ມາໃໝ່! ແຈ້ງລົງທະບຽນເລກບັດປະຈຳຕົວຜູ້ເສຍລາຍໄດ້ສ່ວນບຸກຄົນ

504

ທີ່ຜ່ານມາຜູ້ທີ່ມີລາຍໄດ້ຢູ່ ສປປ ລາວ ຍັງບໍ່ທັນໄດ້ເສຍອາກອນໃຫ້ລັດ ແຕ່ຫຼັງຈາກລົງທະບຽນແລ້ວທຸກຄົນຕ້ອງໄດ້ປະກອບສ່ວນເສຍພັນທະອາກອນແມ່ລັດຖະບານຕາມລະບຽບກົດໝາຍບໍ່ເວັ້ນແມ່ນແຕ່ແມ່ຄ້າອອນລາຍ, ຫຼືພະນັກງານທະຫານຕຳຫຼວດ, ພໍ່ແມ່ປະຊາຊົນຜູ້ທີ່ມີລາຍຮັບຢູ່ ສປປ ລາວ.

ເຊິ່ງກະຊວງການເງິນ ແຈ້ງການສະບັບເລກທີ 0831/ກງ ລົງວັນທີ 10 ກຸມພາ 2021 ເລື່ອງການລົງທະບຽນອອກເລກບັດປະຈຳຕົວຜູ້ເສຍອາກອນສຳລັບບຸກຄົນ. ທັ້ງນີ້ກໍ່ເພື່ອໃຫ້ສາມາດຄຸ້ມຄອງ ແລະຕິດຕາມບຸກຄົນທັງພາຍໃນ ແລະຕ່າງປະເທດທີ່ມີລາຍໄດ້ຢູ່ ສປປ ລາວໃນຂອບເຂດທົ່ວປະເທດເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ ແລະຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ, ກຳມະກອນ, ຊາວຜູ້ອອກແຮງງານ ແລະອື່ນໆ.

ທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດໄດ້ຮັບນະໂຍບາຍຕ່າງໆຕາມກົດໝາຍ ນອກນັ້ນຍັງເປັນການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ເຂົ້າໃນລະບົບທັງໝົດແນໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖຶກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເສດຖະກິດ-ສັງຄົມຂອງຊາດ.


ໂດຍອີງຕາມມາດຕາ6 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບເລກທີ67/ສພຊ ລົງວັນທີ 18 ມິຖຸນາ 2019, ກະຊວງການເງິນ ຈິ່ງແຈ້ງມາຍັງທ່ານທີ່ກ່າວມາຂ້າງເທິງ ເພື່ອມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນ. ສ່ວນກຳນົດເວລາໃນການລົງທະບຽນເລກປະຈຳຕົວຜູ້ເສຍອາກອນແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021 ເຊິ່ງປະກອບມີເອກະສານດັ່ງລຸ່ມນີ້:
– ບັດປະຈຳຕົວ ຫຼື ໜັງສືຜ່ານແດນທີ່ບໍ່ທັນໝົດອາຍຸນຳໃຊ້
– ປື້ມສຳມະໂນຄົວ
– ເບີໂທລະສັບທີ່ລົງທຽນຢັ້ງຢືນຕົວຕົນແລ້ວທຸກເລກໝາຍ
– ອາຊີບໃຫ້ລະບຸສະຖານທີ່ເຮັດວຽກ, ຕຳແໜ່ງຢ່າງຈະແຈ້ງ)
– ເລກບັນຊີທະນາຄານທຸກບັນຊີທີ່ມີ
– ບັດປະກັນສັງຄົມ
ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ສ່ວຍສາອາກອນປະຈຳເມືອງ, ນະຄອນ ກະກຽມພ້ອມທັງອຳນວຍຄວາມສະດວກໃຫ້ບຸກຄົນທັງພາຍໃນ ແລະຕ່າງປະເທດທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະປະຕິບັດຕໍ່ຜູ້ລະເມີດຕາມລະບຽບກົດໝາຍຢ່າງເຄັ່ງຄັດ.