ຜູ້ສະໝັກ ສສຊເຂດເລືອກຕັ້ງທີ15 ແຂວງຈຳປາສັກ ພົບປະຜູ້ມີສິດປ່ອນບັດຢູ່ໂຮງຮຽນວຽງໄຊ

245

ໃນຕອນບ່າຍຂອງວັນທີ 11 ກຸມພາ 2021 ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກແຫ່ງຊາດ(ສສຊ)ຊຸດທີ 9 ປະຈຳເຂດເລືອກຕັ້ງທີ15 ແຂວງຈຳປາສັກ ແລະຜູ້ສະໝັກຮັບເລືອກຕັ້ງສະມາຊິກ ສະພາປະຊາຊົນແຂວງຊຸດທີ 2 ປະຈຳເມືອງບາຈຽງຈະເລີນສຸກ ໄດ້ພົບປະຜູ້ມີສິດປ່ອນບັດເລືອກຕັ້ງຢູ່ທີ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ.


ເຂົ້າຮ່ວມນຳພາຂະບວນຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງຈຳປາສັກ ໂດຍການຕ້ອນຮັບຂອງທ່ານ ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະພັກ,ຫົວຫນ້າການເມືອງໂຮງຮຽນວຽງໄຊ, ທ່ານ ພັນເອກ ເພັດສະໝອນ ວິິລະວອນ ຮອງເລຂາຄະນະພັກ,ຫົວໜ້າການທະຫານໂຮງຮຽນວຽງໄຊ,ພ້ອມດ້ວຍຜູ້ມີສິດປ່ອນບັດເລືອກຕັ້ງຊັ້ນຮ້ອຍເອກຂຶ້ນໄປເຂົ້າຮ່ວມ.


ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ )ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ຈໍານວນ 20 ທ່ານ ທີ່ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດໃນຄັ້ງນີ້ນໍາໂດຍ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຜູ້ສະໝັກ ສສຊ ນໍ້າເບີ 1 ຫົວໜ້າຄະນະ ແລະ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ,ຜູ້ສະໝັກ ສສຊ ນໍ້າເບີ 2 ຮອງຫົວໜ້າຄະນະ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ 2 ປະຈໍາເຂດເລືອກຕັ້ງເມືອງບາຈຽງຈະເລີນສຸກຈໍານວນ 5 ທ່ານ , ນໍາໂດຍທ່ານ ນາງ ທອງລ່ຽນ ສຸລະທາທອນ ຮອງເລຂາພັກເມືອງ ຜູ້ສະໝັກຮັບເລືອກຕັ້ງນໍ້າເບີ 1


ໂອກາດພົບປະ ຜູ້ມີສິດປ່ອນບັດໃນຄັ້ງນີ້ ຍັງໄດ້ຜ່ານຊີວະປະຫວັດຫຍໍ້ຂອງ ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນການໂຄສະນາຫາສຽງ,ທໍາຄວາມຮູ້ຈັກຮັກແພງກັບຜູ້ມີສິດປ່ອນບັດ ຈາກນີ້ຜູ້ສະໝັກຍັງໄດ້ປະຕິຍານວ່າ:ຖ້າຕົນເອງໄດ້ຮັບຄວາມໄວ້ວາງໃຈໄດ້ຮັບການເລືອກຕັ້ງເປັນ ສສຊ ແລະ ສສຂ ແລ້ວ ກໍຈະສືບຕໍ່ຕັ້ງໜ້າເຮັດໜ້າທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ.


ຂ່າວ: ເກດສະຫນາ ແກ້ວສຸວັນນະແສງ