ມາຮູ້ຈັກ ລ້ອມດາວ ສ້ອຍທອງດີ ນາງສາວທັນສະໄຫມ ແລະ ນາງສາວຜົມງາມ ຈາກເວທີນາງສາວລາວ

517

ລ້ອມດາວ ສ້ອຍທອງດີ ຫຼື ດາວ ອາຍຸ 24 ປີ ຜູ້ຄວ້າລາງວັນ ນາງສາວທັນສະໄຫມ ແລະ ນາງສາວຜົມງາມ ຈາກເວທີ ນາງສາວລາວ ທີ່ບອກເລີຍວ່າມີຫຼາຍຄົນເຊຍ ແລະ ຕິດຕາມຢູ້ໃນລະດັບທ໋ອບໆຂອງນາງສາວທີ່ເຂົ້າປະກວດເລີຍ.


ລ້ອມດາວໄດ້ໃຫ້ສຳພາດວ່າ ຫຼັງຈາກທີ່ປະກວດ ແລະ ໄດ້ລາງວັນທັງ 2 ລາງວັນ ກໍຮູ້ສຶກດີໃຈ ເພາະເວທີນາງສາວລາວ ເຮັດໃຫ້ຕົນໄດ້ມິດຕະພາບທີ່ດີ, ໄດ້ຮຽນຮູ້ ແລະ ປະສົບການໃໝ່ໆ.

ປັດຈຸບັນ ດາວ ຈົບກາສຶກສາຈາກ ມະຫາວິທະຍາໄລແຫ່ງຊາດລາວ ຄະນະອັກສອນສາດ ສາຂາພາສາອັງກິດ ປະຈຸບັນກຳລັງສຶກສາຢູ່ ສະຖາບັນທະນາຄານ ສາຂາທະນາຄານ ປີ5.


ຕອນນີ້ຢູ່ບ້ານ ທ່າງ່ອນ ເມືອງໄຊທານີ ແຂວງນະຄອນຫລວງ (ມີບ້ານແມ່ຢູ່ ເມືອງທຸລະຄົມ ແຂວງວຽງຈັນ ເລີຍໃສ່ຕົວແທນແຂວງວຽງຈັນ.


ຜ່ານມາເຄີຍປະກວດເວທີ Miss Beauty Power Laos 2019 ໄດ້ຕຳແຫນ່ງນາງງາມຜິວງາມ, ປັດຈຸບັນກໍຮັບຖ່າຍແບບ, ຮີວິວຕ່າງໆ ສ່ວນໂຕນ້ອງເອງເວົ້າໄດ້ 3 ພາສາຄື ອັງກິດ ລາວ ແລະ ພາສາມົ້ງ.


ຖາມວ່າລາງວັນນາງສາວທັນສະໄໝທີ່ໄດ້ມາເປັນແນວໃດ ສ່ວນໂຕດາວເອງເປັນຄົນມັກແຕ່ງໂຕແນວໜ້າຮັກໆທີ່ເຂົ້າກັບໂຕເອງ, ເປັນຄົນຫວານໆ (ອັນນີ້ໃຜກໍເວົ້າ ຍິ້ມ…), ເລື່ອງນຳແຟຊັ້ນກໍບໍ່ໄດ້ນຳໃດ໋ ພຽງແຕ່ຮູ້ວ່າໄປໃສຄວນຈະໃສແບບໃດໃຫ້ເໝາະສົມເທົ່ານັ້ນ ແລະ ເລື່ອງອື່ນໆກ່ຽວກັບເທຣນຕ່າງໆ, ເທັກໂນໂລຢີ້ ດາວເຊື່ອວ່າທຸກຄົນແມ່ນຕ້ອງໄດ້ຮຽນຮູ້ໃຫ້ທັນໂລກ ທັນຍຸກສະໄໝໄວ້ແນ່ນອນ ເພື່ອເປັນຜົນດີກັບການໃຊ້ຊີວິດ.


ການຮັກສາຜິວຜັນ, ເສັ້ນຜົມ ນ້ອງເອງ ກິນສິ່ງທີ່ມີປະໂຫຍດ, ໃຊ້ຜະລິດຕະພັນທີ່ດີທີ່ເໝາະກັບສະພາບຜິວ ແລະຜົມ, ກິນນ້ຳຫຼາຍໆ, ອອກກຳລັງກາຍ, ພັກຜ່ອນໃຫ້ພຽງພໍ


ສຸດທ້າຍນີ້ ຂໍຝາກທຸກໆຄົນຊ່ວຍຕິດຕາມ ດາວ ລ້ອມດາວ ສ້ອຍທອງດີ ທາງເຟດບຸກ Lormdao Dao

 


ຂ່າວ: ເມລີ ຈາກ: Lormdao Dao