ກຽມພ້ອມໄປໃຊ້ສິດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

381

ຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ປະກາດຈໍານວນຜູ້ຮັບສະໝັກເລືອກຕັ້ງ ແລະຄຸນລັກສະນະຂອງຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ເຊິ່ງບັນດາສະມາຊິກສະພາຈະມາເຮັດໜ້າທີ່ແທນປະຊາຊົນໃນການອອກຄຳຄິດເຫັນ, ເປັນຜູ້ຮັບເອົາຄຳຄິດຄຳເຫັນຂອງປະຊາຊົນໄປສະເໜີຕໍ່ລັດຖະບານເພື່ອພິຈາລະນາແກ້ໄຂກ່ຽວກັບບັນຫາຕ່າງໆ ດັ່ງນັ້ນ, ພວກເຮົາຕ້ອງພ້ອມພາກັນກຽມຈິດໃຈໄປປ່ອນບັດເລືອກເອົາຜູ້ທີ່ຕົນເຫັນວ່າມີຄວາມຮູ້ ຄວາມສາມາດມານັ່ງຢູ່ໃນສະພາເພື່ອເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດແກ່ປະຊາຊົນ.

ທ່ານ ສົມພູ ດວງສະຫວັນ ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ ຖະແຫຼງຂ່າວໃນວັນທີ 1 ກຸມພາ 2021 ໃຫ້ຮູ້ວ່າ: ຈໍານວນຜູ້ຮັບສະຫມັກເລືອກຕັ້ງເປັນ ສສຊ ຊຸດທີ IX ມີທັງໝົດ 224 ທ່ານ, ຍິງ 49 ທ່ານ, ເລືອກເອົາ 164 ທ່ານ. ຜູ້ສະໝັກຈາກສູນກາງທັງໝົດ 68 ທ່ານ, ຍິງ 11 ທ່ານ, ຜູ້ສະໝັກຈາກທ້ອງຖິ່ນຈໍານວນ 156 ທ່ານ, ຍິງ 38 ທ່ານ.
ໃນນັ້ນມີ ສສຊ ຊຸດທີ VIII ສືບຕໍ່ສະໝັກຈໍານວນ 43 ທ່ານ, ຜູ້ສະໝັກຈາກລັດວິສາຫະກິດຈໍານວນ 4 ທ່ານ, ຈາກທຸລະກິດພາກເອກະຊົນຈໍານວນ 8 ທ່ານ. ສ່ວນຈໍານວນຜູ້ຮັບສະຫມັກເລືອກຕັ້ງເປັນ ສສຂ ຊຸດທີ II ມີທັງໝົດ 789 ທ່ານ, ຍິງ 227 ທ່ານ.

ຜູ້ທີ່ລົງສະໝັກຮັບເລືອກຕັ້ງເປັນ ສສຊ IX ແລະ ສສຂ II ແມ່ນມີລັກສະນະທີ່ຄ້າຍຄືກັນ ໂດຍລວມແລ້ວຕົວແທນທີ່ລົງສະໝັກຮັບເລືອກຕັ້ງແມ່ນມີຄົບທຸກເຜົ່າ, ອີງຕາມມາດຕະຖານເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງກ່ຽວກັບຈໍານວນຜູ້ສະໝັກຮັບເລືອກຕັ້ງ ແລະຄໍາແນະນໍາຂອງຄະນະສະກໍາມະການເລືອກຕັ້ງລະດັບຊາດ ແລະບັນດາອົງການທີ່ກ່ຽວຂ້ອງຕ່າງໆ ລວມທັງບັນດາສູນກາງ, ບັນດາແຂວງ ແລະເມືອງຕ່າງໆ ທີ່ໄດ້ຄັດເລືອກເອົາຕົວແທນຂອງຕົນອອກສະໝັກເລືອກຕັ້ງ.
ນອກນັ້ນ, ໂດຍອີງຕາມກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ, ໃນປີ 2021 ນີ້ທົ່ວປະເທດມີຜູ້ທີ່ມີສິດບ່ອນບັດເລືອກຕັ້ງທັງໝົດ 4.279.243 ຄົນ ຍິງ 2.128.167 ຄົນ, ຜູ້ປ່ອນບັດເລືອກຕັ້ງຕ້ອງມີເງື່ອນໄຂເປັນພົນລະເມືອງລາວ ທີ່ມີອາຍຸ 18 ປີຂຶ້ນໄປ ແລະມີມາດຕະຖານຄົບຖ້ວນ. ມື້ປ່ອນບັດເລືອກຕັ້ງ ສສຊ ຊຸດ IX ແລະ ສສຂ ຊຸດ II ໃນຂອບເຂດທົ່ວປະເທດຈະຈັດຂຶ້ນພ້ອມກັນໃນວັນທີ 21 ກຸມພາ 2021.

ຂໍ້ມູນເພີ່ມເຕີມຍັງບອກວ່າ: ຫຼັງຈາກສໍາເລັດການປ່ອນບັດຮັບເລືອກຕັ້ງຂອງ ສສຊ ຊຸດ IX ແລະ ສສຂ ຊຸດ II ຈະມີການປະກາດຜົນເລືອກຕັ້ງ ສສຊ ຊຸດ IX ແລະ ສສຂ ຊຸດ II ແລະຈະດໍາເນີນກອງປະຊຸມຄັ້ງປະຖົມມະເລີກ ເພື່ອກະກຽມການເລືອກຕັ້ງຄະນະລັດຖະບານຊຸດໃໝ່ ກໍ່ຄືຊຸດທີ IX ຄາດວ່າຈະຈັດຂຶຶ້ນໃນເດືອນມີນາ 2021.

ໃນໂອກາດກ່ອນການເລືອກຕັ້ງ, ຄະນະກໍາມະການເລືອກຕັ້ງລະດັບຊາດຍັງໄດ້ຮຽກຮ້ອງໃຫ້ແຕ່ລະໜ່ວຍບ່ອນບັດ ແລະເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ ພ້ອມທັງເຊີນຊວນປະຊາຊົນ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ຈົ່ງຕື່ນຕົວສະໝັກໃຈໄປໃຊ້ສິດເລືອກຕັ້ງຂອງຕົນເອງໃຫ້ໄດ້ຮ້ອຍສ່ວນຮ້ອຍ ກໍ່ຄືໃຫ້ໄດ້ຕາມຄາດໝາຍ.

ໝາຍເຫດຮູບປະກອບຈາກການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XIII