ທ່ານ ນາງ ສີໃສ ລືເດດມູນສອນ ຮັບໜ້າທີ່ເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຜູ້ໃໝ່

894

ວັນ​ທີ 1 ກຸມພານີ້ ທີ່​ສະ ໂມສອນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ມີ​ພິທີ ມອບ​-​ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່ ໂດຍ​ມີ ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່  ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສະມາຊິກ​ພັກ​-​ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

ທ່ານ ຈັນ​ສີ ໂພ​ສີຄຳ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ​ຄະ​ນະເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ອອກພັກ​ການ​-ຮັບ​ອຸດ​ໜູນ​ບຳນານ ໄດ້​ຂຶ້ນ​ກ່າວ​ມອບ​ໜ້າທີ່ ພ້ອມ​ທັງ​ລາຍ​ງານໂດຍ​ຫຍໍ້​ກ່ຽວ​ກັບ​ບາງ​ບັນຫາ ໃນ​ຕະຫຼອດ​ໄລຍະ 10 ປີ ທີ່​ຕົນ​ເອງ ໄດ້​ປະຕິບັດ​ໜ້າທີ່​ຜ່ານ​ມາ ຊຶ່ງ​ພາລະ​ບົດບາດ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແມ່ນ​ກວ້າງຂວາງ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ ກໍ​ພົບ​ອຸປະສັກ​ຫຼາຍ ແຕ່​ກໍ​ມີ​ອັນ​ສຳເລັດ​ໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ການ​ເປັນໃຈ​ກາງ​ຫຼັກ​ແຫຼ່ງ​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ​ຢ່າງ​ກວ້າງຂວາງ, ບັນ ດາ​ເນື້ອ​ໃນ​ມະຕິ​ຂອງ​ສູນ​ກາງ​ພັກ, ຂອງ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ລ້ວນ​ແຕ່​ໄດ້​ຮັບ​ການ​ຈັດຕັ້ງ​ປະຕິບັດ ແລະ ມີ​ຜົນ​ສໍາ​ເລັດ​ຫຼາຍ​ດ້ານ, ບົດບາດ​ການ​ນຳພາ​ຂອງ​ພັກ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ໂອກາດ​ເຂົ້າ​ຮ່ວມ​ພິທີ ມອບ​-​ຮັບ​ໜ້າທີ່​ໃນ​ຄັ້ງ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​​ໂອ້​ລົມ​ຕໍ່​ພິທີ​ວ່າ: ທ່ານຈັນ​ສີ ໂພ​ສີຄຳ ກໍ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ຜົນງານ​ດີເດັ່ນ ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ ກໍ​ຄື​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໂດ​ຍ​ສະເພາະ​ແມ່ນ​​ວຽກ​ງານ​ການ​ປັບປຸງ​ກົດ​ລະບຽບ​ພັກ, ຄົ້ນຄວ້າ​ປັບປຸງ​ສ້າງ​ນິຕິ​ກຳ​ຕ່າງໆ ກ່ຽວ​ກັບ​ພັກ​-​ພະນັກງານ, ຄົ້ນຄວ້າ​ສັບ​ຊ້ອນ​-​ຈັດ​ວາງ​ພະນັກງານ​ຫຼັກ​ແຫຼ່ງ​ທີ່​ຂຶ້ນ​ກັບ​ສູນ​ກາງ​ຄຸ້ມ​ຄອງ ຊຶ່ງ​ນີ້​ກໍ​ເປັນ​ພຽງ​ຜົນງານ​ສ່ວນ​ໜຶ່ງ ແລະ ຍັງ​ມີ​ຜົນງານ​ໃຫຍ່​ຫຼວງ​ອີກ​ຫຼວງຫຼາຍ ທີ່​ສະຫາຍ​ໄດ້​ສ້າງ​ຂຶ້ນ ລ້ວນ​ແຕ່​ເປັນ​ແບບຢ່າງ​ທີ່​ດີ ໃຫ້​ແກ່​ສະມາຊິກ​ພັກ​-​ພະນັກງານ, ທ່ານ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ສະເໜີ​ໃຫ້​ທ່ານ ຈັນ​ສີ ໂພ​ສີ​ຄໍາ​ສືບຕໍ່​ໃຫ້​ຄຳ​ປຶກສາ​ແນະນຳ​ວຽກ​ງານ ເພື່ອ​ໃຫ້​ວຽກ​ງານ​ຈັດ​ຕັ້ງ​ມີ​ບາດກ້າວ​ດີ​ຂຶ້ນ​ຕໍ່ໆ​ໄປ.

