ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອທັງ 4ຄົນ ຍັງນອນປິ່ນປົວຢູ່ໂຮງໝໍຕິດຕາມອາການຕໍ່

147

ຄະນະສະເພາະກິດຖະແຫຼງ ວັນທີ 5 ກຸມພາ 2021 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຍອດສະສົມຜູ້ຕິດເຊື້ອທັງໝົດຢູ່ທີ່ 45ຄົນ ໃນນີ້ ປິ່ນປົວຫານດີແລ້ວ 41 ຄົນ ແລະ ຍັງສືບຕໍ່ຕິດຕາມອາການປິ່ນປົວຢູ່ໂຮງມໍ່ຕໍ່ 4ຄົນ ເຊິ່ງທຸກແມ່ນສູຂະພາບແຂງແຮງດີ ບໍ່ມີອາການສົນຫຍັງ. ພ້ອມຮຽກຮ້ອງທຸກຄົນໃນສັງຄົມ ໃນໄລຍະງານບຸນປີໃໝ່ຂອງຊາວຈີນ/ຫວຽດນາມ ເຊິ່ງອາດຈະມີການເຄື່ອນຍ້າຍຂອງຊາວຕ່າງດ້າວ ເຂົ້າ-ອອກປະເທດຂອງພວກເຮົາຕາມຊ່ອງທາງຕ່າງໆ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ທົ່ວສັງຄົມລາວ ຈົ່ງມີສະຕິ ເປັນເຈົ້າການຮັບຜິດຊອບ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ທີ່ຄະນະສະເພາະ ກິດ ກໍ່ຄື ແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີວາງ ອອກຢ່າງເຂັ້ມງວດ.

ໃນວັນທີ 5 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ປະເທດລາວເຮົາ ນັບແຕ່ເລີ່ມມີການລະບາດຂອງ ພະຍາດໂຄວິດ-19 ມາຮອດປະຈຸບັນ ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວ ທັງໝົດ 45 ຄົນ; ບໍ່ມີຜູ້ເສຍຊີວິດ; ໃນຈຳນວນຜູ້ຕິດເຊື້ອ ໄດ້ຮັບການປີ່ນປົວຫາຍດີ 41 ຄົນ; ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 04 ຄົນ ເຊິ່ງມີສຸຂະພາບແຂງແຮງດີ , ບໍ່ມີອາການສົນຫຍັງ.

ເຊິ່ງຜູ້ຕິດເຊື້ອທີ່ຍັງປິ່ນປົວຢູ່ໂຮງໝໍນັ້ນ ມີ2 ຄົນຕິດຕາມປິ່ນປົວ ທີ່ແຂວງຈຳປາສັກ ກໍ່ຄືຜູ້ຕິດເຊື້ອ ອັນດັບ 42 ແລະ 45; ສ່ວນຜູ້ຕິດເຊື້ອ ອັນດັບ 43 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫຼວງນໍ້າທາ ແລະ ຜູ້ຕິດເຊື້ອ ອັນດັບ 44 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫຼວງວຽຈັນ.

ພາບປະກອບຂ່າວເທົ່ານັ້ນ

ທັ້ງນີ້, ໃນວັນທີ 4 ກຸມພາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.694 ຄົນ, ເຊິ່ງທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງທຸກໆຄົນມາກວດ ຊອກຫາເຊື້ອໂຄວີດ-19 ເຊິ່ງຜົນກວດວິເຄາະໃນມື້ ວານນີ້ແມ່ນໃຫ້ຜົນ (-) ທັງໝົດ , ໝາຍຄວາມວ່າ ວັນທີ 4 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່. ຫຼັງຈາກວດຕົວຢ່າງແລ້ວ ກໍ່ໄດ້ນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ຈຶ່ງໃຫ້ອອກໄປເຄື່ອນໄຫວ ປົກກະຕິໄດ້ ແລະ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.661 ຄົນ.

