ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມສູນຈຳກັດບໍລິເວນ

233

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳກອງບັນຊາການ ປກຊ – ປກສ ແຂວງ, ຮອງເຈົ້ານະຄອນໄກສອນ ພົມວິຫານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ລົງຊີ້ນຳ ແລະ ຕິດຕາມເບິ່ງການກະກຽມຄວາມພ້ອມດ້ານຕ່າງໆທີ່ສູນຈຳກັດບໍລິເວນສະໜາມກີລາຫຼັກ 4 ນະຄອນໄກສອນ ພົມວິຫານ ເມື່ອທ້າຍອາທິດຜ່ານມາ ເພື່ອກະກຽມຄວາມພ້ອມດ້ານຕ່າງໆຮັບມືກັບແຮງງານລາວທີ່ເດີນທາງກັບຄືນປະເທດ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ລົງສຳຫຼວດເບິ່ງຕົວຈິງພາຍໃນສູນສະໜາມກີລາຫຼັກ 4 ເພື່ອກວດກາເບິ່ງຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະສະຖານທີ່ພັກເຊົາຮອງຮັບແຮງງານທີ່ຈະເຂົ້າມາຈຳກັດບໍລິເວນທີ່ສູນແຫ່ງດັ່ງກ່າວ ຕະຫຼອດເຖິງສິ່ງອຳນວຍຄວາມສະດວກຕ່າງໆ.

ຕາມການລາຍງານຂອງຄະນະຮັບຜິດຊອບສູນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 5/2/2021 ມີຈຳນວນຜູ້ທີ່ເຂົ້າມາຈຳກັດບໍລິເວນໃໝ່ພາຍໃນສູນ 54 ຄົນ ( ຍິງ 25 ຄົນ ); ໃນນີ້ ຜ່ານຈາກຂົວມິດຕະພາບ 2 ມີ 22 ຄົນ, ດ່ານວຽງສະຫວັນ 24 ຄົນ, ດ່ານດອນເຊັງ 1 ຄົນ, ດ່ານຈອມແກ້ວ 4 ຄົນ ເຮັດໃຫ້ຍັງມີຜູ້ຖືກຈຳກັດຢູ່ສູນທັງໝົດ 485 ຄົນ ( ຍິງ 229 ຄົນ ).

ເນື່ອງຈາກມີແຮງງານລາວເຂົ້າມາກັກບໍລິເວນພາຍໃນສູນແຫ່ງນີ້ຢ່າງຕໍ່ເນື່ອງ ເຮັດໃຫ້ພາຍໃນສູນແມ່ນແອອັດພໍສົມຄວນ, ໄຟຟ້າ, ນ້ຳປະປາ ກໍຍັງບໍ່ພຽງພໍ ແລະ ເປ່ເພໃນຫຼາຍຈຸດ ແລະ ຕ້ອງໄດ້ມີການສ້ອມແປງຄືນໃໝ່.

ຕໍ່ກັບບັນຫາດັ່ງກ່າວ, ທ່ານເຈົ້າແຂວງກໍໄດ້ໃຫ້ທິດຊີ້ນຳ ໂດຍໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ນະຄອນ ນຳເອົາເຕັ້ນມາກາງຕື່ມອີກ ເພື່ອຮອງຮັບເປັນສະຖານທີ່ພັກເຊົາຂອງຜູ້ທີ່ເຂົ້າມາກັກຕົວໃໝ່ ລວມເຖິງເປັນບ່ອນພັກເຊົາຂອງເຈົ້າໜ້າທີ່ – ແພດໝໍ. ພ້ອມນີ້, ກໍໃຫ້ເພີ່ມກຳລັງເຈົ້າໜ້າທີ່ – ແພດໝໍ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງປະຈຳພາຍໃນສູນ, ເອົາໃຈໃສ່ເຮັດວຽກງານໂຄສະນາສຸຂະສຶກສາໃນແຕ່ລະວັນ ເພື່ອໃຫ້ຜູ້ທີ່ຢູ່ພາຍໃນສູນມີຄວາມຕື່ນຕົວປະຕິບັດຫຼັກການອະນາໄມສາມສະອາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍຕ້ອງໄດ້ມີການກຽມຄວາມພ້ອມຕະຫຼອດເວລາ.

ຄຽງຄູ່ກັນນີ້, ທາງດ້ານເຈົ້າໜ້າທີ່ ປກຊ – ປກສ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ກໍຕ້ອງໄດ້ເພີ່ມຄວາມເຂັ້ມງວດໃນການກວດກາລາດຕະເວນ ເພື່ອສະກັດກັ້ນຄົນທີ່ລັກລອບເຂົ້າມາແບບຜິດລະບຽບຕາມລຳແມ່ນ້ຳຂອງ ກໍຄືຕາມດ່ານທ້ອງຖິ່ນຕ່າງໆ ຖ້າພົບເຫັນຕ້ອງໄດ້ນຳຕົວເຂົ້າມາຈຳກັດບໍລິເວນທີ່ສູນສະໜາມກີລາຫຼັກ 4 ເພື່ອກວດຫາເຊື້ອພະຍາດ ແລະ ຕິດຕາມອາການຈົນຄົບກຳນົດ 14 ວັນ ທັງໝົດນີ້ກໍເພື່ອແນໃສ່ບໍ່ໃຫ້ເກີດມີການແຜ່ລະບາດຂອງເຊື້ອພະຍາດໂຄ   ວິດ – 19 ເກີດຂຶ້ນພາຍໃນແຂວງຂອງພວກເຮົາ.

ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ພ້ອມຄະນະ ກໍໄດ້ລົງຕິດຕາມ ແລະ ຊີ້ນຳຕາມດ່ານນ້ອຍຕ່າງໆຂອງນະຄອນໄກສອນ ພົມວິຫານ ທີ່ຕັ້ງຢູ່ລຽບຕາມລຳແມ່ນ້ຳຂອງ ເປັນຕົ້ນ: ດ່ານຈອມແກ້ວ, ດ່ານດອນເຊັງ ແລະ ດ່ານວຽງສະຫວັນ ທີ່ຍັງມີປາກົດການລັກລອບນຳເຂົ້າສິນຄ້າຜິດກົດໝາຍ ລວມເຖິງການລັກລອບເຂົ້າເມືອງແບບຜິດກົດໝາຍຂອງແຮງງານລາວ.