8 ກຸມພາ ເກັບຕົວຢ່າງ 2 ຮ້ອຍກວ່າຄົນ ກວດຫາເຊື້ອໂຄວິດ-19

186

ຄະນະສະເພາະກິດຖະແຫຼງ ວັນທີ 8 ກຸມພາ 2021 ສປປ ລາວ ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ທັງໝົດ 225 ຄົນ ຜົນກວດວິເຄາະທັງໝົດແມ່ນລໍຖ້າຟັງຜົນກວດຢູ່, ສ່ວນຜູ້ຕິດເຊື້ອໂຄວິດ-19 ທັງ 4ກໍລະນີ ແມ່ນສືບຕໍ່ປິ່ນປົວ ຕິດຕາມອາການຢູ່ໂຮງໝໍທີ່ກໍານົດໄວ້.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 9 ກຸມພາ 2021 ວ່າ: ຮອດ 5 ໂມງແລງ ຂອງວັນທີ 08 ກຸມພາ 2021, ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.386 ຄົນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ, ໃນວັນທີ 8 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 225 ຄົນ;  ຜົນກວດວິເຄາະທັງໝົດ ແມ່ນກຳລັງລໍຖ້າຜົນກວດ. ທັ້ງນີ້, ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ມາຮອດປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 106.722 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ. ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປະຈຸບັນ ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 4 ຄົນ ແມ່ນສືບຕໍ່ ນອນຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ງານບຸນປະເພນີປີໃໝ່ຂອງພີ່ນ້ອງຊາວຈີນ ແລະ ຊາວຫວຽດນາມ ແມ່ນໃກ້ຈະມາຮອດແລ້ວ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາທ່ານ ຍົກສູງສະຕິຄວາມຮັບຜິດຊອບ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ສວມໃສ່ຜ້າອັດປາກ-ດັງ, ກິນບ່ວງຮ້ອນຊ້ອນກາງ, ບໍ່ໃຊ້ຈອກນ້ຳຮ່ວມກັນ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ຖ້າຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ໄປພົບແພດທັນທີ ເພື່ອຮັບການປິ່ນປົວຢ່າງທັນການ ຫຼື ຖ້າເຂົ້າກັບອາການຂອງພະຍາດໂຄວິດ-19 ແພດຈະໄດ້ເກັບຕົວຢ່າງກວດຊອກຫາເຊື້ອທັນທີ.

ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດຮອບໃໝ່ ຄືກັບ ຫຼາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ ກັບ ສປປ ລາວ;, ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 111/ຫສນຍ, ລົງວັນທີ 01 ກຸມພາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ທີ່ວາງອອກຢ່າງເຂັ້ມງວດ.