ຮຽກຮ້ອງໃຫ້ເຂັ້ມງວດຂຶ້ນກວດຄົນເຂົ້າ-ອອກເມືອງ ຫຼັງພົບແຮງງານລາວມາຈາກປະເທດໄທ ຕິດໂຄວິດ-19 ອີກ 1ຄົນ

178

ຄະນະສະເພາະກິດຖະແຫຼງ ພົບແຮງງານລາວເດີນທາງມາຈາກປະເທດໄທຕິດເຊື້ອໂຄວິດ-19 ອີກ 1ຄົນ, ພ້ອມເຕືອນ ແລະ ຮຽກຮ້ອງທຸກຄົນໃນສັງຄົມ ເປັນເຈົ້າການປະຕິບັດມາດຕະການປ້ອງກັນໂຄວິດ-19 ແລະ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ ຢ່າງເຂັມງວດ ຕາມຈຸດຜ່ານດ່ານຊາຍແດນ ແລະ ສະຖານທີ່ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເກີດມີການຕິດເຊື້ອພະຍາດໂຄວີດ-19 ເປັນຮອບໃໝ່.

ໃນວັນທີ 3 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ: ນັບແຕ່ເລີ້ມມີການລະບາດຂອງ ພະຍາດ ໂຄວິດ-19 ມາຮອດປະຈຸບັນ ສປປ ລາວ ແມ່ນມີຜູ້ຕິດເຊື້ອພະຍາດດັ່ງກ່າວ ທັງໝົດ 45 ຄົນ, ແຕ່ບໍ່ມີຜູ້ເສຍຊີວິດ ແລະ ໄດ້ຮັບການປີ່ນປົວຫາຍດີ 41 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 04 ຄົນ. ທັ້ງນີ້, ໃນວັນທີ 2 ກຸມພາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.635 ຄົນ; ເຊິ່ງທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ແລະ ສະໜາມບິນ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ,ແຕ່ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງທຸກໆຄົນມາກວດ, ນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ14ວັນ.

ສໍາລັບການເກັບຕົວຢ່າງມາກວດເພື່ອຊອກຫາຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ໃນວັນທີ 2 ກຸມພາ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 330 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ເຊື້ອໃໝ່ 1 ຄົນ, ລາຍລະອຽດ ດັ່ງລຸ່ມນີ້: ຜູ້ຕິດເຊື້ອນ້ຳເບີທີ 45  ເປັນເພດຍິງ, ອາຍຸ 20 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ມາຈາກແຂວງສະມຸດປະການ, ປະເທດໄທ; ປັດຈຸບັນຢູ່ ເມືອງຊະນະສົມບູນ, ແຂວງຈຳປາສັກ ຜູ້ກ່ຽວບໍ່ມີ
ອາການສະແດງຫຍັງອອກ.

ໃນວັນທີ 30 ມັງກອນ 2021 ຜູ້ກ່ຽວພ້ອມດ້ວຍໝູ່ 1 ຄົນ ໄດ້ນັ່ງລົດໂດຍສານຈາກສະຖານີໝໍຊິດ ມາ ດ່ານຊ່ອງເມັກ, ແຂວງອຸບົນລາດຊະທານີ

ວັນທີ 31 ມັງກອນ 2021 ໄດ້ຂ້າມດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ເດີນທາງດ້ວຍລົດໂດຍສານ ທັງໝົດ 36 ຄົນ (ລວມທັງຜູ້ກ່ຽວ) ເຂົ້າຈໍາກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກໍານົດໄວ້

ວັນທີ 1 ກຸມພາ 2021 ຜົນກວດວິເຄາະຂອງໂຮງໝໍແຂວງຈໍາປາສັກ ແມ່ນກວດພົບເຊື້ອ ໂຄວິດ-19 ຈຶ່ງໄດ້ສົ່ງແຍກປ່ຽວ ແລະ ນອນຕິດຕາມອາການ ຢູ່ໂຮງໝໍແຂວງຈຳປາສັກ ແລະ ໄດ້ສົ່ງຕົວຢ່າງໃຫ້ ສູນວິເຄາະ ແລະ ລະບາດວິທະຍາ ກວດຢັ້ງຢືນ. ຜົນກວດຢັ້ງຢືນວ່າ ພົບເຊື້ອ ໂຄວິດ-19.

ສຳລັບຂໍ້ມູນຜູ້ສຳຜັດໃກ້ຊິດ ມີທັງໝົດ 35 ຄົນ, ທັງໝົດ ແມ່ນໄດ້ເກັບຕົວຢ່າງກວດ ແລະ ເຂົ້າຈຳກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກຳນົດໄວ້.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 2 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 104.542 ຕົວຢ່າງ, ແລະ ໃຫ້ຜົນບວກ 45 ຕົວຢ່າງ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ; ມາຮອດປະຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 4 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້; ກໍລະນີ 42 ແລະ 45 ຕິດຕາມປິ່ນປົວ ຢູ່ ແຂວງຈໍາປາສັກ; ກໍລະນີ 43 ຕິດຕາມປິ່ນປົວ ຢູ່ ແຂວງຫຼວງນໍ້າທາ; ກໍລະນີ 44 ຕິດຕາມປິ່ນປົວ ຢູ່ ນະຄອນຫຼວງວຽຈັນ; ທັງສາມຄົນ ແມ່ນມີສຸຂະພາບແຂງແຮງດີ , ບໍ່ມີອາການສົນຫຍັງ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວຕື່ມວ່າ: ໂດຍອີງໃສ່ສະພາບການເກີດພະຍາດ ໂຄວິດ-19  ໃນທົ່ວໂລກ, ເຫັນວ່າຍັງມີສະພາບການຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ໃນແຕ່ລະວັນ ພ້ອມດຽວກັນບັນດາປະເທດທີ່ໃກ້ຄຽງກັບ ສປປ ລາວ ຍັງມີສະພາບການເກີດລະບາດໃນຊຸມຊົນ ຂອງພະຍາດໂຄວີດ-19 ຮອບໃໝ່ ເຊິ່ງຖືວ່າເປັນຄວາມສ່ຽງສູງ ທີ່ຈະມີການນຳເຊື້ອພະຍາດຈາກປະເທດ ທີ່ກຳລັງມີການລະບາດ ເຂົ້າມາໃນ ສປປ ລາວ ຂອງພວກເຮົາ ທັງເປັນສິ່ງທ້າທາຍ ຕໍ່ວຽກງານ ເຝົ້າລະວັງຕາມຈູດຜ່ານແດນຂອງສປປລາວ ໂດຍສະເພາະແຂວງ ທີ່ມີຊາຍແດນຕິດກັບ ປະເທດທີ່ມີກຳລັງມີສະພາບການລະບາດໃນປະເທດ.

