ເຕືອນທຸກຄົນ ສືບຕໍ່ຮັກສາສຸຂະພາບ! ອາທິດນີ້ ອາກາດຍັງຈະໜາວເຢັນ ພ້ອມມີໝອກ

201

ຫຼາຍເຂດອາກາດຍັງຈະເຢັນ ຫາ ໜາວເຢັນ ໂດຍສະເພາະໃນຕອນກາງຄືນ ຫາ ຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ, ກົມອຸຕຸຄາດຄະເນອາທິດນີ້ ພາກເໜືອອຸນຫະພູມຕ່ຳສຸດ 8-12 ອົງສາ ແລະ ນະຄອນຫຼວງວຽງຈັນ ອຸນຫະພູມສູງສຸດ 31 -33 ອົງສາ.

ພາບປະກອບຂ່າວເທົ່ານັ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0109/ກອຕທ, ນະຄອນຫຼວງວຽງຈັນ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 1 ຫາ 7 ກຸມພາ 2021 ວ່າ: ໃນໄລຍະວັນທີ 1 ຫາ 7 ກຸມພານີ້ ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກກາງ ແລະ ພາກໃຕ້ ໃນຕອນບ່າຍອາກາດຮ້ອນ, ສໍາລັບຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ອາກາດຍັງໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີຝົນຕົກຄ່ອຍ ແລະ ລົມພັດແຮງເປັນບາງໂອກາດ.

ທັ້ງນີ້, ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ອຸນຫະພູມຕໍ່າສຸດ 8 – 12 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ. ສ່ວນໃນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ແຂວງ ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕ່ຳສຸດ 10 – 14 ອົງສາ ແລະ ສູງສຸດ 29 – 31 ອົງສາ.

ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ແລະ ໃນຕອນບ່າຍອາກາດຮ້ອນ. ອຸນຫະພູມຕ່ຳສຸດ 14 – 18 ອົງສາ ແລະ ສູງສຸດ 30 - 32 ອົງສາ.

ສະເພາະແຂວງໄຊສົມບູນ: ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ໍາສຸດ 7 – 9 ອົງສາ ແລະ ສູງສຸດ 21 - 23 ອົງສາ.

ພາກໃຕ້: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຈະຮ້ອນຂື້ນໃນຕອນບ່າຍ. ອຸນຫະພູມຕ່ຳສຸດ 16 – 19 ອົງສາ ແລະ ສູງສຸດ 31 – 34 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນຫຼາຍ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 7 – 9 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 14 – 18 ອົງສາ ແລະ ສູງສຸດ 31 -33 ອົງສາ.