ປີ 2020 ຂະແໜງພາສີ ເກັບລາຍຮັບ ໄດ້ 92,28% ຂອງແຜນດັດແກ້

291

ການຈັດເກັບລາຍຮັບປີ 2020 ຂອງຂະແໜງພາສີ ປະຕິບັດໄດ້ 92,28% ຂອງແຜນດັດແກ້ ທ່າມກາງຄວາມຫຍຸ້ງຍາກຈາກສະພາບເສດຖະກິດຂອງໂລກມີການຜັນຜວນ, ການແຜ່ລະບາດຂອງພະຍາດໂຄວິດ – 19.

ກົມພາສີ ກະຊວງການເງິນ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2020 ແລະ ກໍານົດທິດທາງແຜນການ, ມາດຕະການ ປະຈໍາປີ 2021 ຂອງຂະແໜງພາສີໃນຂອບເຂດທົ່ວປະເທດ ຂຶ້ນລະ ຫວ່າງວັນທີ 9 – 10 ກຸມພາ 2021 ຜ່ານມາ ທີ່ຫ້ອງປະຊຸມສູນຝຶກອົບຮົມກົມພາສີ ໂດຍການເປັນປະທານຂອງ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ, ມີຄະນະກົມ, ຄະນະພະແນກ, ຫົວໜ້າກອງຄຸ້ມຄອງພາສີ, ຫົວໜ້າກອງກວດກາພາສີ, ຫົວໜ້າດ່ານພາສີສາກົນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ กลางแจ้ง

ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມໂດຍໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນປີຜ່ານມາ ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນຖອດຖອນໄດ້ ແລະ ສິ່ງທ້າທາຍການຈັດຕັ້ງປະຕິບັດເກັບລາຍຮັບຂອງຂະແໜງພາສີ, ກໍານົດທິດທາງແຜນການ ແລະ ມາດຕະການໃນຕໍ່ໜ້າ, ເວົ້າລວມເວົ້າສະເພາະຂະແໜງພາສີສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີ. ສຳລັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບປີ 2020 ຂອງຂະແໜງພາສີໃນທ່າມກາງສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກພໍສົມຄວນ ເປັນຕົ້ນ: ສະພາບເສດຖະກິດຂອງໂລກມີການຜັນຜວນປ່ຽນແປງເປັນແຕ່ລະໄລຍະ, ສະພາບການແຜ່ລະບາດພະຍາດໂຄວິດ – 19, ການປະຕິບັດນະໂຍບາຍຍົກເວັ້ນພາສີ – ອາກອນ ແລະ ພັນທະອື່ນໆ. ນອກຈາກນັ້ນ, ຕົວເລກແຜນລາຍຮັບທີ່ສະພາແຫ່ງຊາດ ກໍຄືກະຊວງການເງິນມອບໝາຍໃຫ້ເປັນຕົວເລກທີ່ສູງ ແລະ ມີຄວາມທ້າທາຍຕໍ່ຄວາມອາດສາມາດໃນການເກັບລາຍຮັບຕົວຈິງ.

อาจเป็นรูปภาพของ 1 คน

ໃນກອງປະຊຸມດັ່ງກ່າວ, ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ກົມພາສີ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2020, ກໍານົດທິດທາງແຜນການ ແລະ ມາດຕະການ ປະຈໍາປີ 2021 ໂດຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດແຜນລາຍຮັບ ແລະ ວຽກງານວິຊາສະເພາະຂອງຂະແໜງພາສີໃນປີ 2020 ເທົ່າກັບ 8.200 ຕື້ກີບ ເຊິ່ງເປັນຕົວເລກຄາດໝາຍທີ່ສູງ, ໃນຂະນະດຽວກັນສະພາບການແຜ່ລະບາດຂອງພະຍາດໂຄ ວິດ – 19, ການປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນຂອບອາຊຽນ – ຂອບຮ່ວມມືສາກົນຕ່າງໆ, ການຍົກເວັ້ນ, ງົດເກັບ, ຫຼຸດຜ່ອນອັດຕາພາສີຕາມນະໂຍບາຍສົ່ງເສີມການລົງທຶນ ສົ່ງຜົນກະທົບໂດຍກົງຕໍ່ການຈັດເກັບລາຍຮັບຕົວຈິງຂອງຂະແໜງພາສີ ແລະ ໃນ 6 ເດືອນທ້າຍປີສະພາແຫ່ງຊາດ ກໍຄືກະຊວງການເງິນ ໄດ້ຮັບຮອງໃນການດັດແກ້ແຜນລາຍຮັບຂະແໜງພາສີຈາກ 8.200 ຕື້ກີບ ເປັນ 7.039 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໝົດປີ ສາມາດເກັບລາຍຮັບໄດ້ທັງໝົດ 6.495 ຕື້ກີບ ເທົ່າກັບ 92,28% ຂອງແຜນການປີສົມທຽບໄລຍະດຽວຫຼຸດລົງ 2% ເທົ່າກັບ 394 ຕື້ກີບ.

อาจเป็นรูปภาพของ หนึ่งคนขึ้นไป และสถานที่ในร่ม

ເຖິງຢ່າງໃດກໍຕາມ, ຍ້ອນ ຄວາມເອົາໃຈໃສ່ຊີ້ນໍາ – ນໍາພາຂອງຄະນະພັກ, ຄະນະນໍາກະຊວງການເງິນ ເວົ້າລວມ, ເວົ້າສະເພາະຄະນະພັກ, ຄະນະນໍາກົມພາສີລົງໃກ້ຊິດຕິດແທດ, ສຸມໃສ່ຫັນປ່ຽນ, ປະຕິຮູບວຽກງານພາສີຮອບດ້ານໃຫ້ທັນກັບສະພາບການ, ເພີ່ມທະວີວຽກງານສືບສວນ – ສອບສວນ ແລະ ປາບປາມການລັກລອບໜີພາສີໃນການປາບປາມການຄ້າຂາຍເຖື່ອນທຸກຮູບແບບຢູ່ຕາມດ່ານພາສີຊາຍແດນ ແລະ ລຽບຊາຍແດນ, ຊອກທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບ, ພັດທະນານໍາໃຊ້ລະບົບເອເລັກໂຕຣນິກການຄຸ້ມຄອງເກັບລາຍຮັບ, ພ້ອມທັງສ້າງສິ່ງອໍານວຍຄວາມສະດວກໃນການນໍາເຂົ້າ – ສົ່ງອອກ, ຄຸ້ມຄອງການນໍາເຂົ້າວັດຖຸ, ອຸປະກອນ, ພາຫະນະ, ກົນຈັກ, ທີ່ນໍາເຂົ້າໃນລະບອບງົດ, ຍົກເວັ້ນ ແລະ ຫຼຸດຜ່ອນພາສີຂອງບັນດາໂຄງການລົງທຶນຕ່າງໆໃຫ້ນໍາໃຊ້ຖືກຕ້ອງຕາມເປົ້າໝາຍ.

[ ຂ່າວ: ກະຊວງການເງິນ ]