ໄຣອັນ ຫັກປາກກາຊຽນລົ້ມ ເຊລບີ້ ຄວ້າແຊັມສະນຸກເກີ ຊູ້ດເອົ້າ ເລື່ອນອັນດັບໂລກຂຶ້ນເຖິງ 18 ຂັ້ນ

124

ໄຣອັນ ເດ ນັກສະນຸກເກີມື 50 ຂອງໂລກຈາກເວລ ສ້າງຄວາມຕື່ນເຕັ້ນໃຫ້ກັບວົງການດ້ວຍການເອົາຊະນະ ມາກ ເຊລບີ້ ນັກສະນຸກເກີມື 4 ຂອງໂລກຈາກອັງກິດ ໄປດ້ວຍຄະແນນ 67-24 ຄະແນນ ໃນນັດຊີງການແຂ່ງຂັນລາຍການ ຊູ້ດເອົ້າ 2021 ( ແຂ່ງເຟຣມດຽວຄັດອອກ ) ທີ່ສະໜາມອາຣີນາ ເມືອງມິລຕັນຄີນສ໌ ປະເທດອັງກິດ ເມື່ອທ້າຍອາທິດ ທີ່ຜ່ານມາ.

ແຊັມລາຍການດັ່ງກ່າວເປັນແຊັມລາຍການລະດັບ ເວິລແຣງກິງ ລາຍການທີ 3 ຂອງ ໂຣອັນ ເດ ຕໍ່ຈາກການແຂ່ງຂັນລາຍການ ຣິກ້າ ມາສເຕີ 2017 ແລະ ຍິບຣອລຕາ ໂອເພັນ 2018 ພ້ອມທັງໄດ້ຮັບເງິນລາງວັນ 50.000 ປອນ.

ນອກນັ້ນ, ຈາກຄວາມສໍາເລັດລາຍການດັ່ງກ່າວເຮັດໃຫ້ ໄຣອັນ ເດ ທີ່ກໍາລັງຈະມີອາຍຸຄົບ 41 ປີໃນເດືອນໜ້າໄດ້ຮັບຄະແນນສະສົມເພີ່ມປັນ 45.000 ຄະແນນ ເຮັດໃຫ້ອັນດັບໂລກເລື່ອນຂຶ້ນເຖິງ 18 ຂັ້ນຈາກອັນດັບທີ 50 ຂອງໂລກ ຂຶ້ນມາຢູ່ອັນດັບທີ 32 ຂອງໂລກທັນທີ.