ຢ່າພາດເດັດຂາດ! ຢາກເປັນຕົວແທນຂາຍສິນຄ້າດີຈາກຍີ່ປຸ່ນໄດ້ແບບງ່າຍໆ ຕ້ອງເຂົ້າຮ່ວມງານນີ້

306

ເວົ້າເຖິງການເຮັດທຸລະກິດ ແນ່ນອນວ່າທຸກມື້ນີ້ ທ່ານບໍ່ຈໍາເປັນຕ້ອງສ້າງຜະລິດຕະພັນເອງກໍ່ເປັນເຈົ້າຂອງທຸລະກິດໄດ້ ດ້ວຍການເປັນຕົວແທນຂາຍສິນຄ້າໃຫ້ກັບຜະລິດຕະພັນໃດໜຶ່ງ ແລະ ມື້ນີ້ໂອກາດນັ້ນມາຮອດແລ້ວ ຫາກທ່ານກໍາລັງເບິ່ງຫາສິນຄ້າດີໆ ໂດຍສະເພາະສິນຄ້າກ່ຽວກັບສຸຂະພາບ ແລະ ຄວາມງາມ ຢ່າພາດງານນີ້ ເພາະມີສິນຄ້ານໍາເຂົ້າຈາກຍີ່ປຸ່ນມາໃຫ້ທ່ານໄດ້ນຳໄປຕໍ່ຍອດທຸລະກິດໃນຝັນແລ້ວ ຫາກສົນໃຈຢ່າລືມໄປຮ່ວມໃຫ້ໄດ້ໃນງານວາງສະແດງສິນຄ້າຍີ່ປຸ່ນ Japan Product Exhibition 2021.

.

ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ຫຼື ອົງການ JETRO VIENTIANE ຈັດງານວາງສະແດງສິນຄ້າ ຈາກປະເທດຍີ່ປຸ່ນ, ພາຍໃນງານມີສິນຄ້າຫລາຍເຖິງ 82ລາຍການ ຈາກ 28ບໍລິສັດ, ໃນນັ້ນມີປະເພດອາຫານເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…., ປະເພດເຄື່ອງສໍາອາງ ເຊັ່ນ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ , ນອກຈາກນີ້ຍັງມີປະເພດອາຫານເສີມເຊັ່ນ: ຄໍລະເຈັນແທ່ງ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ.

ງານວາງສະແດງສິນຄ້າຍີ່ປຸ່ນ Japan Product Exhibition 2021 ເປີດໂຕຂຶ້ນຢ່າງເປັນທາງການໃນວັນທີ 3 ກຸມພາ 2021 ຢູ່ທີ່ໂຮງແຮມຄຣາວພລາຊາ.

ສິນຄ້າມີຫຼາກຫຼາຍຢ່າງ ທັງໝວດສຸຂະພາບ, ຄວາມງາມ, ອາຫານ ແລະ ສິນຄ້າອື່ນໆອີກຫຼາກຫຼາຍ

ໃນງານວາງສະແດງສິນຄ້າດັ່ງກ່າວນັ້ນ ທ່ານ ຄາຊຶອິຈິ ອິວະຄະມິ ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ໄດ້ໃຫ້ຮູ້ເຖິງຈຸດປະສົງການຈັດງານນີ້ວ່າ: ເພື່ອເປັນການແນະນໍາສິນຄ້າຍີ່ປຸ່ນທີ່ຢາກມາເປີດຕະຫຼາດຢູ່ລາວ ເພື່ອນັກທຸລະກິດຜູ້ທີ່ສົນໃຈຢາກເປັນຕົວແທນຈໍາໜ່າຍໄດ້ຮູ້ຈັກສິນຄ້າຫຼາຍຂຶ້ນ ເຊິ່ງງານດັ່ງກ່າວນີ້ ຈັດຂຶ້ນເປັນຄັ້ງທີ 5ແລ້ວ ແລະ ເຫັນວ່າມີກະແສຕອບຮັບດີສົມຄວນ.

ທັ້ງນີ້, ການວາງສະແດງສິນຄ້າດັ່ງກ່າວແມ່ນຈະເປີດໃຫ້ນັກທຸລະກິດລາວທີ່ສົນໃຈຢາກຈໍາໜ່າຍສິນຄ້າຍີ່ປຸ່ນໄດ້ມາເບິ່ງ ແລະ ສໍາພັດຄຸນນະພາບຂອງສິນຄ້າແຕ່ລະຢ່າງໄດ້ ຢູ່ທີ່ຫ້ອງການ ຂອງອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ທີ່ອາຄານວຽງວັງ ຊັ້ນ 4 ຖະໜົນບູລີຈັນ, ບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 5 ກຸມພາ ຫາ ວັນທີ 26 ກຸມພາ 2021, ເວລາ9:00ໂມງ-17:00 ໂມງ

ຫາກສົນໃຈ ກໍ່ສາມາດເຈລະຈາທຸລະກິດກັບບໍລິສັດຍີ່ປຸ່ນ ໂດຍຜ່ານທາງອອນລາຍໄດ້.

ທ່ານ ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ກ່າວຕື່ມວ່າ: ອົງການ JETRO ເປັນອົງກອນທີ່ຂຶ້ນກັບ ກະຊວງເສດຖະກິດ ແລະ ອຸດສາຫະກໍາຍີ່ປຸ່ນ ມີເປົ້າໝາຍສົ່ງເສີມການຄ້າ ການລົງທຶນ ໃຫ້ແກ່ບໍລິສັດຍີ່ປຸ່ນຢູ່ຕ່າງປະເທດ, ເຊິ່ງພາລະບົດບາດຂອງອົງການເຈໂຕຣແມ່ນກວ້າງຫຼາຍ ແຕ່ສະເພາະຫ້ອງການປະຈໍາລາວ ເນັ້ນຢູ່ 3 ກິດຈະກໍາຫລັກຄື: ສົ່ງເສີມການລົງທຶນຈາກຈາກຍີ່ປຸ່ນມາລາວ; ນໍາສິນຄ້າຍີ່ປຸ່ນມາວາງສະແດງຢູ່ລາວ ແລະ ນໍາພາຄະນະນັກລົງທຶນຂະແໜງກະສິກໍາໃຫ້ໄດ້ມີໂອກາດພົບປະໂອ້ລົມທຸລະກິດຮ່ວມກັນ.

ສິນຄ້າເພື່ອສຸຂະພາບ

ຂໍ້ມູນເພີ່ມຕື່ມ ສາມາດເຂົ້າເບິ່ງໄດ້ໃນລິ້ງນີ້:https://my.ebook5.net/JETROVientiane/JPE2021/