ແຂວງຈຳປາສັກ ຈັດງານບຸນກາເຟ ເພື່ອສົ່ງເສີມການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກກາເຟ ແລະ ຜະລິດຕະພັນກາເຟລາວ

361

ວັນທີ 8 ກຸມພາ 2021, ກະຊວງອຸດສາຫະກໍາ-ການຄ້າ ຮ່ວມກັບກະຊວງກະສິກໍາ-ປ່າໄມ້, ແຂວງຈໍາປາສັກ, ສະພາການຄ້າ-ອຸດສາຫະກໍາແຂວງ, ສະມາຄົມກາເຟລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດການບຸນກາເຟ ພູພຽງບໍລະເວນ ປະຈໍາປີ 2021 ຂຶ້ນ ຢູ່ສູນການຄ້າ ເຟຣັນຊິບມໍ ນະຄອນປາກເຊ.


ເຂົ້າຮ່ວມເປີດງານມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ-ການຄ້າ, ທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້.


ພ້ອມນີ້ ກໍມີການນໍາຈາກນະຄອນຫຼວງວຽງຈັນ, ການນໍາ 4 ແຂວງພາກໃຕ້(ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ), ທຸຕານຸທູດ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ 9 ເມືອງ, 1 ນະຄອນ, ການນໍາສະພາການຄ້າ-ອຸດສາຫະກໍາ ຕະຫຼອດຮອດຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດຕ່າງໆ ພາຍແຂວງ ແລະ ຕ່າງແຂວງ ເຂົ້າຮ່ວມ.

ງານບຸນກະເຟ ພູພຽງບໍລະເວນ ຂຶ້ນກໍເພື່ອເປັນການສົ່ງເສີມການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກກາເຟ ແລະ ຜະລິດຕະພັນກາເຟລາວໃຫ້ກວ້າງຂວາງນຳລາຍໄດ້ມາສູ່ປະຊາຊົນຫຼາຍຂຶ້ນ.


ງານບຸນກະເຟ ພູພຽງບໍລະເວນ ປະຈໍາປີ 2021 ຄັ້ງນີ້ ຈະດໍາເນີນໄປຮອດວັນທີ 10 ກຸມພາ 2021 ຈິ່ງຈະປິດລົງ. ພາຍໃນງານຈະມີຫຼາຍກິດຈະກໍາເເຊັ່ນ:  ມີກິດຈະກຳເປີດໃຫ້ມີການທ່ຽວຊົມຮ້ານວາງສະແດງ ແລະ ຊິມກາເຟ, ຈາກນັ້ນກໍຈະມີພິທີສຳມະນາຫົວຂໍ້ຍົກສູງຄຸນຄ່າກາເຟລາວສູ່ຕະຫຼາດພາກພື້ນ ແລະ ສາກົນ ທີ່ໂຮງແຮມຈຳປາສັກແກຣນ, ມີການນຳພາຄະນະຜູ້ແທນໄປທັດສະນະສຶກສາເຂດການຜະລິດກາເຟ ທີ່ພູພຽງບໍລິເວນ ເມືອງປາກຊ່ອງອີກ.

ຂ່າວ-ພາບ: ທູນທອງໃຈ + ຈັນທະວີສັກ