ໂຮງໝໍແຂວງສະຫວັນນະເຂດ ເປີດການນຳໃຊ້ຫ້ອງໄຂ່ຫຼັງທຽມ

215

ເມື່ອມໍ່ໆມານີ້ ໂຮງໝໍແຂວງສະຫວັນນະເຂດ ໄດ້ເປີດການບໍລິການດ້ານວິຊາການ ກ່ຽວກັບການປິ່ນປົວພະຍາດທາງລະບົບຖ່າຍເທ ໂດຍສະເພາະແມ່ນການປິ່ນປົວໄຂ່ຫຼັງ ເຊິ່ງແມ່ນການບໍລິການແພດພາຍໃນ ໂດຍສະເພາະແມ່ນໄຂ່ຫຼັງອັກເສບ ແລະ ກຸ່ມພະຍາດທາງໄຂ່ຫຼັງ ຫຼື ການປິ່ນປົວດ້ວຍການຜ່າຕັດ ( ໜິ້ວ ). ທັງນີ້, ພາຍຫຼັງຄົນເຈັບທີ່ບົ່ງມະຕິເປັນໄຂ່ຫຼັງຊຸດໂຊມໄລຍະສຸດ ທ້າຍຂັ້ນສີ່ ແລະ ຂັ້ນຫ້າ ເພື່ອໃຫ້ເຂົາເຈົ້າສາມາດດໍາລົງຊີວິດຕໍ່ໄປໄດ້.

ເຂົ້າຮ່ວມພິທີຕັດແຖບຜ້າເປີດຢ່າງເປັນທາງການມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ຫົວໜ້າພະແນກສາທາລະນະສຸກແຂວງ, ຜູ້ອໍານວຍການໂຮງໝໍແຂວງ ແລະ ບັນດາພະນັກງານວິຊາການແພດໝໍເຂົ້າຮ່ວມເປັນພິຍານ.

ในภาพอาจจะมี 10 คน, ผู้คนกำลังยืน

ໂອກາດນີ້, ຜູ້ອໍານວຍການໂຮງໝໍແຂວງສະຫວັນນະເຂດ ມີຄໍາເຫັນວ່າ: ອັດຕາຄົນເຈັບຜູ້ມາໃຊ້ບໍລິການທີ່ມີບັນຫາທາງລະບົບຖ່າຍເທ ແລະ ໄຂ່ຫຼັງຢູ່ໂຮງໝໍແມ່ນມີຫຼາຍ ອັດຕາການຜ່າຕັດໜິ້ວໄຂ່ຫຼັງມີອັດຕາສູງກວ່າການຜ່າຕັດອື່ນໆ. ນອກນັ້ນ, ກໍຍັງພົບອາການອື່ນໆ ເຊັ່ນ: ເບົາຫວານ, ຄວາມດັນ ເຊິ່ງອາການເຫຼົ່ານີ້ ຈະນໍາໄປສູ່ໄຂ່ຫຼັງຊຸດໂຊມໃນອະນາຄົດ, ຜູ້ມີບັນຫາໄຂ່ຫຼັງຊຸດໂຊມ ເຊິ່ງຕ້ອງການປິ່ນປົວດ້ວຍວິທີລ້າງເລືອດນັ້ນຕ້ອງໄດ້ໄປປິ່ນປົວຢູ່ສູນກາງ ຫຼື ຢູ່ໂຮງໝໍຕ່າງປະເທດໃກ້ຄຽງ ເຊິ່ງເຫັນວ່າມັນໄດ້ສົ່ງຜົນໃນດ້ານລົບຕໍ່ວຽກງານວິຊາການ, ສົ່ງຜົນລົບຕໍ່ນະໂຍບາຍ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບົບສາທາລະນະສຸກ. ໃນເມື່ອເປັນແນວນັ້ນ, ທາງພາກລັດ ແລະ ອົງການກ່ຽວຂ້ອງ ກໍຕ້ອງໄດ້ດໍາເນີນການປັບປຸງພ້ອມຂະຫຍາຍພື້ນຖານໂຄງລ່າງ. ໃນນີ້, ໄດ້ທໍາການກໍ່ສ້າງຫ້ອງໄຂ່ຫຼັງທຽມອອກຕື່ມ ເຊິ່ງໃນປັດຈຸບັນໂຮງໝໍແຂວງສະຫວັນນະເຂດ ມີເຄື່ອງໄຂ່ຫຼັງທຽມ 13 ເຄື່ອງ ແລະ ຍັງສາມາດເພີ່ມຕື່ມໄດ້ອີກ 9 ເຄື່ອງ ເປັນ 22 ເຄື່ອງ ແລະສາມາດຮອງຮັບໃຫ້ການບໍລິການຄົນເຈັບໄດ້ມື້ລະ 39 ຄົນ ຖ້າເຕັມບັນຈຸເຄື່ອງລ້າງໄຂ່ຫຼັງ 22 ເຄື່ອງ ຈະສາມາດໃຫ້ການບໍລິການຄົນເຈັບ ມື້ລະ 66 ຄົນ ( ບໍລິການສາມຮອບຕໍ່ເຄື່ອງ ) ມີພະນັກງານປະຈໍາ 10 ຄົນ ແລະ ມີຄົນເຈັບມາໃຊ້ບໍລິການປະຈໍາແລ້ວ 78 ຄົນ ແລະ ບໍ່ມີຜູ້ລໍຖ້າຄິວ.