ປູກໝາກແຕງແນວໃດໃຫ້ໄດ້ຜົນດີ?

292

ໝາກແຕງເປັນພືດຊະນິດໜຶ່ງທີ່ໃຊ້ບໍລິໂພກ, ປູກງ່າຍ, ໃຫຍ່ໄວ, ມີຄຸນປະໂຫຍດຫຼາຍ ແລະ ມີຄຸນຄ່າທາງດ້ານອາຫານຕ່າງໆ ເຊັ່ນ: ແຮ່ທາດ, ແຄລຊຽມ ແລະ ອື່ນໆ. ນອກນັ້ນ, ໝາກແຕງຍັງສາມາດປຸງແຕ່ງເປັນອາຫານໄດ້ຫຼາຍຢ່າງ ແລະ ຖ້າປູກຫຼາຍກໍສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ນຳອີກ. ມື້ນີ້ຜູ້ຂຽນຈະນຳເອົາວິທີການປູກໝາກແຕງມາໃຫ້ທ່ານຜູ້ອ່ານໄດ້ນຳເອົາໄປລອງ ຫຼື ບອກຕໍ່.

1. ການກຽມດິນປູກ

ກ່ອນອື່ນໝົດຄວນໄຖ ຫຼື ຂຸດໃຫ້ເລິກປະມານ 20 – 30 ຊັງຕີແມັດ. ຫຼັງຈາກນັ້ນ, ເຮົາກໍຕາກແດດໄວ້ປະມານ 7 – 10 ວັນ. ຄາດດິນໃຫ້ລະອຽດພ້ອມກັນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ, ການໃສ່ຝຸ່ນຫຼາຍ ຫຼື ໜ້ອຍ ຂຶ້ນກັບສະພາບຂອງດິນ, ຖ້າເປັນດິນທີ່ອຸດົມສົມບູນມີຝຸ່ນທຳມະຊາດຫຼາຍກໍໃສ່ປະມານ 500 ກິໂລຕໍ່ 1 ໄລ່; ໃນການກະກຽມດິນປູກນີ້ຄວນຢູ່ໃກ້ກັບແຫຼ່ງນ້ຳເປັນຕົ້ນແມ່ນໜອງ, ບຶງ ຫຼື ຄອງຊົນລະປະທານ ເພື່ອສະດວກໃນການຫົດນ້ຳໝາກແຕງ.

2. ການເຮັດໜານ

ຫຼັງຈາກເຮົາກຽມດິນລະອຽດແລ້ວກໍແປງໃຫ້ເປັນໜານ, ຖ້າແມ່ນລະດູແລ້ງໃຫ້ເຮັດໜານສູງ ປະມານ 30 ຊັງຕີແມັດ ກວ້າງ 50 ຊັງຕີແມັດ; ຖ້າແມ່ນລະດູຝົນເຮັດໜານສູງ ປະມານ 40 ຊັງຕີແມັດ, ກວ້າງ 50 ຊັງຕີແມັດ, ລວງຍາວແມ່ນເຮັດຕາມເນື້ອທີ່ດິນ ເມື່ອເຮັດໜານແລ້ວກໍເຮັດຮ່ອງຕາມສັນຄູ ແລະ ໜານໃຫ້ເລິກປະມານ 10 ຫາ 15 ຊັງຕີແມັດ ເພື່ອວາງແກ່ນເມັດພັນລົງໄປໃນຮ່ອງແລ້ວຖົມດ້ວຍຂີ້ແກບ ຫຼື ດິນພໍບາງໆ ເພື່ອຫຼີກເວັ້ນບໍ່ໃຫ້ມົດ ຫຼື ແມງໄມ້ເອົາແກ່ນແຕງໄປ.

ในภาพอาจจะมี ต้นพืช และสถานที่กลางแจ้ง

3. ກະກຽມເມັດພັນກ່ອນປູກ

ເອົາເມັດໝາກແຕງແຊ່ນ້ຳໄວ້ປະມານ 5 ຫາ 10 ຊົ່ວໂມງ ແລ້ວນຳເອົາແກ່ນເມັດພັນໃສ່ຖົງຢາງເຈາະຮູໄວ້ປະມານ 3 – 4 ຮູ ເພື່ອໃຫ້ອາກາດຖ່າຍເທ ມັດປາກຢາງແລ້ວນໍາໄປຝັງດິນທີ່ມີແສງແດດພຽງພໍ ແລະ ເປັນບ່ອນທີ່ແຫ້ງ ຂຸດຂຸມເລິກປະມານ 10 ຫາ 15 ຊັງຕີແມັດ ປະໄວ້ຂຸມປະມານ 10 ຫາ 12 ຊົ່ວໂມງ, ຈາກນັ້ນຈຶ່ງເປີດເບິ່ງ ຖ້າເຫັນແກ່ນເມັດພັນແຕກງອກ, ມີໜໍ່ອອກມາແລ້ວກໍໃຫ້ເອົາໄປປູກໃສ່ໜານທີ່ເຮົາກະກຽມໄວ້.

