9 ກຸມພາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງທຸກຄົນເຂັ້ມງວດປ້ອງກັນໂຄວິດ-19 ໂດຍສະເພາະຊ່ວງ ປີໃໝ່ຈີນ-ຫວຽດ

192

ຄະນະສະເພາະກິດຖະແຫຼງ ວັນທີ 9 ກຸມພາ 2021 ສປປ ລາວ ບໍ່ພົບຜູ້ຈິດເຊື້ອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງໃຫ້ທຸກຄົນ ເຂັ້ມງວດປະຕິບັດມາດຕະການປ້ອງກັນໂຄວິດ-19 ໂດຍສະເພາະ ຊ່ວງໄລຍະບຸນປີໃໝ່ຊາວຈີນ ແລະ ຊາວຫວຽດນາມ.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 10 ກຸມພາ 2021 ວ່າ: ຮອດ 5 ໂມງແລງ ຂອງວັນທີ 9 ກຸມພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.284 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 9 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 291 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 107.013 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ.

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 4 ຄົນ ແມ່ນສືບຕໍ່ນອນຕິດ
ຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ທ່ານ ຮອງຫົວໜ໊າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ງານບຸນປະເພນີປີໃໝ່ຂອງພີ່ນ້ອງຊາວຈີນ ແລະ ຊາວຫວຽດນາມ ແມ່ນໃກ້ຈະມາຮອດແລ້ວ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານ ຍົກສູງສະຕິຄວາມຮັບຜິດຊອບ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ສວມໃສ່ຜ້າອັດປາກ-ດັງ, ກິນບ່ວງຮ້ອນຊ້ອນກາງ, ບໍ່ໃຊ້ຈອກນ້ຳຮ່ວມກັນ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ໄປພົບແພດທັນທີ ເພື່ອຮັບການປິ່ນປົວຢ່າງທັນການ ຫຼື ຖ້າເຂົ້າກັບອາການຂອງພະຍາດໂຄວິດ-19 ແພດຈະໄດ້ເກັບຕົວຢ່າງກວດຊອກຫາເຊື້ອທັນທີ.

ທັ້ງນີ້, ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດຮອບໃໝ່ ຄືກັບ ຫຼາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ ກັບ ສປປ ລາວ;, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຕາມແຈ້ງການ
ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 111/ຫສນຍ, ລົງວັນທີ 01 ກຸມພາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ວາງອອກຢ່າງເຂັ້ມງວດ.