ສຶກສາດີປູກຜັກເຊເລີຣີສາມາດສ້າງລາຍຮັບໄດ້

157

ໃນການເຮັດກະສິກຳປູກພືດຊະນິດຕ່າງໆອາດມີວິທີທີ່ແຕກຕ່າງກັນໃນຫຼາຍພື້ນທີ່ ສຳລັບການເບິ່ງແຍງບົວລະບັດຮັກສາ ເພື່ອເຮັດໃຫ້ພືດມີຄວາມຈະເລີນງອກງາມ ສາມາດສ້າງລາຍຮັບເສີມກ້າວສູ່ລາຍຮັບຫຼັກໄດ້ ແຕ່ຖ້າເຮົາຕັ້ງໃຈສຶກສາໃຫ້ດີປູກພືດຜັກພຽງບາງຊະນິດ ກໍມີຄວາມເປັນໄປໄດ້ທີ່ຈະສ້າງເປັນອາຊີບໄດ້ເລີຍ. ມື້ນີ້ເຮົາມາເບິ່ງການປູກຜັກເຊເລີຣີຂາຍ ຂອງແມ່ເກິ່ງ ເພິ່ນເຮັດແນວໃດປູກໄດ້ຂາຍດີແທ້.

ແມ່ເກິ່ງ ບ້ານສະຫວາດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບວິທີການປູກຜັກເຊເລີຣີ ວ່າ: ທຳອິດເຮົາກໍໄຖເປັນແປງເປັນໝານ ພວນດິນໃຫ້ດີແລ້ວປະໄວ້ປະມານ 2 -3 ຊົ່ວໂມງ ແລ້ວຫວ່ານເມັດຜັກເຊເລີຣີລົງ, ຫຼັງຈາກນັ້ນກໍເອົາຂີ້ແກບປົກລົງໃສ່ໜານທີ່ເຮົາຫວ່ານແກ່ນຜັກເຊເລີຣີລົງ ເຮົາສະເລ່ຍໄດ້ວ່າສອງປ໋ອງສາມາດຫວ່ານໄດ້ປະມານສອງໜານ ຖ້າໃນກໍລະນີເປັນໜານທີ່ຍາວ ແລະ ເຮົາກໍຫົດນ້ຳເຊົ້າ – ແລງ.

อาจเป็นรูปภาพของ กลางแจ้ง

ຫຼັງຈາກນັ້ນປະມານທິດປາຍເຮົາກໍຈະສັງເກດເບິ່ງວ່າເມັດພືດເຮົາເລີ່ມແຕກງອກອອກແລ້ວ ປະມານສອງທິດເຮົາກໍຈະເລີ່ມເຫັນຕົ້ນພືດເລີ່ມປົ່ງ. ຈາກນັ້ນ, ຫວ່ານປຸ໋ຍຊີວະພາບເພື່ອໃຫ້ຕົ້ນພືດຂອງເຮົາແຂງແຮງ ແລະ ເຕີບໃຫຍ່ໄວຂຶ້ນ. ແຕ່ໃນການປູກຜັກເຊເລີຣີນີ້ຈະແຕກຕ່າງຈາກພືດຊະນິດອື່ນ ເພາະເປັນຜັກທີ່ບໍ່ໄດ້ມີສານເຄມີ, ອາດມີກິ່ນຂິວເລັກໜ້ອຍເຮັດໃຫ້ສັດຕູພືດບໍ່ມັກມາກັດກິນຫຼາຍ. ຫຼັງຈາກນັ້ນ, ເຮົາກໍນຳເອົາຝຸ່ນ ຫຼື ປຸ໋ຍຊີວະພາບມາຫົດໃສ່ເພື່ອໃຫ້ຜັກມີຄວາມງົດງາມ ແລະ ໃຫ້ໄດ້ຮັບຜົນດີ.

อาจเป็นรูปภาพของ 1 คน และกลางแจ้ง

ແມ່ເກິ່ງ ຍັງໃຫ້ຮູ້ຕື່ມອີກວ່າ: ໃນການບົວລະບັດຮັກສາໃນການປູກນີ້ແມ່ນບໍ່ມີຄວາມຫຍຸ້ງຍາກຫຼາຍປານໃດ ເພາະວ່າແມງໄມ້ຊະນິດອື່ນໆບໍ່ມາກັດມາກິນ, ແຕ່ກໍລະນີເປັນຜັກກາດ ຫຼື ຜັກຊະນິດອື່ນໆແມ່ນມີທັງໝັດ ຫຼື ເພ້ຍຈະເຂົ້າເຕັມເລີຍ ຕ້ອງຫາວິທີກຳຈັດມັນຢ່າງຕໍ່ເນື່ອງຈຶ່ງຈະໄດ້ຮັບຜົນຜະລິດ.

อาจเป็นรูปภาพของ กลางแจ้ง

ສຳລັບການຫົດນ້ຳເພື່ອບົວລະບັດ ບໍ່ມີຫຍັງຫຼາຍພຽງຫົດເປັນປະຈຳເຊົ້າ – ແລງ ເພື່ອໃຫ້ຜັກມີຄວາມຊຸ່ມຊື່ນສະໝ່ຳສະເໝີກໍພໍຖ້າເຮົາຫົດນ້ຳ, ໃສ່ຝຸ່ນ, ໃສ່ປຸ໋ຍ ແລະ ຫຼົກຫຍ້າ ເມື່ອຕົ້ນຜັກເຊເລີຣີໃຫຍ່ສົມບູນປະມານເດືອນເຄິ່ງ ແມ່ນສາມາດເກັບກູ້ຜົນຜະລິດອອກຂາຍໄດ້ເລີຍ.

อาจเป็นรูปภาพของ อาหาร

ນີ້ເປັນວິທີປູກຜັກເຊເລີຣີພື້ນຖານໃຫ້ຜູ້ທີ່ກຳລັງຢາກປູກຜັກໄດ້ນຳໄປເປັນຕົ້ນທຶນຄວາມຮູ້ ລອງຜິດລອງຖືກໄປນຳກັນວັນຂ້າງໜ້າເຊື່ອວ່າຕ້ອງໄດ້ຄຳຕອບ ແລະ ວິທີການທີ່ໜ້າພໍໃຈແນ່ນອນ.