ສໍາ​ລັບທ່ານນາງ ສີໃສ ລື​ເດດ​ມູນ​ສອນ ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ມາ​ຮັບ​ໜ້າທີ່​ເປັນ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຊຶ່ງ​ເປັນ​ວຽກ​ໃໝ່​ທີ່​ໄດ້​ມາ​ຮັບ​ໜ້າທີ່, ທ່ານ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ເນັ້ນ​ໜັກ​ໃນ​ບາງ​ບັນຫາ​ສຳຄັນ ເປັນຕົ້ນ​ແມ່ນ​ໃຫ້​ຕັ້ງໜ້າ​ປະຕິບັດ​ວຽກ​ງານ ທີ່​ໄດ້​ຮັບ​ມອບ​ໝາຍ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຮ່ວມ​ກັບ​ບັນດາ​ສະຫາຍ​ຄະນະ​ບໍລິຫານ​ງານ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໂດຍ​ມີ​ການ​ດໍາ​ເນີນ​ວຽກ​ງານ​ໄປ​ຢ່າງ​ມີ​ປະສິດທິພາບ ໃນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ຄົ້ນຄວ້າ​ຜັນ​ຂະຫຍາຍ​ມະຕິ​ໃຫ້​ເລິກເຊິ່ງ; ການ​ປັບປຸງ​ກົງຈັກ​ການຈັດຕັ້ງ​ພັກ​-​ລັດ, ການ​ກໍ່ສ້າງ​ພັກ – ພະນັກງານ ໂດຍ​ສະເພາະ​ການ​ຄົ້ນຄວ້າ​ປັດ​ໄຈ​ທີ່​ຊຸກຍູ້​ມະຫາຊົນ​ເຂົ້າ​ເປັນ​ສະມາຊິກ​ພັກ.

ການ​ປັບປຸງ​ການຈັດຕັ້ງ​ພັກ​ແຕ່​ລະ​ຂັ້ນ ກໍ​ໃຫ້​ເດັດດ່ຽວ ປອດ​ໃສ ໜັກ​ແໜ້ນ ເຂັ້ມແຂງ; ປັບປຸງ​ເນື້ອ​ໃນ​ການ​ນຳພາ​ຂອງ​ພັກ​ແຕ່​ລະ​ຂັ້ນ ໂດຍ​ສະເພາະ​ບັນດາ​ໜ່ວຍ​ພັກ​ໃນ​ລັດ​ວິ​ສາ​ຫະ​ກິດ ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ນອກຈາກ​ນີ້, ກໍ​ຕ້ອງ​ໄດ້​ເອົາໃຈໃສ່​ປັບປຸງ​ເນື້ອ​ໃນ​ຂອງ​ການ​ດຳເນີນ​ຊີວິດ​ການເມືອງ​ຂອງ​ພັກ​ແຕ່​ລະ​ຂັ້ນ ໃຫ້​ມີ​ການ​ຕໍາ​ນິ​ກໍ່ສ້າງ​ກັນ​ຢ່າງ​ສ້າງສັນ, ມີ​ການ​ວິເຄາະ​ໄຈ້​ແຍກ​ບັນຫາ​ຢ່າງ​ລະອຽດ, ດຳເນີນ​ການ​ປຶກສາ​ຫາລືແກ້​ໄຂ​ບັນຫາ​ໃຫ້ ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ.

ຈາກ​ນັ້ນ, ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະ​ນະເລຂາທິການ​ສູນ​ກາງ​ພັກ ທີ່​ໄດ້​ຮັບ​ແຕ່ງຕັ້ງ​ເປັນ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຜູ້​ໃໝ່ ໄດ້​ຂຶ້ນ​ກ່າວ​ຮັບ​ໜ້າທີ່ ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ວ່າ: ດ້ວຍ​ຄວາມ​ຮັບຜິດຊອບ​ດ້ານ​ການເມືອງ ຕົນ​ເອງ​ຂໍ​ນຳ​ເອົາ​ຄຳ​ໂອ້​ລົມ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຜັນ​ຂະຫຍາຍ​ໃສ່​ໃນ​ວຽກ​ງານ​ຕົວ​ຈິງ ແລະ ຈະ​ຕັ້ງໜ້າ​ປະຕິບັດ​ໜ້າທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ຮ່ວມ​ກັບ​ຄະນະ​ບໍ​ລິຫານ​ງານ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໃຫ້​ມີ​ຜົນສຳເລັດ​ບັນລຸ​ຕາມ​ຈຸດປະສົງ​ລະດັບ​ຄາດ​ໝາຍ.
(ຂ່າວ​-​ພາບ: ສຸກ​ສະຫວັນ)