ກະຊວງ ອຄ ເຜີຍແຜ່ເອກະສານວຽກງານການກະກຽມເລືອກຕັ້ງ

133

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວຽກງານການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ( ສສຂ ) ຊຸດທີ II ຂຶ້ນໃນວັນທີ 3 ກຸມພາ 2021 ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ມີ ທ່ານ ສິລິສຳພັນ ວໍຣະຈິດ ຄະນະປະຈຳພັກກະຊວງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ບັນດາສະຫາຍ ຄະນະບໍລິຫານງານພັກກະຊວງ, ຫ້ອງການ, ຫົວໜ້າ – ຮອງຫົວໜ້າກົມ, ຄະນະພັກ – ຄະນະນຳລັດວິສາຫະກິດ, ບໍລິສັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ພ້ອມດ້ວຍພະນັກງານທົ່ວກະຊວງ ອຄ ເຂົ້າຮ່ວມ.

อาจเป็นรูปภาพของ 2 คน, ผู้คนกำลังนั่ง และผู้คนกำลังยืน

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຮັດໃຫ້ການກະກຽມເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ເປັນບັ້ນສຶກສາອົບຮົມການເມືອງ – ແນວຄິດຕິດພັນກັບຂະບວນການຕ່າງໆຂອງຂະແໜງການຕົນ ເພື່ອຮັບປະກັນເລືອກເຟັ້ນໃຫ້ໄດ້ ສສຊ ແລະ ສສຂ ທີ່ມີເງື່ອນໄຂມາດຕະຖານຄົບຖ້ວນ ແລະ ໂຄງປະກອບຕ່າງໆທີ່ເໝາະສົມທີ່ເປັນຕົວແທນຂອງທົ່ວປວງຊົນລາວທັງຊາດເຂົ້າໃນສະພາ ແລະ ເພື່ອສຶກສາອົບຮົມຍົກລະດັບຄວາມຕື່ນຕົວທາງການເມືອງ, ຄວາມຮັບຮູ້ທີ່ເປັນເອກະພາບຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ເພີ່ມທະວີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງ ທົ່ວກະຊວງ ອຄ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໃນກອງປະຊຸມດັ່ງກ່າວໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 118/ກມສພ ລົງວັນ 7 ກັນຍາ 2020 ວ່າດ້ວຍການເພີ່ມທະວີການຊີ້ນຳ – ນຳພາຂອງຄະນະພັກຕໍ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ເພື່ອເຮັດໃຫ້ສະມາຊິກ ກໍຄືພະນັກງານກະຊວງ ອຄ ເຂົ້າໃຈ ແລະ ສາມາດນຳເອົາເນື້ອໃນດັ່ງກ່າວໄປເຜີຍແຜ່ຕໍ່ໃຫ້ບັນດາສະມາຊິກຢູ່ໃນຄອບຄົວ ກໍຄືຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ທີ່ມີສິດເລືອກຕັ້ງໄດ້ເຂົ້າໃຈ ແລະ ນຳໃຊ້ສິດຂອງຕົນໄປເລືອກຕັ້ງ.