ເມືອງວິລະບູລີ ສໍາເລັດການທະລຸເສັ້ນທາງອ້ອມຝາຍໃຫຍ່ຫ້ວຍກົງ ບ້ານໜອງກະແດ້ງ ໃນໄລຍະທີ 1 ເພື່ອສ້າງເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງເມືອງ

276

ໃນຕອນບ່າຍຂອງວັນທີ 4 ກຸມພາ 2021 ຜ່ານມານີ້ ຄະນະກໍາມະການກອງທຶນພັດທະນາທ້ອງຖິ່ນຂອງເມືອງ ວິລະບູລີ ໄດ້ລົງກວດກາໂຄງການທະລຸເສັ້ນທາງເພື່ອສ້າງທາງລົດຖີບອ້ອມຝາຍຫ້ວຍກົງ ສ້າງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງວິລະບູລີ ( ໄລຍະທີ 1 ) ໂດຍການເຂົ້າຮ່ວມຂອງ.

ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ວິລະບູລີ ແຂວງ ມີບັນດາທ່ານໃນຄະນະຄະນະກໍາມະການກວດກາຂັ້ັ້ນເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໃນນາມເຈົ້າຂອງໂຄງການ, ບໍລິສັດຜູ້ຮັບເໝົາ ແລະ ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດເຂົ້າຮ່ວມ.

ສໍາລັບໂຄງການທະລຸເສັ້ນທາງເພື່ອສ້າງທາງລົດຖີບອ້ອມຝາຍຫ້ວຍກົງ ສ້າງເປັນສະຖານທີ່ທ່ອງທ່ຽວທີ່ແຫ່ງໃໝ່ຂອງເມືອງ ວິລະບູລີ ຕັ້ງຢູ່ບ້ານໜອງກະແດ້ງ ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ( ໄລຍະທີ 1 ) ເຊິ່ງແມ່ນໂຄງການໜຶ່ງທີ່ນອນຢູ່ໃນໂຄງການຂອງປີ 2020 ທີ່ນໍາໃຊ້ງົບປະມານກອງທຶນພັດທະນາທ້ອງຖິ່ນເມືອງ ວິລະບູລີ ຂອງບໍລິສັດລ້ານຊ້າງມີເນໂຣນລິມິເຕັດ.

ໂຄງການທະລຸເສັ້ນທາງໄລຍະທີ 1 ນີ້ ມີຄວາມຍາວທັງໝົດ 3.500 ແມັດ, ກວ້າງ 5 ແມັດ, ໜ້າວຽກໃນຄັ້ງນີ້ປະກອບມີສໍາຫຼວດ ແລະ ວັດແທກທີ່ດິນ, ບຸກເບີກທະລຸແລວທາງ ແລະ ຕັດໜ້າດິນຈຸດພູທີ່ສູງ ລວມເປັນມູນຄ່າ 14 ພັນກວ່າໂດລາສະຫະລັດ ໂດຍແມ່ນບໍລິສັດ ມີຊັບກໍ່ສ້າງເຄຫາສະຖານຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ພາຍຫຼັງທີ່ໄດ້ສໍາເລັດໂຄງການໃນໄລຍະທີ່ 1 ນີ້ແລ້ວກໍ່ຈະໄດ້ສືບຕໍ່ໂຄງການໄລຍະຕໍ່ໄປ ຈົນກວ່າຈະສໍາເລັດຕາມແຜນການທີ່ວາງໄວ້, ທັງນີ້ກໍ່ເພື່ອເປັນການສ້າງໃຫ້ເປັນບ່ອນອອກກໍາລັງກາຍ, ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສໍາຄັນຂອງເມືອງ ວິລະບູລີ, ສາມາດດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວເມືອງວິລະບູລີ ຫຼາຍຂຶ້ນໃນອະນາຄົດ ເຮັດໃຫ້ເມືອງວິລະບູລີ ມີລາຍຮັບຈາກການທ່ອງທ່ຽວຫຼາຍຂຶ້ນກວ່າເກົ່າ.

ໃນໂອກາດນີ້ທ່ານເຈົ້າເມືອງວິລະບູລີ ກໍ່ຊີ້ນໍາໃຫ້ທາງເຈົ້າຂອງໂຄງການສົບທົບກັບບໍລິສັດຜູ້ຮັບເໝົາ ໃຫ້ສືບຕໍ່ສໍາຫຼວດເກັບກໍາຂໍ້ມູນໃຫ້ລະອຽດຕື່ມ ໃນຈຸດທີ່ຈະໃສ່ທໍ່ ແລະ ສ້າງຂົວໃສ່ ເພື່ອໃຫ້ຖືກຕ້ອງຕາມມາດຖານເຕັກນິກ,​ຮັບປະກັນຄຸນນະພາບ,​ມີຄວາມທົນທານ ແລະ ຍືນຍົງທີ່ສຸດ.