ສຸກພະໄຊ ຝຶກຊ້ອມ-ຮຽນຕໍ່ເອົາໃບປະກາດຄູ ທີ່ປະເທດຍີ່ປຸ່ນ ຝັນໃກ້ເປັນຈິງລຸ້ນຮ່ວມ ໂຕກຽວ ເກມ

361

ໃກ້ເປັນຄວາມຈິງສໍາລັບ ສຸກພະໄຊ ສິດທິສານ ນັກກີລາຢູໂດລາວ ທີ່ສຶກສາ ແລະ ຝຶກຊ້ອມກີລາຢູໂດ ຄວບຄູ່ກັນເປັນໄລຍະ 4 ປີທີ່ຜ່ານມາ ຫຼ້າສຸດລາວເປີດເຜີຍວ່າ: ຖ້າຫາກງານແຂ່ງຂັນກີລາ ໂອແລມປິກ 2020 ທີ່ປະເທດຍີ່ປຸ່ນ ຫຼື ໂຕກຽວ ເກມ ທີ່ເລື່ອນມາປີ 2021 ກໍຈະໄດ້ເຂົ້າຮ່ວມໃນຖານະຕົວແທນນັກກີລາທີມຊາດລາວ.

ກ່ອນໜ້ານີ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ປະກາດຂ່າວດີວ່າ: ໃນ 4 ປີທີ່ຜ່ານມາ ( 2017-2020 ) ນັກກີລາລາວ ທີ່ໄດ້ຮັບການຊ່ວຍທຶນຝຶກແອບ ຈາກຄະນະກໍາມະການ ໂອແລມປິກສາກົນ ມີຈໍານວນ 5 ຄົນປະກອບມີ: ທ້າວ ອານຸສອນ ໄຊສາ ນັກກີລາແລ່ນ, ນາງ ສີລິນາ ພະອາໄພ ນັກກີລາແລ່ນ, ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນ້ຳ, ນາງ ສີລິອາລຸນ ບຸດຈະເລີນ ນັກກີລາລອຍນໍ້າ ແລະ ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂດ ເຊິ່ງນັກກີລາຈໍານວນນີ້ແມ່ນເຄີຍມີປະສົບການໃນການໄປແຂ່ງຂັນ ໂອແລມປິກເກມ ທີ່ຜ່ານມາ ແລະ ກໍຢູ່ໃນເປົ້າໝາຍຂອງ ສປປ ລາວ ໃນການສົ່ງເຂົ້າໄປຮ່ວມແຂ່ງຂັນ ໂອແລມປິກເກມ 2020 ທີ່ປະເທດຍີ່ປຸ່ນ ທີ່ເລື່ອນມາຈັດໃສ່ໃນປີ 2021 ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19.

ຫຼ້າສຸດທາງທີມ ຂ່າວເສດຖະກິດ-ການຄ້າ ໄດ້ຕິດຕໍ່ຫາ ສຸກພະໄຊ ສິດທິສານ ທີ່ຢູ່ໃນປະເທດຍີ່ປຸ່ນ ໂດຍລາວເປີດເຜີຍວ່າ: ສໍາລັບນ້ອງແມ່ນໄປສຶກສາ ແລະ ຝຶກຊ້ອມກີລາຢູໂດ ຢູ່ທີ່ມະຫາວິທະຍາໄລເທັນລິ ປະເທດຍີ່ປຸ່ນ ສາຂາພາສາຍີ່ປຸ່ນ ແລະ ວັດທະນະທໍາ ເປັນໄລຍະ 4 ປີເຊິ່ງຈົບໃນປີ 2020 ແລະ ປີນີ້ 2021 ນ້ອງໄດ້ຮຽນຕໍ່ເອົາໃບປະກາດຄູສອນພາສາຍີ່ປຸ່ນ ເປັນເວລາອີກ 2 ປີ, ສ່ວນເປົ້າໝາຍຂອງນ້ອງໃນວົງການກີລາຢູໂດ ກໍຕັ້ຫວັງລົງແຂ່ງຂັນໃນ ໂອແລມປິກ ເກມ ທີ່ປະເທດຍີ່ປຸ່ນ ໃນປີ 2020 ແຕ່ເນື່ອງຈາກ ໂຄວິດ-19 ເຮັດໃຫ້ເລື່ອນມາຈັດໃສ່ປີ 2021.

ສຸກພະໄຊ ກ່າວອີກວ່າ: ສໍາລັບປະສົບການໃນໂອແລມປິກ ນ້ອງກໍເຄີຍໄປຮ່ວມແຂ່ງຂັນໃນ ໂອແລມປິກ 2016 ທີ່ປະເທດບຣາຊິນ ເຊິ່ງຕອນນັ້ນແມ່ນຍັງບໍ່ມີຄວາມພ້ອມ ເພາະເປົ້າໝາຍຂອງນ້ອງຄື ໂອແລມປິກ 2020 ແຕ່ໂອແລມປິກ 2016 ກໍໄດ້ສອນໃຫ້ນ້ອງຮຽນຮູ້ຫຼາຍໆຢ່າງ ໂດຍສະເພາະແມ່ນເລື່ອງການກຽມພ້ອມ ແລະ ຝຶກຊ້ອມຢ່າງຍາວນານ ເພື່ອໄປສູ້ກັບນັກກີລາຕ່າງປະເທດໃນລາຍການໃຫຍ່ໆລະດັບຢ່າງ ໂອແລມປິກ.
ຢ່າງໃດກໍຕາມ ໄລຍະ 4 ປີທີ່ຜ່ານມານ້ອງກໍໄດ້ມີເວລາຝຶກຊ້ອມ ແລະ ທົດສອບກັບນັກກີລາທີ່ມີປະສົບການຫຼາຍຄົນ ໂດຍປັດຈຸບັນນ້ອງກໍຝຶກຊ້ອມກັບ ທີມມະຫາວິທະຍາໄລ ໃນຕອນເຊົ້າ, ສ່ວນຕອນແລງແມ່ນຈັດຕາຕະລາງຊ້ອມເອງ.

ສໍາລັບ ສຸກພະໄຊ ເກີດວັນທີ 1 ພຶດສະພາ 1996 ທີ່ບ້ານສະພານໃຕ້ ແຂວງສະຫວັນນະເຂດ ເລີ່ມຫຼິ້ນກີລາຢູໂດແຕ່ປີ 2008 ໂດຍຜົນງານໂດດເດັ່ນທີ່ສຸດຄືຍາດໄດ້ອັນດັບທີ 5 ໃນລາຍການ Asian Judo Kata Championships Hongkong 2018 ທີ່ຮົງກົງ ເຊິ່ງມີ 10 ປະເທດເຂົ້າຮ່ວມ. ນອກນັ້ນ, ສຸກພະໄຊ ຍັງເປັນນັກກີລາຢູໂດລາວ ຄົນທໍາອິດທີ່ຊະນະໃນການແຂ່ງຂັນຢູໂດຊີງແຊັມໂລກປະຈຳປີ 2019 ( WORLD JUDO CHAMPIONSHIPS SENIOR 2019 ) ທີ່ປະເທດຍີ່ປຸ່ນ ດ້ວຍການເອົາຊະນະ Alexandre Dibartolo ນັກກີລາຈາກປະເທດການາດາ ກ່ອນຕົກຮອບ 64 ຄົນສຸດທ້າຍ.
ຂ່າວ: ຄໍາສອນ; ຮູບຈາກ: ສະຫະພັນຢູໂດນາໆຊາດ