ສະຖາບັນກີລາ-ກາຍະກໍາ ຄອງເຈົ້າຫຼຽນຄໍາ ແລ່ນ-ລານ ປະຈໍາປີ 2021 ທັງ 2 ຮຸ່ນ

340

ທັບນັກກີລາແລ່ນ-ລານຂອງ ສະຖາບັນກີລາ-ກາຍະກໍາ ສ້າງຜົນງານຢ່າງໂດດເດັ່ນຄອງເຈົ້າຫຼຽນຄໍາທັງຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ໃນການແຂ່ງຂັນກີລາແລ່ນ-ລານ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021 ທີ່ສະຖາບັນກີລາ-ກາຍະກໍາ ( ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ).

ການແຂ່ງຂັນກີລາແລ່ນ-ລານ ປະຈໍາປີ 2021 ລະຫວ່າງວັນທີ 28-30 ມັງກອນ 2021 ທີ່ສະຖາບັນກີລາ-ກາຍະກໍາ ( ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ) ມີການຊີງໄຊກັນຫຼາຍລາຍການ ທັງຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ບໍ່ວ່າຈະເປັນ ຊຸກນໍ້າໜັກ, ຊັດຫຼາວ ທົ່ວໄປຍິງ-ຊາຍ, ແລ່ນ 100 ແມັດ, ແລ່ນ 200 ແມັດ, ແລ່ນ 400 ແມັດຂ້າມຮົ້ວ, ແລ່ນ 400 ແມັດ, ເຕັ້ນຍາວ, ເຕັ້ນ 3 ກ້າວ, ແລ່ນ 800 ແມັດ, ຍ່າງ 3.000 ແມັດ, ຍ່າງ 5.000 ແມັດ ແລະ ແລ່ນ 4X100 ແມັດ ຜ່ານການແຂ່ງຂັນປາກົດວ່າ:

+ຮຸ່ນເຍົາວະຊົນ:
1.ສະຖາບັນກີລາ-ກາຍະກໍາ ຄວ້າໄປ 15 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນທອງ
2.ເມືອງປາກງື່ມ ຄວ້າ 5 ຫຼຽນຄໍາ, 4 ຫຼຽນເງິນ ແລະ 6 ຫຼຽນທອງ
3.ນະຄອນຫຼວງວຽງຈັນ ຄວ້າ 1 ຫຼຽນຄໍາ ແລະ 3 ຫຼຽນທອງ
4.ແຂວງຈໍາປາສັກ ຄວ້າ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ

5.ມ.ສ ໂພນທອງ ຄວ້າ 1 ຫຼຽນຄໍາ ແລ 2 ຫຼຽນທອງ
6.ນ້ອງໃໝ່ ນາຊາຍທອງ ຄວ້າ 4 ຫຼຽນເງິນ ແລະ 1 ຫຼຽນທອງ
7.LK Coaching ຄວ້າ 3 ຫຼຽນເງິນ ແລະ 2 ຫຼຽນທອງ
8.Idols ຄວ້າ 1 ຫຼຽນເງິນ ແລະ 2 ຫຼຽນທອງ
9.ແຂວງວຽງຈັນ ຄວ້າ 2 ຫຼຽນທອງ

10.ວູຊູ ຄວ້າ 1 ຫຼຽນທອງ
+ຮຸ່ນທົ່ວໄປ:
1.ສະຖາບັນກີລາ-ກາຍະກໍາ ຄວ້າ 9 ຫຼຽນຄໍາ, 5 ຫຼຽນເງິນ ແລະ 3 ຫຼຽນທອງ
2.ນະຄອນຫຼວງວຽງຈັນ 5 ຫຼຽນຄໍາ, 3 ຫຼຽນເງິນ ແລະ 8 ຫຼຽນທອງ
3.ວິທະຍາໄລ ພະລະສຶກສາ ຄວ້າ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງ

4.ປຸ້ຍປຸ້ຍ ໂລຊັນ ຄວ້າ 2 ຫຼຽນຄໍາ, 9 ຫຼຽນເງິນ ແລະ 4 ຫຼຽນທອງ
5.Evo Sport ຄວ້າ 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ
6. ແຂວງວຽງຈັນ ຄວ້າ 2 ຫຼຽນຄໍາ ແລະ 2 ຫຼຽນທອງ
7.ແຂວງຈໍາປາສັກ ຄວ້າ 2 ຫຼຽນຄໍາ
8.LK Coaching ຄວ້າ 2 ຫຼຽນຄໍາ

9.ແຂວງຊຽງຂວາງ ຄວ້າ 4 ຫຼຽນເງິນ ແລະ 4 ຫຼຽນທອງ
10.ນ້ອງໃໝ່ ນາຊາຍທອງ ຄວ້າ 2 ຫຼຽນເງິນ
11.ແຂວງສະຫວັນນະເຂດ ຄວ້າ 1 ຫຼຽນທອງ
ຂ່າວ: ຄໍາສອນ; ຮູບຈາກ: LAO Athletics federation