ພົນເອກ ຈັນສະໝອນ ຈັນຍາລາດ ລົງພົບປະໂອ້ລົມ ພະນັກງານ-ນັກຮົບ ອ້ອມຂ້າງ ແຂວງໄຊສົມບູນ

296

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະປະຈໍາການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ລົງພົບປະໂອ້ລົມ ພະນັກງານທະຫານ-ຕໍາຫຼວດ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງໃນຕອນເຊົ້າຂອງວັນທີ 11 ກຸມພາ 2021 ນີ້.


ມີທ່ານ ພົຕ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ, ການນໍາແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນ ຕໍາຫຼວດ ພ້ອມດ້ວຍພະນັກງານທະຫານ-ຕໍາຫຼວດຈາກກອງບັນຊາການທະຫານແຂວງ, ກອງພັນໃຫຍ່ 101 ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເຂົ້າຮ່ວມ.


ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເປັນກຽດໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພັນໃຫຍ່ 101 ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ຕໍ່ການຈັດຕັ້ງ, ພ້ອມທັງຍົກສູງສະຕິລະວັງຕົວຕໍ່ກົມອຸບາຍຫັນປ່ຽນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມກຽມພ້ອມຕໍ່ໜ້າທີ່ການເມືອງທີ່ຂັ້ນເທິງມອບ-ໝາຍ ໂດຍຈັດຕັ້ງປະຕິບັດວຽກງານໄປຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ສ້າງພື້ນຖານອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ແຂວງໄຊສົມບູນ ດ້ວຍການຫັນເອົາພະນັກງານລົງກໍ່ສ້າງຮາກຖານເມືອງ, ພັດທະນາຊົນນະບົດຮອບດ້ານ.

ພ້ອມທັງປຸກດົມບັນດາສະມາຊິກພັກ, ພະນັກງານພາຍໃນກົມກອງຂອງຕົນ ໃຫ້ໄປໃຊ້ສິດປ່ອນບັດເລືອກຜູ້ແທນໄດ້ຄົບຕາມຈໍານວນ ທັງນີ້ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງໄຊສົມບູນ ຊຸດ II ຢູ່ແຂວງໄຊສົມບູນໄດ້ດໍາເນີນໄປດ້ວຍຜົນສໍາເລັດຕາມລະດັບໝາຍ ແລະ ຮັບປະກັນຄວາມສະຫງົບປອດໄພຮ້ອຍສ່ວນຮ້ອຍ.


ພ້ອມດຽວກັນນັ້ນ ທ່ານ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ແລະ ການນໍາແຂວງ ໄດ້ລົງຕິດຕາມ-ຊຸກຍູ້ໜ່ວຍປ່ອນບັດບ້ານຜາສະຫງົບ ເມືອງອະນຸວົງ ພ້ອມທັງລົງກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງຮຽນທະຫານທ້ອງຖິ່ນ ແຂວງໄຊສົມບູນ ຕື່ມອີກ.

ຂ່າວ: ພາພອນ ນະວົງໄຊ