ອາເມລິກາໃຫ້ທຶນ 7 ລ້ານ ໂດລາແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງ

175

ລັດຖະບານສະຫະລັດອາເມລິກາ ໄດ້ສະໜັບສະໜູນທຶນໂຄງການເພີ່ມຕື່ມ ໄລຍະເວລາ 20 ເດືອນ ໃນມູນຄ່າ 7ລ້ານ ໂດລາສະຫະລັດ ໃຫ້ເແກ່ອົງການເກັບກູ້ລະເບີດ ແມັກ ເພື່ອດຳເນີນການກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ການໂຄສະນາສຶກສາຄວາມສ່ຽງໄພຕໍ່ ລະເບີດບໍ່ທັນແຕກ(ລບຕ) ຢູ່ໃນ 5 ເມືອງເປົ້າໝາຍ ຂອງແຂວງຊຽງຂວາງ ເຊັ່ນ: ເມືອງຄູນ, ເມືອງຜາໄຊ, ເມືອງໜອງແຮດ, ເມືອງພູກູດ ແລະ ເມືອງແປກ.


ບັນຫາຂອງລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງສືບຕໍ່ເປັນໄພຄຸກຄາມຕໍ່ການດຳລົງຊີວິດຂອງປະຊາຊົນ ດ້ວຍເຫດນີ້ໃນການຊ່ວຍເຫຼື່ອທາງດ້ານມະນຸດສະທຳ, ໂດຍສະເພາະ ບັນດາຊຸມຊົນທີ່ດໍາລົງຊີວິດ ຢູ່ໃນເຂດຫາງໄກສອກຫຼີກ ແລະ ຢູ່ຕາມເມືອງຕ່າງໆ ຖືເປັນກິດຈະກໍາ ກວດກູ້ລະເບີດ ແລະ ໂຄສະນາສືກສາຄວາມສ່ຽງໄພຕໍ່ ລບຕ ຂອງອົງການເກັບກູ້ລະເບີດ ແມັກ ແມ່ນເພື່ອຊ່ວຍຫຼຸດຜ່ອນຈຳນວນອຸບັດເຫດ ທີ່ເກີດຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ສ້າງຄວາມປອດໄພໃຫ້ແກ່ເນື້ອທີ່ດີນ ເພື່ອນຳໃຊ້ໃນການຜະລິດທາງດ້ານກະສິກຳ, ການພັດທະນາພື້ນຖານໂຄງຮ່າງ ແລະ ອື່ນໆ ພ້ອມດຽວກັນນີ້, ຍັງເປັນການປະກອບສ່ວນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໂດຍລວມ ຢູ່ໃນ ສປປ ລາວ.


ພິທີຖະແຫຼ່ງຂ່າວ ກ່ຽວກັບ ການໄດ້ຮັບທຶນຊ່ວຍເຫຼື່ອເພີ່ມຕື່ມນີ້ ເປັນເຈົ້າພາບຮ່ວມ ລະຫວ່າງ ຄະນະກຳມະການຄູ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ(ຄຊກລ) ແລະ ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ເຊິ່ງຈັດຂຶ້ນ ໃນວັນທີ 8 ກຸມພາ 2021 ທີ່ ໂຮງແຮມ ອະນຸລັກແຄນລາວ ແຂວງຊຽງຂວາງ. ໂດຍການເຂົ້າຮ່ວມ ຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ໄຊມອນ ເຣ ຮັກສາການຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ.


ທ່ານ ໄຊມອນ ເຣ ໄດ້ກ່າວວ່າ “ຕໍ່ກັບການສືບຕໍ່ສະໜັບສະໜູນ ຈາກລັດຖະບານສະຫະລັດອາເມລິກາ,ຈະຊ່ວຍໃຫ້ອົງການເກັບກູ້ລະເບີດ ແມັກ ສາມາດກວດກູ້ລະເບີດອອກຈາກພື້ນທີ່ດິນບູລິມະສິດ ຂອງແຂວງຊຽງຂວາງໄດ້ເປັນຈຳນວນຫຼາຍ. ວຽກງານທີ່ຈຳເປັນນີ້ ຈະຊ່ວຍໃນການກອບກູ້ ແລະ ເສີມສ້າງອະນາຄົດ ທີ່ປອດໄພໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົາ ທີ່ດໍາລົງຊີວິດຢູ່ໃນພື້ນທີ່ໆ ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ. ວຽກງານການກວດກູ້ລະເບີດອອກຈາກພື້ນທີ່ດິນນີ້ ຈະສາມາດຊ່ວຍປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົາ, ຊ່ວຍສົ່ງເສີມການຜະລິດທາງດ້ານກະສິກຳ, ກໍ່ຄືການຊ່ວຍໃຫ້ພວກເຂົາເຈົ້າສາມາດເຮັດໄຮ່ເຮັດນາ ຢູ່ໃນພື້ນທີ່ດິນຂອງພວກເພີ່ນ ໂດຍປາສະຈາກ ຄວາມຢ້ານກົວຈາກລະເບີດ. ພ້ອມທັງເປັນການສະໜັບສະໜູນ ໃນການສ້າງພື້ນຖານໂຄງຮ່າງທີ່ສຳຄັນໃຫ້ແກ່ຊຸມຊົນ ເຊັ່ນ: ຖະໜົນຫົນທາງ, ສຸກສາລາ ແລະ ອື່ນໆ. ພ້ອມກັນນັ້ນ, ພໍ່ແມ່ປະຊາຊົນ ສາມາດສົ່ງລູກຫຼານໄປໂຮງຮຽນ ໂດຍບໍ່ມີຄວາມກັງວົນວ່າ ເດັກນ້ອຍຈະພົບ ແລະ ຫຼີ້ນລູກລະເບີດ ຢູ່ໃນບໍລິເວນເດີນໂຮງຮຽນຂອງເຂົາເຈົ້າ”


