ສະມາຄົມການສຶກສາພາກເອກະຊົນ ຈັບມື ໜັງສືພິມເສດຖະກິດ ການຄ້າ ຈັດໂຄງການສົ່ງເສີມການອ່ານ ແລະ ການຮຽນຮູ້

467

ສະມາຄົມການສຶກສາພາກເອກະຊົນ (ສກອ) ຈັບມືກັບໜັງສືພິມ ເສດຖະກິດການຄ້າ ຈັດໂຄງການສົ່ງເສີມການອ່ານ ແລະ ການຮຽນຮູ້ ເພື່ອສົ່ງເສີມ, ພັດທະນາຄວາມຮູ້ ແລະ ທັກສະຄວາມສາມາດດ້ານຕ່າງໆຂອງນັກຮຽນໃຫ້ຫຼາຍຂຶ້ນ.


ພິທີເຊັນສັນຍາການຮ່ວມມື ມີຂຶ້ນເມື່ອວັນທີ 2 ກຸມພາ 2021 ທີ່ຫ້ອງການສະມາຄົມການສຶກສາພາກເອກະຊົນ ໂດຍການລົງນາມ ລະຫວ່າງ ທ່ານ ປອ. ປະສິດທິຜົນ ພອນວັນທາ ຮອງປະທານ ສກອ ກັບ ທ່ານ ໃສຫຼ້າຄໍາ ຂະຫຍອງເອກ ຫົວໜ້າບັນນາທິການໜັງສືພິມ ເສດຖະກິດການຄ້າ; ມີຮອງປະທານ ສກອ, ບັນດາທ່ານຜູ້ຕາງ ໜ້າ ສກອ ປະຈໍາເມືອງຕ່າງໆໃນນະຄອນຫຼວງວຽງຈັນຈໍານວນໜຶ່ງເຂົ້າຮ່ວມ.


ໂຄງການດັ່ງກ່າວເປັນການຮ່ວມມື 2 ຝ່າຍເພື່ອຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຜົນສຳເລັດ, ການຮຽນການສອນຂອງໂຮງຮຽນຕ່າງໆທີ່ເຂົ້າຮ່ວມໂຄງການ ແນໃສ່ຊຸກຍູ້ສົ່ງເສີມການສອນດີ-ຮຽນເກັ່ງ, ການບໍລິຫານທີ່ພົ້ນເດັ່ນ ແລະ ຄົ້ນຫານັກຮຽນທີ່ມີພອນສະຫວັນ ແລະ ຄວາມສາມາດຕາມໂຮງຮຽນຕ່າງໆ ໂດຍແມ່ນໜັງສື ເສດຖະກິດການຄ້າ ເປັນຝ່າຍດໍາເນີີນການສໍາພາດ, ຈັດກິດຈະກໍາ ແລະ ໂຄສະນາເຜີຍແຜ່ຜ່ານໜັງສືພິມເສດຖະກິດ ການຄ້າ ແລະ ສື່ອອນລາຍຕ່າງໆຂອງໜັງສືພິມທັງ ເວັບໄຊ, ຢູທູບ, ເພສບຸກ.


ໃນເບື້ອງຕົ້ນໂຄງການຈະສຸມໃສ່ການຈັດກິດຈະກຳ ໃນໂຮງຮຽນຢູ່ນະຄອນຫຼວງວຽງຈັນ ຈາກນັ້ນຈະຂະຫຍາຍສູ່ຕ່າງແຂວງອີງຕາມເງື່ອນໄຂຕົວຈິງ ພາຍໃຕ້ແນວທາງປະກອບສ່ວນຊ່ວຍພັດທະນາວຽກງານການສຶກສາໃຫ້ມີຄຸນນະພາບຫຼາຍຂຶ້ນ, ຊ່ວຍສົ່ງເສີມການອ່ານ ແລະ ການຮຽນຮູ້, ປູກຈິດສຳນຶກໃຫ້ຄົນລຸ້ນໃໝ່ໃສ່ໃຈສຶກສາຫາຄວາມຮູ້, ຊ່ວຍຍົກລະດັບຄວາມກ້າສະແດງອອກຂອງນັກຮຽນ, ຊ່ວຍພັດທະນາທັກສະ ແລະ ຄວາມສາມາດໃຫ້ນັກຮຽນໃນດ້ານຕ່າງໆ.


ບັນດາໂຮງຮຽນທີ່ເຂົ້າຮ່ວມໂຄງການ ຈະໄດ້ຮັບການເຜີຍແຜ່ຂໍ້ມູນຂ່າວສານ ແລະ ບົດຮຽນໃນດ້ານຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນຜ່ານສື່ໜັງສືພິມເສດຖະກິດ ການຄ້າ.