ແຕ່ງຕັ້ງ ທ່ານ ບຸນເຮືອງ ປ້ານສາຍຄຳ ຂຶ້ນເປັນຮອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ

277

ພິທີປະກາດແຕ່ງຕັ້ງເພີ່ມ ຮອງຫົວໜ້າ ພະແນກແຜນການ ແລະ ການລົງທຶນແຂວງ ບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2021 ໂດຍການເຂົ້າຮ່ວມຂອງທ່ານ ເຄືອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ຈອມແພງ ວິໄລສານ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ລົງທຶນ ແຂວງບໍ່ແກ້ວ,ມີຫົວໜ້າຮອງຫົວໜ້າພະແນກການ ແຂກຖືກເຊີນ ຕະຫຼອດຮອດພະນັກງານ ລັດຖະກອນ ເຂົ້າຮ່ວມ.


ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ເລກທີ 06 ລົງວັນທີ 22 ມັງກອນ 2021 ວ່າດ້ວຍການແຕ່ງ ຕັ້ງຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ ເຈົ້າແຂວງບໍ່ແກ້ວ ຕົກລົງມາດຕາ 1 ເຫັນດີແຕ່ງຕັ້ງ ທ່ານ ບຸນເຮືອງ ປ້ານສາຍຄຳ ຫົວໜ້າຂະແໜງປະມີນຜົນ ຂຶ້ນເປັນຮອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍ່ແກ້ວ ຈາກນັ້ນ ທ່ານ ສີສຸກ ຄູນວິທອງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ.

ຜ່ານໄດ້ຜ່ານຂໍ້ຕົກລົງ ຂອງທ່ານ ເຈົ້້າແຂວງບໍ່ແກ້ວ ເລກທີ 59 ລົງວັນທີ 22 ມັງກອນ 2021 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜງບໍລິຫານ ເຈົ້າແຂວງບໍ່ແກ້ວ ຕົກລົງມາດຕາ 1 ເຫັນດີແຕ່ງຕັ້ງ ທ່ານ ແສງທະວີ ພິມມະສອນ ວ່າການຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ຂຶ້ນເປັນຫົວໜ້າຂະແໜງບໍລິຫານ ແລະ ຈັ້ງຕັ້ງພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ, ຄະນະຈັດຕັ້ງແຂວງ, ການຈັດຕັ້ງພັກ – ລັດທີ່ກ່ຽວຂ້ອງທຸກຂັ້ນ ພ້ອມທ່ານທີ່ຖືກແຕ່ງຕັ້ງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.


ທ່ານ ເຄືອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ແຂວງບໍ່ແກ້ວ ໄດ້ມີຄຳເຫັນຮຽກຮ້ອງໃຫ້ຄະນະພັກ ຈົ່ງເພິ້ມທີວີສູ້ຊົນປະຕິບັດບັນດາແຜນ ການທີ່ສະພາຮັບຮອງໂດຍການລົງຊຸກຍູ້, ຕິດຕາມ, ກວດກາບັນດາຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນໃນການໃນປະຕິບັດບັນດາໂຄ່ງການລົງທຶນໃຫ້ເຂົາສູ່ລະບຽບການ, ຖືກຕ້ອງແນໃສ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະກິດມີການຂັບເຄື່ອນດ້ວຍຈັງວະໄວ, ສືບຕໍ່ປະສານງານກັບບັນດາພະແນກການທີ່ພ້ວມປະຕິບັດໂຄງການ ເພື່ອແນໃສ່ເຮັດໃຫ້ການປະຕິບັດບັນດາໂຄ່ງການໃຫ້ຖືກຕ້ອງຕາມໄລຍະສັນຍາ,ຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ການເມືອງອັນສົມກຽດຂອງທ່ານທີ່ຂັ້ນເທີງມອບໝາຍໃຫ້ມີຄວາມຮັບ ຜິດຊອບສູງ ແລະ ເຮັດສຳເລັດ.

.