ເປັນປີທີສອງຕິດຕໍ່ກັນທີ່ໂຈະເສັງນັກຮຽນເກັ່ງລະດັບຊາດ

164

ການເສັງນັກຮຽນເກັ່ງນັບເປັນເປົ້້າໝາຍສູງສຸດຂອງຊີວິດນັກຮຽນຄັ້ງໜຶ່ງທີ່ໄດ້ຜ່ານ ບໍວ່າຜົນຈະອອກມາເປັນແນວໃດ ແຕ່ຄວາມຕັ້ງໃຈຂອງທຸກຄົນຢາກເປັນນັກຮຽນເກັ່ງ ຍິ່ງຜູ້ໃດໄດ້ມາຮອດເສັງລະດັບຊາດ ນັ້ນຄືທີ່ສຸດຂອງແຂວງ ເປັນຄວາມພາກພູມໃຈຂອງພໍ່ແມ່ທີ່ມີລູກຕັ້ງໃຈສືກສາຮ່ຳຮຽນ ແລະຄູອາຈານກໍ່ດີໃຈທີ່ສົ່ງຄວາມຮູ້ໄປແລ້ວໄດ້ປະສິດທິຜົນ ແຕ່ສອງປີມານີ້ນ້ອງຕ້ອງທຳໃຈເພາະບໍມີໂອກາດມາຮອດລະດັບຊາດອີກ ເນື່ອງຈາກບັນຫາການລະບາດຂອງພະຍາດໂຄວິດ-19.


ເຊິ່ງຫ້ອງການກະຊວງສຶກສາທິການ ແລະ ກິລາໄດ້ອອກແຈ້ງການສະບັບເລກທີ 367/ຫກ ລົງວັນທີ 2ກຸມພາ 2021 ລະບຸວ່າ: ຕາມແຜນບຸລິມະສິດແລ້ວໃນລະຫວ່າງວັນທີ 23-26 ມີນາ 2021 ຈະໄດ້ດຳເນີນການສອບເສັງນັກຮຽນເກັ່ງລະດັບຊາດປະຈຳສົກຮຽນ 2020-2021 ແຕ່ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ພາກພື້ນ ແລະແຜ່ຂະຫຍາຍໄປໃນທົ່ວໂລກ.


ດັ່ງນັ້ນ, ເພື່ອປ້ອງກັນ, ຄວບຄຸມພະຍາດດັ່ງກ່າວ ກະຊວງສຶກສາທິການ ແລະກິລາ ຈິ່ງໄດ້ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດປະຈຳສົກຮຽນ 2020-2021ນີ້ ແລະສະເໜີໃຫ້ປະຕິບັດດັ່ງລຸ່ມນີ້:
1. ໃຫ້ຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພານໃນແຂວງຂອງຕົນ


2. ປະຕິບັດນະໂຍບາຍຕໍ່ນັກຮຽນເກັ່ງລະດັບແຂວງຕາມລະບຽບທີ່ກຳນົດໄວ້ຄື: ມອບໃບຍ້ອງຍໍ, ໃຍຢັ້ງຢືນ, ເງິນລາງວັນ, ທຶນການສຶກສາອື່ນໆຕາມຄວາມເໝາະສົມ, ສັບຊ້ອນນັກຮຽນເກັ່ງຊັ້ນ ມ4 ເຂົ້າມັດທະຍົມສຶກສາຕອນປາຍຫ້ອງພອນສະຫວັນຂອງແຂວງ,ໂຮງຮຽນມັດທະຍົມສົມບູນພອນສະຫວັນ, ມສ ສັນຕິພາບແຂວງຫຼວງພະບາງ, ມສ ວຽງຈັນ;


3. ສັບຊ້ອນນັກຮຽນເກັ່ງ ມ7 ເຂົ້າຮຽນມະຫາວິທະຍໄລ ໃນທືນການສຶກສາຕາມການແບ່ງປັນຂອງແຂວງ ພ້ອມດຽວກັນນີ້ໃຫ້ຮີບຮ້ອນລາຍງານຜົນການສອບເສັງຕໍ່ກົມສາມັນສຶກສາຕາມເວລາອັນເໝາະສົມ.