ເດືອນ 12 ລາວຂາດດຸນການຄ້າ 78 ລ້ານໂດລາສະຫະລັດ

530

ຂໍ້ມູນຈາກ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2020 ບັນລຸໄດ້ປະມານ 1.015 ລ້ານໂດລາສະຫະລັດ ແຕ່ໃນນັ້ນແມ່ນລາວເຮົາຂາດດູນການຄ້າກັບຕ່າງປະເທດເຖິງ 78 ລ້ານໂດລາ.

ໂດຍມູນຄ່າການສົ່ງອອກສິນຄ້າຂອງລາວໄປຍັງຕ່າງປະເທດມີປະມານ 468 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 546 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 468 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມູນຄ່າປະມານ 54 ລ້ານໂດລາສະຫະລັດ, ໝາກກ້ວຍ ປະມານ 24 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 28 ລ້ານໂດລາສະຫະລັດ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ) ປະມານ 18 ລ້ານໂດລາສະຫະລັດ, ຄຳປະສົມ (ຄຳແທ່ງ) ປະມານ 45 ລ້ານໂດລາສະຫະລັດ, ມັນຕົ້ນ ປະມານ 41 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 19 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ປະມານ 13 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 37 ລ້ານໂດລາສະຫະລັດ ແລະ ເຂົ້າ ປະມານ 11 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 546 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ປະມານ 40 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າປະມານ 41 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ປະມານ 37 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 37 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 32 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ປະມານ 21 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ປະມານ 12 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ປະມານ 9 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 18 ລ້ານໂດລາສະຫະລັດ ແລະ ຜະລິດຕະພັນທາງເຄມີ ປະມານ 11 ລ້ານໂດລາສະຫະລັດ.

ທັ້ງນີ້, 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີຄື: ຈີນ 181 ລ້ານໂດລາສະຫະລັດ, ຫວຽດນາມ 111 ລ້ານໂດລາສະຫະລັດ, ໄທ 98 ລ້ານໂດລາສະຫະລັດ, ອິນເດຍ 12 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 8 ລ້ານໂດລາສະຫະລັດ. ສໍາລັບ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີຄື: ໄທ 323 ລ້ານໂດລາສະຫະລັດ, ຈີນ 111 ລ້ານໂດລາສະຫະລັດ, ຫວຽດນາມ 52 ລ້ານໂດລາສະຫະລັດ, ຢີ່ປຸ່ນ 16 ລ້ານໂດລາສະຫະລັດ ແລະ ອາເມລິກາ 10 ລ້ານໂດລາສະຫະລັດ.

ແນວໃດກໍ່ຕາມ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 12 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຂໍ້ມູນຈາກ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal