ສວນອາຫານຈໍາປີບາຈຽງ ສາມາດເຂົ້າຫາແຫຼ່ງທຶນດອກເບ້ຍ 3% ຕໍ່ປີ ຂອງ ທສວ

191

ດ້ວຍປະຫວັດການຊໍາລະໜີ້ຕາມກໍານົດເວລາ, ມີລາຍຮັບຫຼາຍແຫຼ່ງຈາກຫຼາຍທຸລະກິດ ແລະ ມີຫຼັກຊັບຄໍ້າປະກັນທີ່ແໜ້ນໜາ ເຈົ້າຂອງກິດຈະການສວນອາຫານຈໍາປີບາຈຽງ ຈຶ່ງໄດ້ຮັບອະນຸມັດສິນເຊື່ອອັດຕາດອກເບ້ຍ 3% ຕໍ່ປີ ມູນຄ່າ 3 ຕື້ກີບ ຂອງ ທສວ ປ່ອຍຜ່ານທະນາຄານຊາຄອມແບັງ.

ທ່ານ ຄໍາຟອງ ສີຫາວົງ ເຈົ້າຂອງກິດຈະການສວນອາຫານຈໍາປີບາຈຽງ ກ່າວວ່າ: ສວນອາຫານແມ່ນຕັ້ງຢູ່ບ້ານໜອງກອກ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນທຸລະກິດຂະແໜງທ່ອງທ່ຽວ ເປັນໂຄງການສົ່ງເສີມການທ່ອງທ່ຽວຂອງແຂວງຈຳປາສັກ, ທຸລະກິດນີ້ລວມມີການໃຫ້ບໍລິການຮ້ານອາຫານ, ແຫຼ່ງທ່ອງທ່ຽວ, ມີນໍ້າຕົກຕາດ ແລະ ຣີສອດ. ນອກຈາກນີ້, ຂ້າພະເຈົ້າຍັງມີທຸລະກິດໂຮງແຮມຄໍາຟອງ ແລະ ເຮືອນແພຄໍາຟອງນໍາ.

ທ່ານເລົ່າວ່າ: ກ່ອນທີ່ຈະເລີ່ມເຮັດທຸລະກິດສວນອາຫານ ແມ່ນເຄີຍເຮັດທຸລະກິດລ້ຽງປານິນກະຊັງ ແລະ ລ້ຽງປາກະພົງ ແຕ່ເນື່ອງຈາກມີຄູ່ແຂ່ງຫຼາຍຂຶ້ນເຮັດໃຫ້ມີການກົດລາຄາປາ ແລະ ມີລາຍຮັບການຂາຍປາໜ້ອຍລົງ ເພາະສູນເສຍສ່ວນແບ່ງຕະຫຼາດໃຫ້ຄູ່ແຂ່ງ. ດັ່ງນັ້ນ, ຈຶ່ງເລີ່ມຫັນມາເຮັດທຸລະກິດສວນອາຫານຈໍາປີບາຈຽງ ໃນປີ 2017 ຍ້ອນເຫັນທ່າແຮງຂອງທຸລະກິດທ່ອງທ່ຽວ ເຊິ່ງໃນແຕ່ລະປີມີນັກທ່ອງທ່ຽວຈໍານວນຫຼາຍຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈໍາປາສັກ.

ທະນາຄານຊາຄອມແບັງລາວ ເຫັນປະຫວັດການຊໍາລະໜີ້ຕາມກໍານົດເວລາ, ມີລາຍຮັບຫຼາຍແຫຼ່ງຈາກຫຼາຍທຸລະກິດ ແລະ ມີຫຼັກຊັບຄໍ້າປະກັນທີ່ແໜ້ນໜາ ຈຶ່ງອະນຸມັດສິນເຊື່ອອັດຕາດອກເບ້ຍ 3% ຕໍ່ປີ ມູນຄ່າ 3 ຕື້ກີບ ເຊິ່ງເປັນເງິນກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ທີ່ປ່ອຍຜ່ານທະນາຄານຊາຄອມແບັງ ມາເປັນທຶນຄົງທີ່ ເພື່ອເຮັດອາຄານ, ກັນເຈື່ອນ, ເຮັດຕາດ, ເຮັດຝາຍນໍ້າລົ້ນ ແລະ ເຮັດຣີສອດ.

ປັດຈຸບັນທຸລະກິດມີຣີສອດ 2 ຫຼັງ ( 1 ຫຼັງມີ 2 ຫ້ອງ ) ເຊິ່ງໃນອະນາຄົດມີແຜນຈະເຮັດເພີ່ມອີກຈຳນວນ 8 ຫຼັງ ( 16 ຫ້ອງ ), ມີຕູບສຳລັບນັ່ງກິນອາຫານທີ່ສ້າງສໍາເລັດແລ້ວ 60 ຕູບ ແລະ ກຳລັງສ້າງເພີ່ມອີກ 11 ຕູບ, ມີພະນັກງານ ຈຳນວນ 15 ຄົນ ແລະ ທ່ານ ຄໍາຟອງ ໄດ້ຜ່ານການຝຶກອົບຮົມໃນຫົວຂໍ້ ການຂຽນແຜນທຸລະກິດ, ການເງິນ ແລະ ການບັນຊີແລ້ວ ພ້ອມທັງກໍາລັງກະກຽມການເຂົ້າລະບົບບັນຊີຖືກຕ້ອງຕາມກົດໝາຍ ວ່າດ້ວຍການບັນຊີໃຫ້ສໍາເລັດໃນປີ 2021.

ທ່ານ ຄໍາຟອງ ສີຫາວົງ ກ່າວຕື່ມວ່າ: ກ່ອນໜ້າທີ່ບໍ່ທັນມີການແຜ່ລະບາດຂອງພະຍາດໂຄວິດ – 19 ແຕ່ລະມື້ມີນັກທ່ອງທ່ຽວມາທ່ຽວສວນອາຫານເປັນຈໍານວນຫຼາຍຈົນບໍ່ມີຕູບວ່າງ ແຕ່ເມື່ອມີພະຍາດໂຄວິດລະບາດເຮັດໃຫ້ມີນັກທ່ອງທ່ຽວໜ້ອຍລົງຫຼາຍ ແລະ ບາງມື້ກໍບໍ່ມີນັກທ່ອງທ່ຽວເລີຍ ເຮັດໃຫ້ສູນເສຍລາຍຮັບເປັນຈໍານວນຫຼາຍ ທາງທະນາຄານຊາຄອມແບັງ ກໍໄດ້ໃຫ້ການຊ່ວຍເຫຼືອໂດຍການໃຫ້ຈ່າຍແຕ່ດອກເບ້ຍ ເປັນໄລຍະເວລາ 1 ປີ.