ມາເບິ່ງສະມັດຖະນະ Mitsubishi Triton ລົດໃນຝັນຫຼາຍໆຄົນ

334

ໜຶ່ງໃນຍີ່ຫໍ້ລົດທີ່ບໍ່ຕົກຍຸກ ພ້ອມໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ຊົມໃຊ້ດ້ວຍດີຕະຫຼອດມາ ນັ້ນກໍຄື Mitsubishi Triton ຊຶ່ງຄໍລໍາລົດ ມື້ນີ້ຍິນດີນໍາສະເໜີໃຫ້ທ່ານທີ່ສົນໃຈຢາກໄດ້ລົດຍີ່ຫໍ້ນີ້ສາມາດຮັບຮູ້ຂໍ້ມູນເພີ່ມເຕີມ ແລະ ສາມາດບອກຕໍ່ໃຫ້ກັບຄົນທີ່ທ່ານຮູ້ຈັກ.


Mitsubishi Triton ມາໂດຍເຄື່ອງຈັກ 4N15 ຂະໜາດ 2,4 ລິດ 4 ສູບ DOHC 16 ວາວ MIVEC ເທີໂບອິນເຕີຄູເລີ ໃຫ້ກຳລັງສູງສຸດ 181 ແຮງມ້າ ແຮງບິດສູູງສຸດ 430 ນິວຕັນແມັດ ຂັບເຄື່ອນດ້ວຍເກຍ 6 ສະປິດ ພ້ອມ Sport Mode ທີ່ສາມາດປ່ຽນເກຍດ້ວຍຕົວເອງໄດ້ ທັງຈາກຄັນເກຍ ແລະ Paddle Shift ທີ່ພວງມະໄລ ຂັບເຄື່ອນແບບ 4 ລໍ້ ທີ່ເລືອກໃຊ້ງານໄດ້ທັງ 2H, 4H ແລະ 4L.


ຂະໜາດຂອງໂຕລົດ 5,300 x 1,815 x 1,795 ມມ (ຍາວxກວ້າງxສູງ ) ໄລຍະຈາກຖານລໍ້ 3,000ມມ ໄລຍະສູງຈາກພື້ນ 220ມມ ລໍ້ໃຊ້ເປັນຂະໜາດ 18 ນິ້ວ ພ້ອມຢາງຂະໜາດ 265/60 R18 ການອອກແບບ ແບບ Advanced Dynamic Shield ໜັກແໜ້ນລົງຕົວ ເສັ້ນສາຍອັນດຸດັນຂອງຝາກະໂປງໜ້າ ໄຟໜ້າໃຫມ່ Projector Bi-LED ພ້ອມກັນຊົນໜ້າອອກແບບລົງໂຕໄຟຕັດໝອກໜ້າທີ່ອອກແບບໃຫ້ສູງຂຶ້ນ ສ່ວນທາງຂ້າງອອກແບບໃຫມ່ ດ້ວຍສ່ວນໂຄ້ງມົນຕັດກັບເສັ້ນສາຍອັນໂດດເດັ່ນ, ແວ່ນມອງຂ້າງໂຄມ້ຽມພ້ອມໄຟລ້ຽວສາມາດປັບ ແລະ ພັບດ້ວຍລະບົບໄຟຟ້າ


ຝາກະບະທ້າຍມາດ້ວຍສະປອຍເລີຫຼັງພ້ອມໄຟເບກດວງທີ 3 ໄຟທ້າຍ ແລະ ໄຟເບກ LED ພ້ອມ LED Light Guide ສຳລັບລະບົບຄວາມປອດໄພນັ້ນ ຈັດມາໃຫ້ບໍ່ວ່າຈະເປັນລະບົບມາດຕະຖານຢ່າງ ຖຸງລົມນິລະໄພ 7 ຕຳແໜ່ງ, ລະບົບແບບ ABS ພ້ອມລະບົບເບກກະຈາຍແຮງແຮງເບກແບບ EBD ເສີມດ້ວຍລະບົບຄວບຄຸມການຊົງຕົວ ACTIVE STABILITY AND TRACTION CONTROL (ASTC), ລະບົບຊ່ວຍອອກໂຕທາງລາດຊັນ Hill Start Assist (HSA), ລະບົບກະແຈອັດສະລິຍະ ພ້ອມປຸ່ມ Push Start, ລະບົບລ໋ອກຄວາມໄວເທິງພວງມະໄລ Cruise Control, ລະບົບສັ່ງງານດ້ວຍສຽງພ້ອມປຸ່ມຮັບ-ວາງສາຍໂທລະສັບ.


ຈະຂີ່ເຂດຕົວເມືອງ ຫຼື ອອກນອກຕົວເມືອງ ລົດ Mitsubishi Triton ໃຊ້ງານໄດ້ທຸກສະພາບເສັ້ນທາງທີ່ລົດໃຫຍ່ໄປໄດ້ ດ້ວຍຄວາມແຮງ, ຄວາມສູງ ແລະ ຄຸນລັກສະນະຕ່າງໆທີ່ຕອບໂຈດຈິ່ງເຮັດໃຫ້ລົດປະເພດນີ້ເປັນທີ່ຍອມຮັບຕະຫຼອດມາ

.

.