11 ກຸມພາ ອາກາດຍັງໜາວເຢັນ ບາງເຂດອຸນຫະພູມອາດລົງເຖິງ 6ອົງສາ

146

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈໍາວັນທີ 11 ກຸມພາ 2021 ວ່າອາກາດຍັງຈະໜາວເຢັນຢູ່ພາກເໜືອ ອຸນຫະພູມຢູ່ທີ່ 8-23 ອົງສາ, ຂະນະທີ່ແຂວງໄຊສົມບູນ ອາກາດຈະໜາວເຢັນ ຫາໜາວເຢັນຫຼາຍ ອຸນຫະພູມຢູ່ທີ່ 6-23 ອົງສາ.

ພາບປະກອບຂ່າວເທົ່ານັ້ນ

ພະຍາກອນອາກາດປະຈໍາວັນທີ 11 ກຸມພາ 2021 ມວນອາກາດໜາວເຢັນຍັງມີກໍາລັງປານກາງ ສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະດສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຍັງຈະເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.

ພາບປະກອບຂ່າວເທົ່ານັ້ນ

ພະຍາກອນອາກາດແຕ່ເວລາ 7:00ໂມງ ຂອງວັນທີ 11 ກຸມພາ 2021 ຫາ ເວລາ 7:00ໂມງ ຂອງວັນທີ 12 ກຸມພາ 2021 ມີດັ່ງນີ້:

ພາກເໜືອດ້ານຕາເວັນອອກ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ອຸນຫະພູມໃນລະຫວ່າງ 08-23 ອົງສາ.

ພາກເໜືອດ້ານຕາເວັນຕົກ(ແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ອຸນຫະພູມໃນລະຫວ່າງ 10-29 ອົງສາ.

ພາບປະກອບຂ່າວເທົ່ານັ້ນ

ນະຄອນຫຼວງວຽງຈັນ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມໃນລະຫວ່າງ 17-29 ອົງສາ.

ພາກກາງ(ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ) ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ອຸນຫະພູມໃນລະຫວ່າງ 14-28 ອົງສາ.

ແຂວງໄຊສົມບູນ ອາກາດໜາວເຢັນ ຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ອຸນຫະພູມໃນລະຫວ່າງ 6-23 ອົງສາ.

ພາກໃຕ້ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ອຸນຫະພູມໃນລະຫວ່າງ 15-32ອົງສາ.

ສໍາລັບເຂດພູພຽງ ບໍລະເວນ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ອຸນຫະພູມໃນລະຫວ່າງ 8-25ອົງສາ.