ສະມາຄົມມວຍໂລກ ຢຶດສາຍແອວແຊັມຂອງ ປາກຽວ ແລ້ວຫຼັງຫ່າງຂຶ້ນສັງວຽນເກີນໄປ

299

ສະມາຄົມມວຍໂລກ ຫຼື ( WBA ) ປະກາດຜ່ານເວັບໄຊທ໌ທາງການຢຶດສາຍແອວແຊັມຂອງ ແມນນີ ປາກຽວ ຫຼັງຈາກທີ່ບໍ່ໄດ້ຂຶ້ນປ້ອງກັນຕໍາແໜ່ງແຊ້ມເປັນໄລຍະເວລາຫຼາຍກວ່າ 18 ເດືອນແລ້ວແລະ ຂໍເລື່ອນໃຫ້ ຢໍເດນິສ ອູກັສ ນັກມວຍຊາວກຸຍບາ ຂຶ້ນຄອງສາຍແອວແຊ້ມຮຸ່ນດັ່ງກ່າວແທນ.

ສະມາຄົມມວຍໂລກ ຊີ້ແຈງວ່າ: ໄດ້ຢຶດຕາມກົດຂໍ້ C.14 ທີ່ກໍານົດໃຫ້ແຊ້ມ ແລະ ທີມຂອງພວກເຂົາຈະຕ້ອງຮູ້ກົດ ແລະ ຂໍ້ບັງຄັບຂອງ ສະມາຄົມມວຍໂລກ ເຊິ່ງກົດຂໍ້ C.22 – 24 ໄດ້ລະບຸວ່າ ເມື່ອແຊັມບໍ່ສາມາດຂຶ້ນປ້ອງກັນແຊັມໄດ້ດ້ວຍເຫດຜົນທາງການແພດ, ກົດໝາຍ ຫຼື ເຫດຜົນອື່ນໆ ຈະຖືກສະເໜີຊື່ເປັນແຊ້ມຖືກພັກງານຊົ່ວຄາວ.

ສໍາລັບ ປາກຽວ ບໍ່ໄດ້ຂຶ້ນຊົກມາຕັ້ງແຕ່ເດືອນກໍລະກົດ 2019 ຈົນເຖິງປັດຈຸບັນ ເຊິ່ງໄຟທ໌ຫຼ້າສຸດຂອງລາວຄື ການເອົາຊະນະຄະແນນ ຄິດ ເທີແມນ ນັກມວຍຊາວອາເມຣິກາ ແຕ່ ປາກຽວ ກໍມີນັດຂຶ້ນຊົກກັບ ໄຣອັນ ກາເຊຍ ນັກມວຍຊາວອາເມຣິກາ.