ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມອວຍພອນນາຍ ແລະ ພົນທະຫານ ຢູ່ແນວໜ້າ

164

ວັນທີ 5 ກຸມພາ 2021 ຜ່ານມານີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຈຳປາສັກ, ໄດ້ເຄື່ອນໄຫວ ຢ້ຽມຢາມ ອວຍພອນ ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ກອງພັນ 20, ກອງພັນ 24, ກອງພັນ 28, ກອງຮ້ອຍທະຫານຊາຍແດນ 528 ແລະ 529 ແຂວງຈໍາປາສັກ ໃນໂອກາດ ວັນສ້າງຕັ້ງກອງທັບຄົບຮອບຄົບຮອບ 72 ປີ ( 20 ມັງກອນ ປີ 1949 – 20 ມັງກອນ 2021 ).

ໂດຍມີ ທ່ານ ມະໄລທອງ ກົມມະສິດ ຮອງເລຂາພັກແຂວງ, ຮອງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ, ທ່ານ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວໜ້າການທະຫານ ກອງພົນທະຫານຮາບທີ V, ທ່ານ ນາງ ວາດສະໜາ ສິລິມາ ປະທານແນວລາວສ້າງຊາດແຂວງ, ທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງໆມຸນລະປະໂມກ, ມີ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ແລະເມືອງມຸນລະປາໂມກ, ການນຳພະແນກການຂອງແຂວງ, ມີ ທະນາຄານແຫ່ງ ສປປ ລາວ ພາກໃຕ້, ລັດວິສາຫະກິດໄຟຟ້າລາວ, ປະທານ ກຸ່ມບໍລິສັດຕັງຈະເລີນ, ຕາງໜ້າ ບໍລິສັດ ເບຍລາວ, ສະມາຄົມນັກທຸລະກິດແມ່ຍິງແຂວງ, ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງຂອງ ເຂົ້າຮ່ວມຕິດຕາມ.

ການມາຢ້ຽມຢາມ ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ເທື່ອນີ້ ໄດ້ນຳເອົາ ເຂົ້າສານ, ເຄື່ອງບໍລິໂພກ-ອຸປະໂພກ ທີ່ຈຳເປັນ ແລະເງິນສົດ ຈຳນວນໜຶ່ງ ທີ່ໄດ້ຮັບ ການອຸປະຖຳ ປະກອບສ່ວນຈາກພາກສ່ວນ ຜູ້ປະກອບການ ກຸ່ມນັກທູລະກິດ ແຂວງຈຳປາສັກ, ຂະແໜງການເງິນ-ການທະນາຄານ ພາກວິສາຫະກິດ ແລະ ພະແນກການ-ກົມກອງອ້ອມຂ້າງແຂວງຈຳປາສັກ ກໍ່ຄືທົ່ວສັງຄົມ ລວມມູນຄ່າທັງໝົດ 87 ລ້ານກວ່າກີບ, ທັງນີ້ ກໍ່ເພື່ອສະແດງເຖິງຄວາມສາມັກຄີຮັກແພງອັນອົບອຸ່ນ, ຄວາມເປັນຫ່ວງເປັນໄຍ ຕໍ່ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ແລະຮູ້ບຸນຄູນ ໄປຍັງບັນດາພະນັກງານ, ສະມາຊິກພັກ, ນັກຮົບໃນທົ່ວກອງທັບ ທີ່ເສຍສະຫຼະ ເພື່ອປົກປ້ອງຄວາມເປັນເອກະລາດຂອງຊາດ, ປົກປ້ອງລະບອບປະຊາທິປະໄຕປະຊາຊົນ ແລະຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ.

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ກໍ່ໄດ້ຕາງໜ້າໃຫ້ຄະນະນໍາ ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ໝາກຜົນ ຜົນງານທີ່ບັນດາກົມກອງຍາດມາໄດ້ ພ້ອມທັງ ອວຍພອນໄຊອັນປະເສີດແກ່ນາຍ ແລະ ພົນທະຫານທຸກກົມກອງຈົ່ງມີສຸຂະພາບແຮງແຮງມີພາລະນາໄມສົມບູນສືບຕໍ່ເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ ແລະ ເພື່ອສືບຕໍ່ເຮັດໃຫ້ສຳເລັດໜ້າທີ່ ອັນມີກຽດ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍຄືແຂວງຈຳປາສັກ.

ພ້ອມນີ້, ກໍໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ, ນາຍ ແລະພົນທະຫານ ຈົ່ງພ້ອມກັນ ສືບຕໍ່ ຮັກສາ 3 ທາດແທ້ ແລະ 6 ມູນເຊື້ອ ອັນສະຫງ່າ ອົງອາດຂອງ ກອງທັບ ປະຊາຊົນລາວ, ເສີມຂະຫຍາຍທາດແທ້ ແລະມູນເຊື້ອກອງທັບປະຊາຊົນລາວ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພ້ອມກັນຢຶດໝັ້ນເສັ້ນທາງ, ຈຸດໝາຍ ແລະອຸດົມການສັງຄົມນິຍົມ ປະກອບສ່ວນ ເຂົ້າໃນພາລະກິດປ່ຽນແປງໃໝ່ໃນການສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ້ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະຍຸຕິທຳ, ເພິ່ມທະວີວຽກງານສ້າງ ແລະປັບປຸງພັກໃຫ້ໜັກແໜ້ນ ທາງດ້ານການເມືອງ ຢຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ, ເພີ່ມທະວີລະບຽບວິໄນພາຍໃນພັກ, ກອງທັບ ຢ່າງເຂັ້ມງວດ ເຊີດຊູຄວາມເປັນແບບຢ່າງນຳໜ້າ ຂອງພະນັກງານ ສະມາຊິກພັກ ໃນທຸກການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ແລະການດຳລົງຊີວິດ.

ຂ່າວ: ທັດຊະນະ