ທ່ານ ເອກອັກຄະລັດຖະທູດ, ປີເຕີ ເຮມ໋ອນ ໄດ້ກ່າວວ່າ: “ລັດຖະບານສະຫະລັດອາເມລິກາ ເຊິ່ງເປັນຜູ້ໃຫ້ທຶນ ທີ່ໃຫຍ່ທີ່ສຸດ ໃນຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ໄດ້ຮັບການຊູກຍູ້ໃນການສືບຕໍ່ໃຫ້ການສະໜັບສະໜູນ ໂດຍຂະບວນການເຮັດວຽກທີ່ດີ ຂອງອົງການເກັບກູ້ລະເບີດ ແມັກ ຢູ່ ແຂວງຊຽງຂວາງ. ພວກເຮົາ ຍັງຄົງມຸ່ງໝັ້ນໃນການຮ່ວມມືກັບ ສປປ ລາວ ເພື່ອບັນລຸເປົ້າໝາຍ, ກໍ່ຄືການຮັບປະກັນວ່າ ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຈະບໍ່ເປັນອຸປະສັກກິດກັ້ນ ໃນການພັດທະນາປະເທດຊາດ ພາຍໃນປີ 2030”.

ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອ ຫຼາຍກວ່າ 230 ລ້ານ ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນຂະແໜງການແກ້ໄຂບັນຫາະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ເຊິ່ງນັບຕັ້ງແຕ່ປີ 1995 ເປັນຕົ້ນມາ. ສຳລັບ ທຶນໂຄງການເພີ່ມເຕີມ ຈຳນວນ 7 ລ້ານ ໂດລາສະຫະລັດ ຈາກລັດຖະບານສະຫະລັດອາເມລິການີ້, ອົງການເກັບກູ້ລະເບີດ ແມັກ ຈະກວດກູ້ລະເບີດອອກຈາກເນື້ອທີ່ດີນ ໃຫ້ໄດ້ປະມານ 9 ກິໂລຕາແມັດ (900 ຮຕ) ຢູ່ໃນ 5 ເມືອງເປົ້າໝາຍ ແລະ ຈະໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ໃຫ້ໄດ້ 180 ຄັ້ງ ແລະ ໃຫ້ມີຜູ້ເຂົ້າຮ່ວມຢ່າງໜ່ອຍ 4.500 ຄົນ.


ທ່ານ ໂຈມແຍງ ແພງທອງສະຫວັດກ່າວວ່າ: “ການສະໜອງທຶນການຊ່ວຍເຫຼືອ ຂອງລັດຖະບານສະຫະລັດອາເມລິກາ ໃຫ້ແກ່ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຖືວ່າມີຄວາມສຳຄັນຫຼາຍ ແລະ ເປັນທຶນການຊ່ວຍເຫຼືອຈຳນວນຫຼາຍໃຫ້ແກ່ຂະແໜງການແກ້ໄຂບັນຫາ ລບຕ ໃນໄລຍະຜ່ານມາ. ສຳລັບການເພີ່ມທຶນອີກຈຳນວນ 7 ລ້ານ ໂດລາສະຫະລັດ ເຂົ້າໃສ່ໃນໂຄງການທີ່ອົງການເກັບກູ້ລະເບີດ ແມັກ ກຳລັງຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ ທີ່ມີໄລຍະຈັດຕັ້ງປະຕິບັດຮອດທ້າຍປີ 2021 ນີ້, ແມ່ນການສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານຂອງອົງການເກັບກູ້ມລະເບີດ ແມັກ ທີ່ມີປະສິດທິພາບ, ປະສິດທິຜົນ ແລະ ເປັນທີ່ໜ້າເພິ່ງພໍໃຈຂອງຝ່າຍຜູ້ໃຫ້ທຶນ.
ຮູບ:081-082