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ໃນສະພາບປັດຈຸບັນເຫັນວ່າ ບັນດາປະເທດທີ່ໃກ້ຄຽງກັບ ສປປລາວ ແມ່ນມີການລະ ບາດຂອງພະຍາດຮອບໃໝ່ ແລະ ຍັງມີການລາຍງານຕົວເລກຜູ້ຕິດເຊື້ອໃໝ່ເພີ້ມຂຶ້ນ ໃນແຕ່ລະມື້, ພ້ອມດຽວກັນ ໃນສປປລາວເຮົາ ກໍຍັງມີກຸ່ມຄົນຈຳນວນນຶ່ງ ທີ່ມີຄວາມຈຳເປັນເດີນທາງເຂົ້າມາ ໃນແຕ່ລະໄລຍະ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກີດ, ຈາກສະພາບດັ່ງກ່າວແມ່ນ ຖືວ່າປະເທດເຮົາແມ່ນມີຄວາມສ່ຽງສູງ ທີ່ອາດຈະມີການນຳເຊື້ອພະຍາດຈາກໂຄວິດ-19 ເຂົ້າມາ ແຜ່ລະບາດໃນປະເທດ .

ດັ່ງນັ້ນ, ຈຶ່ງຂໍການຮ່ວມມືຈາກບັນດາທ່ານທີ່ໄດ້ຮັບອະນຸຍາດ ເຂົ້າມາ ສປປລາວ ແລະ ຜູ້ທີ່ກຳລັງຢູ່ໃນສະຖານທີ່ຈຳ ກັດ ບໍລິເວນໃນຂອບເຂດທົ່ວປະເທດ ພ້ອມທັງຍາດຕິພີ່ນ້ອງຂອງກຸ່ມຄົນດັ່ງກ່າວ ຈົ່ງໄດ້ເຂົ້າໃຈ ແລະ ປະຕິບັດມາດຕະການ ຕາມຄຳແນະນຳ ຂອງຄະນະສະເພາະກິດ ຢ່າງ ຖືກຕ້ອງ ແລະ ເຂັ້ມງວດ ເພື່ອຮັບປະກັນໃຫ້ທຸກຄົນທີ່ເດີນທາງເຂົ້າມາ ໄດ້ຮັບການເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ໂຄວີດ-19 ແລະ ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຕາມມາດຕະການກຳນົດໄວ້.

ພ້ອມນີ້ກໍ່ຂໍໃຫ້ບັນດາທ່ານ ພໍ່ແມ່, ພີ່ນ້ອງ, ປະຊາຊົນບັນດາເຜົ່າ, ແລະ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ພ້ອມໃຈກັນຍົກສູງສະຕິ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ມາດຕະການຂອງຄະນະສະເພາະກິດວາງອອກ ແລະ ຄຳແນະນຳຂອງບັນດາຂະແໜງການທີ່ກ່ຽວຂ້ອງ ວາງອອກຢ່າງເຂັ້ມງວດ; ໂດຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ແລະ ເຮັດເປັນປະຈຳ ໃຫ້ເປັນຄວາມຊີນເຄີຍ ໃນການດຳລົງຊີວິດປະຈຳວັນ ເຊັ່ນວ່າ: ການໃສ່ຜ້າອັດ ປາກ-ດັງໃນເວລາອອກໄປບ່ອນທີ່ມີຊຸມຊົນຫຼາຍຄົນ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ປະຕິບັດມາດຕະການຮັກສາໄລຍະະຫ່າງໃນສັງຄົມ ໂດຍການຮັກສາໄລຍະ 1-2 ແມັດຂຶ້ນໄປ, ຖ້າບໍ່ຈຳເປັນ ແມ່ນຫຼີກລ້ຽງການໄປສະຖານທີ່ມີຄົນແອອັດຫຼາຍ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ໂຄວິດ-19.

ເບິ່ງຄລິບຖະແຫຼງຂ່າວໄດ້ລຸ່ມນີ້

ນອກຈາກນີ້, ໃນອາທິດຕໍ່ໄປນີ້ ແມ່ນເປັນຈະເປັນງານບຸນປີໃໝ່ຂອງຊາວຈີນ/ຫວຽດນາມ ເຊິ່ງອາດຈະມີການເຄື່ອນຍ້າຍຂອງຊາວຕ່າງດ້າວ ເຂົ້າ-ອອກປະເທດຂອງພວກເຮົາຕາມຊ່ອງທາງຕ່າງໆ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ທົ່ວສັງຄົມລາວ ຈົ່ງມີສະຕິ ເປັນເຈົ້າການຮັບຜິດຊອບ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການ ທີ່ຄະນະສະເພາະ ກິດ ກໍ່ຄື ແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີວາງ ອອກຢ່າງເຂັ້ມງວດ.