ในภาพอาจจะมี 1 คน, อาหาร

4. ການປູກ

ກ່ອນປູກຄວນເອົາຝຸ່ນຄອກຮອງກ່ອນ ແລະ ຫົດນ້ຳໃຫ້ຊຸ່ມດີແລ້ວຈຶ່ງປູກ ຄວນປູກຕອນເຊົ້າ ຫຼື ຕອນແລງ. ສ່ວນວິທີການປູກແມ່ນຢາຍເມັດຕາມຮ່ອງທີ່ຂຸດໄວ້ປະມານ 5 – 10 ຊັງຕີແມັດ ຫ່າງກັນ 20 – 30 ຊັງຕີແມັດ ລະຫວ່າງແຖວ 60 – 80 ຊັງຕີແມັດ, ຈາກນັ້ນໃຫ້ເອົາດິນ ຫຼື ແກບປົກໜ້າບາງໆແລ້ວຫົດນໍ້າໃຫ້ຊຸ່ມ ເມື່ອສັງເກດວ່າມີແມງໄມ້ ຫຼື ມົດມາລົບກວນໃຫ້ສີດຢາ, ຫົດນ້ຳເຊົ້າ – ແລງໄດ້ເລີຍ.

ในภาพอาจจะมี ต้นพืช, ดอกไม้, สถานที่กลางแจ้ง และธรรมชาติ

5. ການບົວລະບັດ

ເຮັດຮົ້ວອ້ອມໃຫ້ແໜ້ນເພື່ອປ້ອງກັນສັດເຂົ້າທຳລາຍ ແລະ ເມື່ອໝາກແຕງໄດ້ອາຍຸ 5 – 7 ວັນໃຫ້ເລີ່ມປັກຄ້າງ ແລະ ໃສ່ປຸ໋ຍສູດ 15:15:15 ຈຳນວນ 50 ກຣາມ ປະສົມກັບປຸ໋ຍ 46 00 00 ຈຳນວນ 30 ກິໂລຕໍ່ໄລ່. ເມື່ອປູກໄດ້ 30 ວັນໃຫ້ໃສ່ປຸ໋ຍສູດ 15:15:15 ອີກໜຶ່ງຄັ້ງ ວິທີໃສ່ແມ່ນຝັງຂ້າງຫ່າງຕົ້ນ 10 – 20 ຊັງຕີແມັດ ປະມານ 1 – 2 ບ່ວງແກງ, ເມື່ອອເຫັນວ່າມີ ຫຍ້າກໍຕ້ອງເສຍຫຍ້າ ແລະ ພວນດິນ, ສີດຢາປ້ອງກັນພະຍາດ ແລະ ແມງໄມ້ເຂົ້າທຳລາຍ, ດີແທ້ແມ່ນຢາກໃຫ້ໃຊ້ສະໝຸນໄພພື້ນບ້ານມາສີດໃສ່ ເພາະຫຼີກເວັ້ນການນຳໃຊ້ສານເຄມີ.

6. ການໃຫ້ນໍ້າ

ຄວນໃຫ້ນ້ຳສະໝໍ່າສະເໝີພຽງພໍກັບຄວາມຕ້ອງການຂອງພືດ ໂດຍເບິ່ງຄວາມປຽກຊຸ່ມຈາກໜານແຕ່ຢ່າໃຫ້ປຽກເກີນໄປ ເພາະຈະເຮັດໃຫ້ຮາກເນົ່າ.

ไม่มีคำอธิบายรูปภาพ

7. ການເກັບກ່ຽວ

ເມື່ອໝາກແຕງມີອາຍຸໄດ້ 35 – 40 ວັນ ກໍສາມາດເກັບຜົນຜະລິດໄດ້, ຜົນຜະລິດສະເລ່ຍໃນ 1 ໄລ່ ຈະສາມາດເກັບໝາກໄດ້ປະມານ 250 – 300 ກິໂລກຣາມ ໃນຊຸດໜຶ່ງສາມາດເກັບໄດ້ປະມານ 10 – 15 ເທື່ອ, ກ່ອນເກັບໝາກທຸກຄັ້ງຫ້າມໃສ່ຢາຂ້າແມງໄມ້ທີ່ເປັນສານເຄມີເວັ້ນເສຍແຕ່ຢາຂ້າແມງໄມ້ທີ່ເປັນສະໝຸນໄພຈາກທຳມະຊາດ ເຊິ່ງຖືວ່າປອດໄພຕໍ່ຜູ້ບໍລິໂພກ ແລະ ສ້າງຜົນຜະລິດກຳໄລໃຫ້ແກ່ຜູ້ປູກໄດ້.