ລັດຖະບານຍີ່ປຸ່ນມອບພາຫະນະ ແລະ ອຸປະກອນພາກສະໜາມ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ

130

ໃນວັນທີ 3 ກຸມພາ 2021, ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາ​ຊະທູດຍີ່ປຸ່ນປະຈໍາລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານຍີ່ປຸ່ນມອບພາຫະນະ ແລະ ອຸປະກອນພາກສະໜາມ ໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ(ຄກລ) ເຊິ່ງຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເປັນກຽດກ່າວຮັບໂດຍທ່ານ ປະເດີມພອນ ສົນທານີຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.


ພິທີມອບ-ຮັບໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ ສູນຝຶກອົບຮົມຄກລ ບ້ານອີ່ໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ສະຖານທູດຍິ່ປຸ່ນ ປະຈໍາ ສປປ ລາວ, ອົງການໄຈກາ, ຫ້ອງການຄຊກລ ແລະ ພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດເຂົ້າຮ່ວມ.


ການຊ່ວຍເຫຼືອ ຈາກ ລັດຖະບານຍີ່ປຸ່ນ ໃນຄັ້ງນີ້ ປະກອບມີ: ລົດ Toyota Land Cruiser ຈໍານວນ 10 ຄັນ, ເຄື່ອງກວດລະເບີດຈໍານວນ 90 ເຄື່ອງ ແລະ ອຸປະກອນຮັບໃຊ້ພາກສະໜາມອື່ນໆ ເພື່ອສະໜັບສະໜູນການປະຕິບັດງານຂອງຄກລ ຢູ່ 3 ແຂວງ ຄື: ຈໍາປາສັກ, ສາລະວັນ ແລະ ເຊກອງ ພາຍໃຕ້ໂຄງການເລັ່ງລັດວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ຂົງເຂດພາກໃຕ້ຂອງ ສປປ ລາວ (ສົກປີ 2018)  ເຊິ່ງມີມູນຄ່າໂຄງການທັງໝົດຈໍານວນ 900 ລ້ານເຢັນ (ປະມານເທົ່າກັບ 8,5 ລ້ານໂດລາສະຫະລັດ).

ການຊ່ວຍເຫຼືອດັ່ງກ່າວຈະຊ່ວຍໃຫ້ໂຄງການເກັບກູ້ລະເບີດສາມາດດຳເນີນວຽກງານເກັບກູ້ລະເບີດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ແລະ ໄວຂຶ້ນກວ່າເກົ່າແນໃສ່ບັນລຸເປົ້າໝາຍຕ່າງໆຂອງລັດຖະບານ ແລະ ສົນທິສັນຍາສາກົນທີ່ໄດ້ນຳໄວ້.


ນັບແຕ່ປີ 1998 ເປັນຕົ້ນມາຄກລໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນປະມານ 4 ຕື້ເຢນ ຫຼື ປະມານເທົ່າກັບ 40 ລ້ານ ໂດລາສະຫະລັດ. ທຶນຊ່ວຍເຫຼືອດັ່ງກ່າວປະກອບມີ: ເງິນເດືອນຂອງພະນັກງານ, ຄ່າປະຕິບັດງານ, ພາຫະນະ, ກົນຈັກໜັກ, ອຸປະກອນ, ຕຶກ-ອາຄານ, ຫໍພັກ, ການພັດທະນາບຸກຄະລາກອນ, ສິ່ງອໍານວຍຄວາມສະດວກຕ່າງໆ ແລະ ອື່ນໆ ເພື່ອນໍາໃຊ້ເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ ລາວ. ເວົ້າລວມແລ້ວການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນແມ່ນໄດ້ປະກອບສ່ວນເຂົ້າໃນຈຸດປະສົງຫຼັກຂອງຄກລຄື: ຫຼຸດຜ່ອນຈຳນວນອຸປະຕິເຫດທີ່ເກີດຈາກລະເບີດບໍ່ທັນແຕກ ໃນພື້ນທີ່ໆມີຜົນກະທົບ ແລະ ຂະຫຍາຍເນື້ອທີ່ການທຳການຜະລິດກະສິກຳ ແລະ ເນື້ອທີ່ການພັດທະນາອື່ນໆ.

ການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ບໍ່ພຽງແຕ່ເປັນການຊ່ວຍເຫຼືອໃຫ້ສະເພາະແຕ່ວຽກງານເກັບກູ້ລະເບີດເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ທັງເປັນການສະໜັບສະໜູນຊຸກຍູ້ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ ກໍຄືບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ.

ທີ່ມາ:ສະຖານທູດຍີ່ປຸ່ນປະຈໍາ ສປປລາວ