ລັດຖະມົນຕີ ກວຕ ເນັ້ນໜັກຕໍ່ ຄະນະບັນນາທິການໜັງສືພິມວິທະຍາສາດ ແລະ ການພັດທະນາ ປັບປຸງແບບແຜນວິທິເຮັດວຽກໃຫ້ມີຄວາມສອດຄ່ອງ ນຳສະເໜີຂໍ້ມູນຂ່າວສານທີ່ຫຼາກຫຼາຍ

180

ໃນວັນທີ 11 ກຸມພາ 2021 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມວຽກງານໜັງສືພິມວິທະຍາສາດ ແລະ ການພັດທະນາ ປະຈຳປີ 2020 ແລະ ທິດທາງແຜນການປີ 2021.

ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກວຕ, ມີທ່ານຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ ພາຍໃນກະຊວງ, ຄະນະບັນນາທິການໜັງສືພິມຕ່າງໆ ພ້ອມດ້ວຍພະນັກງານ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການ ກວຕ ໄດ້ຂຶ້ນຜ່ານສະພາບລວມກ່ຽວກັບໜັງສືພິມ ວິທະຍາສາດ ແລະ ການພັດທະນາ ວ່າ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ ໄດ້ຮັບການສ້າງຕັ້ງ ແລະ ພິມເຜີຍແຜ່ສະບັບທໍາອິດ ໃນວັນທີ 2 ທັນວາ 2012 ອອກເປັນລາຍປັກ( 15 ວັນຕໍ່ສະບັບ) ພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງໃກ້ສິດຂອງ ຄະນະພັກ-ຄະນະນໍາ ກວຕ. ໂດຍອີງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ຈິ່ງໄດ້ປັບປ່ຽນຈາກ “ລາຍປັກ”ມາເປັນ “ລາຍສັບປະດາ” ( 7 ວັນຕໍ່ສະບັບ) ໃນປີ 2018 ເປັນຕົ້ນມາ ແລະ ໄດ້ແຈກຢາຍໃຫ້ບັນດາອົງການຈັດຕັ້ງ ພັກ-ລັດ ແລະ ທົ່ວສັງຄົມ ໂດຍບໍ່ເສຍຄ່າ.

ທ່ານ ບິນລີ້ ສີສຸລາດ ຮັກສາການຫົວໜ້າພະແນກຂ່າວສານ ແລະ ປະຊາສຳພັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຂຶ້ນຜ່ານບົດສະຫຼຸບວຽກງານ “ໜັງສືພິມ ວິທະຍາສາດ ແລະ ການພັດທະນາ” ປະຈຳປີ 2020 ແລະ ແຜນການທິດທາງໃນປີ 2021. ໃນໄລຍະ 1 ປີຜ່ານມາ ຄະນະໜັງສືພິມພວກເຮົາ ໄດ້ເອົາໃຈໃສ່ຄົ້ນຄວ້າບັນດາເນື້ອໃນຂໍ້ມູນຂ່າວສານ ໂດຍການຖືເອົາແນວທາງນະໂຍບາຍຂອງພັກ ກໍຄື ແຜນພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ກວຕ ວາງອອກ ເພື່ອຈັດຕັ້ງຜັນຂະຫຍາຍສູ່ການໂຄສະນາເຜີຍແຜ່ອອກເປັນເນື້ອໃນບົດຂ່າວ, ບົດຄວາມ, ບົດເຕັກນິກ-ວິທະຍາສາດ ແລະ ສາລະໜ້າຮູ້ຕ່າງໆ ເຊິ່ງປີຜ່ານມາ ໄດ້ເຜີຍແຜ່ທັງໝົດ 248 ຂ່າວ; ບົດຄວາມ ທາງດ້ານເຕັກໂນໂລຊີ 35 ບົດ; ຂ່າວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ (ຂ່າວຕ່າງປະເທດ) 153 ຂ່າວ; ຂ່າວວິທະຍາສາດ ແລະ ເຕັກໂນໂລຊີ ໃນຊີວິດປະຈໍາວັນ 102 ຂ່າວ. ພ້ອມດຽວກັນ, ກໍ່ຍັງໄດ້ເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊທ໌ຂອງ ກວຕ ໄດ້ທັງໝົດ 367 ຂ່າວ; ໄດ້ຄົ້ນຄວ້າ ແລະ ພັດທະນາເວັບໄຊທ໌ ຂອງໜັງສືພິມວິທະຍາສາດ ແລະ ການພັດທະນາ (enews.most.gov.la) ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ຫຼາກຫຼາຍ ແລະ ເຜີຍແຜ່ ຜ່ານເພຈ໌ຂ່າວໃນ Facebook ໄດ້ຈໍານວນທັງໝົດ 367 ຂ່າວ.


ນອກນັ້ນ, ທ່ານ ທ່ານ ບິນລີ້ ສີສຸລາດ ຍັງໄດ້ສະເໜີບາງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜ່ານທິດທາງໃນຕໍ່ໜ້າ ເພື່ອໃຫ້ປະທານກອງປະຊຸມມີທິດຊີ້ນຳ ແລະ ມີບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນສະແດງຄວາມຄິດເຫັນ ແລະ ຄຳສະເໜີເພື່ອໃຫ້ວຽກງານດັ່ງກ່າວສາມາດຈັດຕັ້ງປະຕິບັດໃຫ້ລຸລ່ວງໄດ້ໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະບັນນາທິການ ໜັງສືພິມ ວິທະຍາສາດ ແລະ ການພັດທະນາ ເອົາໃຈໃສ່ປັບປຸງຄະນະບັນນາທິການຄືນໃໝ່ໃຫ້ມີຄວາມແທດເໝາະກັບຕົວຈິງ, ປັບປຸງວຽກງານດ້ານບຸກຄະລາກອນເພື່ອໃຫ້ມີຄວາມເຂັ້ມແຂງກວ່າເກົ່າ, ປັບປຸງແບບແຜນວິທິເຮັດວຽກໃຫ້ມີຄວາມສອດຄ່ອງ, ເອົາໃຈໃສ່ປະສານງານກັບບັນດາພາກສ່ວນທີ່ກ່ຽວຂ້ອງສະໜອງຂໍ້ມູນທີ່ຫຼາກຫຼາຍປະກອບເຂົ້າໃນການຈັດທຳໜັງສືພິມ ແລະ ເປີດກວ້າງການຮ່ວມມືພາຍໃນ-ພາຍນອກໃຫ້ກວ້າງຂວາງຕື່ມອີກ.

ຂ່າວ: ສັນຕິ, ພາບ: ສຸກສະຫວັນ