ປກສ ນະຄອນໄກສອນ ພົມວິຫານ ຢຶດບັ້ງກະໂພກ ແລະດອກໄມ້ໄຟ ນຳເຂົ້າຜິດກົດໝາຍ

139

ໃນເວລາ 15 ໂມງຂອງວັນທີ 9 ກຸມພານີ້, ເຈົ້າໜ້າທີ່ ປກສ ກຸ່ມ 5 ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວປະຕິບັດວຽກງານວິຊາສະເພາະ ແລະ ໄດ້ພົບເຫັນລົດທີ່ກຳລັງເຄື່ອນຍ້າຍສິນຄ້າຜິດກົດໜາຍ ຢູ່ຂອບເຂດບ້ານໂພນຊາຍ ເຊິ່ງເປັນລົດຕູ້ຍີ່ຫໍ້ຮຸນໄດ ປ້າຍທະບຽນ ກກ 5090 ສະຫວັນນະເຂດ ຈຶ່ງໄດ້ສະກັດກັ້ນ ແລະໄດ້ປະສານຫາເຈົ້າທີ່ວິຊາສະເພາະໜ່ວຍງານສອບສວນຄະດີອາຍາ ປກສ ນະຄອນ.


ໃນຂະນະທີ່ເຈົ້າໜ້າທີ່ກຳລັງຕິດຕາມເຂົ້າສະກັດກັ້ນນັ້ນ, ໂຊເຟີ້ລົດຄັນດັ່ງກ່າວ ໄດ້ຈອດລົດແລ້ວເອົາຕົວລົບໜີ; ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວ ຊຶ່ງຜ່ານການກວດກາ-ກວດຄົ້ນແມ່ນພົບເຫັນພຽງທ້າວ ບຸນຫຼາຍ ກຳມະກອນຮັບຈ້າງຂົນສົ່ງ ພ້ອມດ້ວຍສິນຄ້າທີ່ຜິດກົດໜາຍ ກໍຄືບັ້ງກະໂພກ ຍີ່ຫໍ້ມິນິໄຮຄາສ ມີຈຳນວນ19 ແກັດ(1 ແກັດ ມີ 20 ແພັກ, 1 ແພັກມີ 36 ລູກ) ຢູ່ໃນລົດຄັນດັ່ງກ່າວ ຈຶ່ງໄດ້ທຳການຢຶດລົດ ແລະເຄື່ອງຂອງກາງ ເພຶ່ອທຳການສືບສວນ-ສອບສວນຂະຫຍາຍຜົນ.


ຜ່ານການສອບສວນທ້າວ ບຸນຫຼາຍ ອາຍຸ 26 ປີ ອາຊີບກຳມະກອນບ້ານສະໜາມໄຊ ນະຄອນ ໄກສອນ ພົມວິຫານ ໂດຍຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ໄດ້ຂົນສົ່ງເຄື່ອນຍ້າຍບັ້ງກະໂພກ ຈາກເຮືອນຂອງນາງ ນ້ອຍ ອາຍຸ 45 ປີ ອາຊີບຄ້າຂາຍບ້ານໂພນຊາຍ, ນະຄອນໄກສອນ ພົມວິຫານ ໄດ້ໜຶ່ງຖ້ຽວ ຊຶ່ງໄດ້ຂົນສົ່ງໄປໄວ້ເຮືອນອີກແຫ່ງໜຶ່ງ ຂຶ້ນກັບບ້ານນາເລົ່າ ນະຄອນ ໄກສອນ ພົມວິຫານ ແລະກຳລັງຂົນສົ່ງຖ້ຽວທີ່ສອງ ຈາກນັ້ນ ຈິ່ງຖືກເຈົ້າໜ້າທີ່ພົບເຫັນ ແລະສະກັດກັ້ນໄວ້ກ່ອນ.


ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄປກວດຄົ້ນເຄຫະສະຖານເຮືອນຂອງທ້າວ ລຳມອນ ເຊິ່ງຜ່ານການກວດຄົ້ນແມ່ນພົບເຫັນບັ້ງກະໂພກອີກ 12 ແກັດ ເທົ່າກັບ 240 ແພັກ ຊຶ່ງຢູ່ໃນຫ້ອງນອນຂອງນາງ ສອນ ອາຍຸ 29 ປີ ອາຊິບຄ້າຂາຍ ເຊິ່ງເປັນລູກສາວຂອງທ້າວ ລຳມອນ ແລະໄດ້ສືບຮູ້ວ່າ: ຕໍ່ກັບບັ້ງກະໂພກຈຳນວນດັ່ງກ່າວ ແມ່ນເປັນຂອງນາງ ສອນ.


ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນຳເອົາບັ້ງກະໂພກຈຳນວນດັ່ງກ່າວ ເຂົ້າມາເກັບຮັກສາໄວ້ຢູ່ກອງບັນຊາການ ປກສ ນະຄອນ. ເຄື່ອງຂອງກາງທີ່ກັກເຂົ້າມາໃນຄັ້ງນີ້ມີ ລົດຕູ້ຍີ່ຫໍ້ຮຸ່ນໄດ ຮຸ່ນສະຕາດເລັກ ສີປອດເງິນ ປ້າຍທະບຽບ5090 ສະຫວັນນະເຂດ ຊຶ່ງອອກຊື່ທ້າວ ມາລິພອນ ບ້ານດົງດຳດວນ ນະຄອນໄກສອນ ຜູ້ຂັບຂີ່ຕົວຈິງຊື່ທ້າວ ຕູ້ຍ ບ້ານສະພານເໜືອ ນະຄອນ ໄກສອນ ພົມວິຫານ ແລະບັ້ງກະໂພກຈຳນວນ 31 ແກັດ ເທົ່າກັບ 620 ແພັກ, ເທົ່າກັບ 23.004 ລູກ ມູນຄ່າທັງໜົດ 40 ລ້ານກວ່າກີບ. ເຄື່ອງຂອງກາງດັ່ງກ່າວນີ້, ທາງເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ຈະໄດ້ມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.