ໄປເບິ່ງທີ່ມາທີ່ໄປຂອງ ແກ້ວມະນີ ສູ່ບົດບາດເປັນກໍາມະການຕັດສິນຟີຟາ ຍິງລາວຄົນທໍາອິດ

318

ພາຍຫຼັງທີ່ ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດ 11 ກໍາມະການທີ່ເສັງຜ່ານກໍາມະການຟີຟາ ປະຈໍາປີ 2021 ເຊິ່ງໄດ້ສ້າງຄວາມຕື່ນເຕັ້ນ ແລະ ສ້າງປະຫວັດສາດໃຫ້ກັບວົງການບານເຕະລາວ ເມື່ອໃນນັ້ນມີແມ່ຍິງລາວຄົນທໍາອິດທີ່ເສັງຜ່ານກໍາມະການຟີຟາກໍຄື ນາງ ແກ້ວມະນີ ແພງເມືອງຄູນ ອາຍຸພຽງ 26 ປີ.

ແກ້ວມະນີ ໃຊ້ເວລາ 4 ປີໃນການຝຶກຊ້ອມ ແລະ ຮຽນການເປັນກໍາມະການຢ່າງໜັກ ກ່ອນຈະສາມາດກ້າວສູ່ບົດບາດການເປັນກໍາມະການຕັດສິນລະດັບ ຟີຟາ ໄດ້ສໍາເລັດໃນປີ 2021 ເຊິ່ງມື້ນີ້ ທີມຂ່າວເສດຖະກິດ-ການຄ້າ ໄດ້ມີໂອກາດສອບຖາມຂໍ້ມູນ ແລະ ນໍາເອົາຈຸດສໍາຄັນຂອງ ແກ້ວມະນີ ມາຝາກ.

ນາງ ແກ້ວມະນີ ແພງເມືອງຄູນ ເປີດເຜີຍວ່າ: ກ່ອນຈະໄດ້ມາເປັນ ກຳມະການ ແມ່ນຕ້ອງໄດ້ຜ່ານການຝືກອົບຮົມຂັ້ນພື້ນຖານ ແລະ ເລີ່ມຕັດສິນລີກຜູ້ຍິງ ຈາກນັ້ນຈິ່ງເຂົ້າຮ່ວມຝຶກອົບຮົມຍົກລະດັບ ເຂົ້າຮ່ວມຕັດສິນໃນ ລາວລີກ 2 ( ຜູ້ຊາຍ ) ແລະ ເລີ່ມຕັດສິນລີກຜູ້ຊາຍບໍ່ວ່າຈະເປັນການແຂ່ງຂັນບານເຕະ ຢູ 12, ຢູ 15, ຢູ 18, ລາວລີກ 2 ແລະ ຟຸດຊໍລີກ, ແນ່ນອນໃນການເປັນກຳມະການຮ່າງກາຍຕ້ອງພ້ອມ ແລະ ຟິດຮ່າງກາຍຢູ່ຕະຫຼອດ ໂດຍສະເພາະດ້ານພະລະກຳລັງ ແລະ ຮູ້ກະຕິກາ ໃນການລົງຕັດສິນທຸກໆນັດແມ່ນມີຄວາມສຳຄັນທີ່ສຸດ.

“ ສໍາລັບ ນ້ອງເລີ່ມເຂົ້າເປັນກໍາມະການຕັດສິນບານເຕະໃນ ສປປ ລາວ ຢ່າງເຕັມຕົວ ເມື່ອປີ 2017 ຫຼັງຈາກທີ່ໄດ້ເຂົ້າຝຶກອົບຮົມ ແລະ ຝຶກຊ້ອມການເປັນກໍາມະການຢ່າງໜັກ ເຊິ່ງທີ່ຜ່ານມາກໍເລີ່ມຈາກການຕັດສິນບານເຕະເຍົາວະຊົນ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ຮຽນຮູ້ໃນທຸກໆນັດ. ໃນທຸກນັດທີ່ລົງຕັດສິນບໍ່ວ່າຈະນ້ອຍ ຫຼື ໃຫຍ່ ຈົນກ້າວສູ່ການເປັນກໍາມະຕັດສິນທີ່ໄດ້ຮອງຮັບຈາກ ຟີຟາ; ແນ່ນອນຕໍ່ໄປນ້ອງກໍຈະສືບຕໍ່ຮັກສາສະພາບຮ່າງກາຍໃຫ້ພ້ອມຕະຫຼອດເວລາ ລວມທັງສືບຕໍ່ສຶກສາກົດລະບຽບກະຕິກາຕ່າງຢູ່ສະເໝີ ” ແກ້ວມະນີ ກ່າວ.

ສໍາລັບ ແກ້ວມະນີ ເກີດວັນທີ 18 ມີນາ 1995 ທີ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກາຍເປັນຍິງຄົນທໍາອິດໃນປະຫວັດສາດ ທີ່ເສັງຜ່ານກໍາມະການຕັດສິນ ລະດັບຟີຟາ ຂອງ ສປປ ລາວ ເຊິ່ງໃນປີ 2021 ຟີຟາ ໄດ້ປະກາດກໍາມະການລາວຈໍານວນ 11 ຄົນທີ່ເສັງຜ່ານລະດັບຟີຟາ ໂດຍໃນ 11 ຄົນມີຍິງ 2 ຄົນ, ສ່ວນອີກຄົນໜຶ່ງຊື່ ທ່ານ ນາງ ພຸດສະຫວັນ ຈັນທະວົງ ເປັນຜູ້ຊ່ວຍກໍາມະການຕັດສິນຍິງຂອງ ຟີຟາ.

ສະຫຼຸບ ກໍາມະການບານເຕະລາວ ແລະ ກໍາມະການ ຟຸດຊໍ ລາວ ໄດ້ຮັບການແຕ່ງຕັ້ງເປັນກໍາມະການລະດັບຟີຟາ ປະຈໍາປີ 2021 ຈໍານວນ 11 ທ່ານຄື: