ໄດ້ແລ້ວຜົນການຈັບສະຫຼາກແບ່ງສາຍ ຟຸດຊໍ ຣີໄວ ຄັບ 2021 ຊີງຂັນປະທານສະຫະພັນ ສຕລ

190

ໃນຕອນແລງຂອງມື້ນີ້໋ 8 ກຸມພາ 2021 ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຈັບສະຫຼາກແບ່ງສາຍການແຂ່ງຂັນຟຸດຊໍລາຍການ ຣີໄວ ຄັບ 2021 (Revive Futsal Cup 2021) ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວພ້ອມດ້ວຍຄະນະ ສຕລ, ຕາງໜ້າຜູ້ສະໜັບໜູນບໍ່ວ່າຈະເປັນບໍລິສັດເບຍລາວ ຈໍາກັດ, ລາວໂທລະຄົມ, ມາຍເວ ແລະ ອື່ນໆ ລວມທັງຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍຜົນການຈັບສະຫຼາກມີດັ່ງນີ້:
ສາຍ A:
1.ເໜືອ-ໃຕ້ ເອັຟຊີ
2 SVS ເອັຟຊີ
3 ຄິງດອມ ເອັຟຊີ

4 ນະຄອນຫຼວງ ຟຸດຊໍ
5 ທະເວັນຕີຊິກ ຢູໄນເຕັດ
6 ໂນອາ ຢູໄນເຕັດ

ສາຍ B:
1 ອໍນິວ ເອັຟຊີ (All new FC)
2 ຮ້ານເຕົາຮູ້ ຕຸ້ຍ-ຈ່ອຍ
3 ໄອ-ສະປອດ ເອັຟຊີ
4 ຈັນສີ ຂົນສົ່ງ

5 ເບ ປີ້ງແບ້ ສະຫວັນມາລວຍ
6 ເຄພີທີ ເອັຟຊີງ
ສໍາລັບ ການແຂ່ງຂັນຈະຈັດຂຶ້ນລະຫວ່າງວັນທີ 13 ກຸມພາ – 14 ມີນາ 2021 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