ອຸຕຸເຕືອນອີກ! ພາກເໜືອໃຫ້ເຝົ້າລະວັງ ຝົນຕົກໜັກລົມພັດແຮງເຖິງຂັ້ນຕົ້ນໄມ້ຫັກເຮືອນຊານເປ່ເພ

225

ກ່ອນໜ້ານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກຄໍາເຕືອນກ່ຽວກັບຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງຢູ່ແຂວງພາກເໜືອໄປແລ້ວ, ເຊິ່ງໃນວັນທີ 8 ກຸມພາ ທີ່ຜ່ານມາ ຈົນຮອດ ຊ່ວງເຊົ້າຂອງມື້ນີ້ 9 ກຸມພາ 2021 ຫຼາຍເຂດໃນທົ່ວປະເທດ ກໍ່ມີຝົນຕົກ ແລະ ຫຼ້າສຸດ ກົມອຸຕຸໄດ້ອອກ ຄໍາເຕືອນອີກຄັ້ງ ກ່ຽວກັບຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ ປະຈໍາວັນທີ 9 ກຸມພາ 2021.

ເນື່ອງຈາກມວນອາກາດໜາວເຢັນທີ່ປະເທດຈີນ ຍັງເພີ່ມກຳລັງແຮງຂື້ນ ສຶບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ພ້ອມດຽວກັນກະແສລົມຕາເວັນຕາເວັນອອກສ່ຽງເໜືອຍັງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ທີ່ອາໄສຢູ່ແຂວງພາກເໜືອ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ ຕົ້ນໃມ້ຫັກລົ້ມ ແລະ ເຮືອນຊານ ເປ່ເພ.