ເນັ້ນ ສຸດດາລາ ສີລາວົງ ສາວງາມຜູ້ຄວ້າລາງວັນ ນາງສາວໜ້າອ່ອນກວ່າໄວ ຈາກເວທີນາງສາວລາວ 2020 

319

ສະບາຍດີວັນເສົາ… ມື້ນີ້ແອັດມິນຈະມາແນະນຳ ໃຫ້ຮູ້ຈັກກັບອີກໜຶ່ງສາວງາມນັ້ນຄື ນ້ອງເນັ້ນ ສຸດດາລາ ສີລາວົງ ອາຍຸ 20 ປີ ສາວງາມທີ່ເຄີຍປະກວດໃນເວທີ ນາງສາວລາວ 2020 ດ້ວຍຄວາມຜິວຜັນດີ, ໜ້າອ່ອນໂຍນ ບວກກັບບຸຄະລິກກະພາບ ເປັນຜູ້ຄວ້າລາງວັນ ນາງສາວໜ້າອ່ອນກວ່າໄວ ຈາກເວທີດັ່ງກ່າວ.


ເນັ້ນ ສຸດດາລາ ສີລາວົງ ໃຫ້ສຳພາດວ່າ ກ່ອນໜ້ານີ້ແມ່ນສຶກຢູ່ ສປ ຈີນ ປີ 2 ສາຂາ ຄຸ້ມຄອງບໍລີຫານ ແຕ່ເນື່ອງຈາກສະພາບໂຄວິດ 19 ເຮັດໃຫ້ໄດ້ກັບມາລາວຍາວເລີຍ ແລະ ກຳລັງຖ້າເຂົ້າສຶກສາຢູ່ລາວຕໍ່ ທີ່ນະຄອນຫຼວງວຽງຈັນ.

.


ເນັ້ນ ມາຈາກບ້ານພູຟ້າ ແຂວງຜົ້ງສາລີ ເມືອງຜົ້ງສາລີ ປັດຈຸບັນເປັນນາງແບບ, ພີເຊັນເຕີ ສັງກັດ VL Modeling Agency LNT ແລະ ອາໄສຢູ່ ບ້ານ ສີດຳດວນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ

.


ຫຼັງຈາກການປະກວດ ເນັ້ນໄດ້ມີໂອກາດໃນຫຼາຍໆງານ ບໍ່ວ່າຈະເປັນເດີນແບບ, ຖ່າຍແບບ, ເປັນພີເຊັນເຕີໃຫ້ກັບຮ້ານຊຸດຕ່າງໆ ແລະ ກໍຮັບງານເລື້ອຍໆ, ສ່ວນດ້ານບັນເທີງອື່ນໆ ບໍວ່າຈະເປັນການສະແດງເອັມວີ ຫຼື ຊີຣີ ຮູບເງົາ ຫາກມີໂອກາດກໍຮັບ ແລະ ພ້ອມພັດທະນາຕົນເອງສະເໝີ ລວມທັງເວທີປະກວດ ເພາະວຽກງານໃນວົງການບັນເທີງເປັນຄວາມໃຝ່ຝັນມາແຕ່ນ້ອຍແລ້ວ.

.


ສ່ວນເຄັບລັບໃນການຮັກສາສຸຂະພາບແມ່ນ ກິນອາຫານໃຫ້ຄົບ 5 ໝູ່, ກິນນ້ຳຫຼາຍໆ, ອອກກຳລັງກາຍ ແລະ ພັກຜ່ອນໃຫ້ພຽງພໍ

.

.


ສຸດທ້າຍນີ້ ຝາກຕິດຕາມຜົນງານຕ່າງໆຂອງ ຄົນໃນສັງກັດ VL Modeling Agency LNT ແລະ ຕິດຕາມຜົນງານ ເນັ້ນ ສາວຕ່າງແຂວງທີ່ມາເຮັດຕາມຄວາມຝັນໃນເມືອງໃຫຍ່ແນ່ເດີ້ Facebook: Soutdala Sylavong, ສ່ອງທາງຕິດຕາມ: Facebook: Soutdala Sylavong

.


ຂ່າວ: ເມລີ, ພາບຈາກ: Soutdala Sylavong