ຕໍ່ໜ້າສະພາບການດັ່ງກ່າວ ຄະນະສະເພາະກິດຂັ້ນສູນກາງ, ທ້ອງຖິ່ນ ແລະ ຄະນະຮັບຜິດຊອບແຕ່ລະພາກສ່ວນ ກໍ່ໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງສະພາບການ ຢ່າງໃກ້ຊີດ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ ຢ່າງເຂັມງວດ ຕາມຈຸດຜ່ານດ່ານຊາຍແດນ ແລະ ສະຖານທີ່ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເກີດມີການຕິດເຊື້ອພະຍາດໂຄວີດ-19 ເປັນຮອບໃໝ່.

ຄຽງຄູ່ກັບການຈັດຕັ້ງປະຕິບັດ ມາດຕະການການຂອງຄະນະສະເພາະກິດ ແລະ ທຸກພາກສ່ວນກ່ຽວຂ້ອງຂອງພາກລັດຖະບານ, ຂໍການຮ່ວມມື ມາຍັງທຸກພາກສ່ວນໃນສັງຄົມ ໂດຍສະເພາະ ໃນບັນດາທ່ານທີ່ຢູ່ໃນແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ທີ່ມີການລະບາດຂອງພະຍາດ ຈົ່ງເປັນເຈົ້າການຊ່ວຍເຈົ້າໜ້າທີ່ ໃນການຕິດຕາມ ແລະ ລາຍງານ ຖ້າຫາກມີຂໍ້ມູນ ຫຼື ພົບເຫັນ ມີການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງຂອງບຸກຄົນ ຫຼື ກຸ່ມຄົນ ເຂົ້າມາ ສປປ ລາວ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ແລະ ອຳນາດການປົກຄອງ ຊາບໂດຍທັນທີ ເພື່ອໃຫ້ການຈັດຕັ້ງເຂົ້າເຖິງ ແລະ ນຳເອົາບຸກຄົນ ແລະ ກູ່ມຄົນດັ່ງກ່າວ ມາເກັບຕົວຢ່າງເພື່ອກວດຊອກຫາເຊື້ອ ພະຍາດ ໂຄວິດ-19 ແລະ ໄດ້ມາຈຳກັດບໍລິເວນຄົບ 14 ວັນ ຕາມມາດຕະການຄວບຄຸມພະຍາດ ໂຄວິດ-19 ທີ່ໄດ້ກຳນົດໄວ້.

ພ້ອມດຽວກັນ ກໍຮຽກຮ້ອງໃຫ້ຜູ້ເດີນທາງເຂົ້າມາ ສປປ ລາວ , ຜູ້ທີ່ຢູ່ໃນສະຖານທີ່ຈຳກັດບໍລິເວນ ແລະ ຍາດຕິພີ່ນ້ອງຈົ່ງໃຫ້ການຮ່ວມມື ປະຕິບັດມາດຕະການຕາມຄຳແນະນຳ ຂອງຄະນະສະເພາະກິດຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການເກີດມີການຕິດເຊື້ອພະຍາດ ພາຍໃນປະເທດເປັນຮອບໃໝ່.

ແນວໃດກໍ່ຕາມ ຖ້າທຽບໃສ່ ບັນດາປະເທດອາຊຽນ ແລະ ປະເທດອ້ອມຂ້າງ ສປປ ລາວ ເຮົາແມ່ນເປັນປະເທດທີ່ມີຜູ້ຕິດເຊື້ອໜ້ອຍ ແລະ ບໍ່ມີການຕິດເຊື້ອໃນປະເທດ ແຕ່ກາງເດືອນ ເມສາ 2020 ເປັນຕົ້ນມາ ເຖິງມີການຕິດເຊື້ອເພີມ ກໍ່ແມ່ນກໍລະນີນຳເຂົ້າຈາກຕ່າງປະເທດ ບໍ່ ມີການຕິດເຊື້ອໃນປະເທດ, ທັງໝົດນັ້ນກໍແມ່ນຍ້ອນ ພັກ ແລະ ລັດຖະບານຂອງ ສປປ ລາວ ລວມທັງ ຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງສະພາບພະຍາດຢ່າງໃກ້ຊິດ, ອີກດ້ານນຶ່ງ ກໍ່ແມ່ນ ຍ້ອນມີການປະກອບສ່ວນ ແລະໃຫ້ການຮ່ວມມື ຂອງ ພໍ່ແມ່ປະຊາຊົນ ບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ໃນການປະຕິບັດຕາມມາດຕະການ ທີ່ຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະ ຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ ສປປ ລາວ ເຮົາ ສາມາດຄວບຄຸມສະພາບການລະບາດໃນປະເທດໄດ້ ໃນລະດັບໜຶ່ງ