜ້າທີ່ ຫຼື ພາກສ່ວນກ່ຽວຂ້ອງ ຈະເຂັ້ມງວດສຸມໃສ່ແກ້ໄຂບັນຫາດັ່ງກ່າວແຕ່ແນວໃດກໍ່ຍັງມີເຫດການເຫຼົ່ານັ້ນເກີດຂຶ້ນ, ດັ່ງຫຼ້າສຸດ ເຈົ້າໜ້າທີ່ສະຖານີຕໍາຫຼວດແກ້ໄຂເຫດສຸກເສີນ1191 ໄຊສົມບູນ ເມືອງໄຊທານີ ຈັບໂຈນກໍ່ເຫດລັກສາຍໄຟໄດ້ ພ້ອມຂອງກາງສາຍໄຟ 40ກິໂລກຼາມ.

ໃນຂະນະທີ່ເຈົ້າໜ້າທີ່ສະຖານີຕໍາຫຼວດແກ້ໄຂເຫດສຸກເສີນ 1191 ໄຊສົມບູນ ເມືອງໄຊທານີ ໄດ້ອອກກວດກາສາລະເວຕາມປົກກະຕິ ມາຮອດເຂດບ້ານທົ່ງມັ່ງເວລາ ປະມານ 23:00ໂມງ ຂອງວັນທີ 11 ກຸມພາ 2021 ໄດ້ພົບເຫັນເປົ້າໝາຍສົງໃສຈໍານວນ 2 ຄົນ.

ຜ່ານການກວດກາຈຶ່ງຮູ້ໄດ້ວ່າ ເປັນເປົ້າໝາຍລັກຊັບ ຈຶ່ງໄດ້ເຂົ້າກັກຕົວຄື: ທ້າວ ດົງ ອາຍຸ 33ປີ, ກຳມະກອນ ແລະ ທ້າວ ແຫຼ້ ອາຍຸ 27ປີ, ກຳມະກອນ ພ້ອມຂອງກາງປະເພດສາຍໄຟທອງທີ່ປອກແລ້ວຈຳນວນ 40 ກິໂລກຼາມ, ຈຶ່ງໄດ້ນຳຕົວຜູ້ກ່ຽວທັງສອງສົ່ງໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ດຳເນີນການສືບສວນ-ສອບສວນ ເພື່ອດຳເນີນຄະດີສົ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍທີ່ກຳນົດໄວ້.

ດັ່ງນັ້ນ, ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ພໍ່-ແມ່ປະຊາຊົນ, ຊາວຄ້າຂາຍທັງຊາວລາວ ແລະ ຊາວຕ່າງປະເທດ ຈົ່ງພ້ອມກັນປົກປັກຮັກສາຊັບສົມບັດຂອງຕົນເອງໄວ້ໃຫ້ດີບໍ່ໃຫ້ເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີອອກເຄື່ອນໄຫວລັກຊັບໄດ້ ແລະ ພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບເຫັນເຫດການທີ່ເຄື່ອນໄຫວບໍ່ຖືກຕ້ອງ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ ຢູ່ເຂດໃກ້ຄຽງ ຫຼື ສົ່ງມາທາງເບີແອັບວອດແອັບ 020 28899774 ຫຼື ສົ່ງມາທາງຂໍ້ຄວາມອິນບ໋ອກຂອງເພຈເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ສ່ວນຄະດີດັ່ງກ່າວ ພາຍຫຼັງທີ່ເຈົ້າໜ້າທີ່ດຳເນີນການສືບສວນ-ສອບສວນ ສຳເລັດແລ້ວລາຍລະອຽດຜົນການສືບສວນ-ສອບສວນ ຈະລາຍງານໃຫ້ຊາບຕື່ມອີກຕາມພາຍຫຼັງ.

ຂໍ້ມູນຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