ດ່ານພາສີສາກົນຂົວມິດຕະພາບ III ເກັບລາຍຮັບລື່ນແຜນ 9,8 ຕື້ກີບ

381

2020 ເຖິງສະພາບການແຜ່ລະບາດພະຍາດໂຄວິດ-19 ເປັນອຸປະສັກ ແລະ ສິ່ງທ້າທ້າຍຕໍ່ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ແຕ່ດ່ານພາສີສາກົນຂົວມິດຕະພາບ III ສາມາດປະຕິບັດໝົດປີ 283,6 ຕື້ກີບເທົ່າກັບ 103,61% ຂອງແຜນການ (ຄິດເປັນເງິນລື່ນແຜນ 9,87 ຕື້ກີບ).

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໃຫ້ຮູ້ວ່າ: ປັດຈຸບັນທົ່ວດ່ານພາສີສາກົນຂົວມິດຕະພາບ III ພະນັກງານ-ລັດຖະກອນທັງໝົດ 38 ສະຫາຍ, ຍິງ 9 ສະຫາຍ, ສະມາຊິກພັກ 34 ສະຫາຍ,ສະມາຊິກພັກສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ, ຈຸດພິເສດດ່ານພາສີສາກົນຂົວມິດຕະພາບ III ທີ່ຕັ້ງເປັນພູມສັນຖານຂອງປະເທດລາວ, ປະກອບມີສາງຄ່ຽນຖ່າຍສິນຄ້າ, ສາງລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ (ລລບສ),ບໍລິສັດວີພີຂົນສົ່ງສິນຄ້າຜ່ານແດນ (ຍົກຕູ້ເປົ່າ), ບໍລິສັດເອຊຽນໄຊນາຂົນສົ່ງສິນຄ້າຜ່ານແດນ (ຍົກຕູ້ເປົ່າ), ບໍລິສັດໂຈ້ບຸນມີກຼຸບຂົນສົ່ງສິນຄ້າ ໄອຊີດີ ຈຳກັດຜູ້ດຽວ ແລະ ໂດຍມີທາງເລກ 8 ແລະ 12 ເໝາະແກ່ການຂົນສົ່ງສິນຄ້າສົ່ງອອກໄປປະເທດທີ 3 ເປັນຕົ້ນ: ສສ ຫວຽດນາມຜ່ານໄປຍັງປະເທດ ສປ ຈີນ. ສະນັ້ນ, ຈຶ່ງເໝາະສົມໃຫ້ຜູ້ປະກອບການນຳໃຊ້ເສັ້ນທາງດັ່ງກ່າວຂົນສົ່ງສິນຄ້າຜ່ານນັບມື້ເພີ່ມຂຶ້ນ.

ສ່ວນແຜນການລາຍຮັບປີ 2020 ດ່ານພາສີຂົວມິດຕະພາບ III ຈໍານວນ 273,7 ຕື້ກີບ (ແຜນການດັດແກ້) ຜ່ານການຈັດຕັ້ງປະຕິບັດ 12 ເດືອນເກັບໄດ້ 283,6 ຕື້ກີບເທົ່າກັບ 103,61% ຂອງແຜນການ (ຄິດເປັນເງິນລື່ນແຜນ9,87 ຕື້ກີບ) ຖ້າທຽບໃສ່ໄລຍະດຽວຂອງປີ 2019 ປະຕິບັດໄດ້ 107,37%. ລາຍຮັບສ່ວນໃຫຍ່ໄດ້ຈາກນ້ຳມັນເຊື້ອໄຟ, ສິນຄ້ານຳເຂົ້າສົ່ງອອກ. ໃນນີ້, ກະທິງແດງ, ງົວ, ຄວາຍ, ໝູພັນ, ໝາກໄມ້ສົດ, ເຂົ້າສານ, ສິນຄ້ານຳເຂົ້າພາຍໃນ, ທຳນຽມພາຫະນະ, ເຮືອເຂົ້າ-ອອກດ່ານ, ທຳນຽມຜ່ານແດນສາກົນ, ທຳນຽມຄັງແຮ ແລະ ອື່ນໆ. ສໍາລັບຕົວເລກແຜນການປີ 2021 ຕາມແຜນການ 337,7 ຕື້ກີບ, ຖ້າທຽບໃສ່ແຜນດັດແກ້ເພີ່ມຂຶ້ນ 23,35% ຖ້າທຽບໃສ່ການປະຕິບັດໄດ້ 12 ເດືອນ 283,65 ຕື້ກີບເພີ່ມຂຶ້ນ 54,058 ຕື້ກີບ ຫຼື ເທົ່າກັບ 19,06%.

ສາເຫດທີ່ພາໃຫ້ເກັບລາຍຮັບເພີ່ມຂຶ້ນຄະນະດ່ານ, ພະນັກງານ-ເຈົ້າໜ້າທີ່ພາສີ, ໄດ້ສຸມໃສ່ການປະຕິບັດໜ້າວຽກງານຕາມກົດໝາຍກຳນົດໄວ້, ເຜີຍແຜ່ບັນດານິຕິກຳໃຫ້ພະນັກງານເປັນປົກກະຕິ, ປັບປຸງແບບແຜນການຊີ້ນຳ-ນໍາພາໃນແຕ່ລະໄລຍະ, ລົງໃກຊິດຕິດແທດກັບການຈັດຕັ້ງປະຕິບັດວຽກງານຈິງຂອງແຕ່ລະໜ່ວຍງານ, ຄຸ້ມຄອງການກວດກາ, ກວດການຕິດຕາມການປະຕິບັດວຽກງານວິຊາສະເພາະເປັນຕົ້ນ: ເພີ່ມທະວີວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມງວດ, ປະຕິບັດຕາມລະບຽບກົດໝາຍ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ໃຫ້ບໍລິການ ມີຄວາມສະດວກວ່ອງໄວ້.

ຄຽງຄູ່ກັນນີ້, ຍ້ອນການເອົາໃຈໃສ່ຂອງຄະນະນຳທຸກຂັ້ນລົງມາຊຸກຍູ້ຊີ້ນຳໆພາ, ສິ່ງສຳຄັນແມ່ນຄະນະດ່ານ,ໜ່ວຍງານຕະຫຼອດຮອດພະນັກງານໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານການຈັດຕັ້ງມອບໝາຍ, ຄະນະພັກຄະນະດ່ານໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍລົງໃກ້ຊິດຕິດແທດກັບແຕ່ລະໜ່ວຍງານ, ເອົາໃຈໃສ່ເຜີຍແຜ່ບັນດາກົດໝາຍເຊັ່ນ: ກົດໝາຍພາສີ, ກົດໝາຍສ່ວຍສາອາກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ, ກົດໝາຍອື່ໆທີ່ກ່ຽວກ່ຽວຂ້ອງ, ນິຕິກຳລຸ່ມກົດໝາຍ ແລະ ບັນດາລະບຽບການອື່ນໆ.

ພ້ອມດຽວກັນນີ້, ການປະສານສົມທົບກັບບັນດາໜ່ວຍງານຢູ່ພາຍໃນດ່ານດ້ວຍຄວາມຮັບຜິດຊອບສູງຂອງແຕ່ລະໜ່ວຍງານໃນການປະຕິບັດໜ້າທີ່ຕາມການຈັດຕັ້ງມອບໝາຍ ແລະ ຄວາມສາມະຄີ, ຈຶ່ງພ້ອມພາກັນຜ່ານຜ່າທຸກບັນຫາ ແລະ ສິ່ງສຳຄັນແມ່ນຖືຜົນປະໂຫຍດສ່ວນລວມເປັນບັນຫາສຳຄັນ.