ສະໜັບສະໜູນການຟື້ນຟູທີ່ເປັນມິດ ຕໍ່ສິ່ງແວດລ້ອມສູ່ເສດຖະກິດລວມໃນອາຊີ

132

ໃນວັນທີ 20 ມັງກອນ 2021 ELEVATE ແລະ ຫົວເຫວີຍ ໄດ້ຮ່ວມມືກັນຈັດກອງປະຊຸມ ເຊິ່ງເປັນເວທີກອງປະຊຸມທີ່ມີບົດບາດສຳລັບການຟື້ນຟູສິ່ງແວດລ້ອມໃນອາຊີ, ວິທະຍາກອນໄດ້ແບ່ງປັນຄວາມເຂົ້າໃຈກ່ຽວກັບແຜນການ, ຄຳໝັ້ນສັນຍາ ແລະ ມາດຕະການຕ່າງໆຂອງລັດຖະບານທີ່ຜ່ານມາ ເພື່ອໃຫ້ບັນດາພື້ນຖານເສດຖະກິດມີການເຊື່ອມໂຍງຕໍ່ສິ່ງແວດລ້ອມໃນອາຊີຫຼາຍຂຶ້ນ.

ໂດຍຈະສ້າງ ແລະ ຫັນປ່ຽນເສດຖະກິດຫຼັງໂຄວິດໃນຂະນະທີ່ປະເຊີນໜ້າກັບວິກິດການດິນຟ້າອາກາດໄດ້ແນວໃດ?

ການລະບາດຄັ້ງໃຫຍ່ໄດ້ເຕືອນພວກເຮົາ ກ່ຽວກັບຜົນກະທົບຂອງມະນຸດທີ່ມີຕໍ່ສິ່ງແວດລ້ອມ, ນັ້ນເຮັດໃຫ້ການຟື້ນຟູສີຂຽວເປັນສິ່ງຈຳເປັນ, ຄຸນນະພາບອາກາດທີ່ສະອາດຂຶ້ນ ແລະ ການຈັດການສິ່ງເສດເຫຼືອທີ່ມີປະສິດທິພາບ ສາມາດຊ່ວຍສ້າງການເຕີບໂຕທາງເສດຖະກິດ, ພ້ອມດຽວກັນ, ກໍຍັງປັບປຸງຄວາມຕ້ານທານຂອງຊຸມຊົນຕໍ່ພະຍາດລະບາດອີກດ້ວຍ; ເຕັກໂນໂລຊີດິຈິຕອນຍັງມີຄວາມສາມາດໃນການຫຼຸດຜ່ອນການຊົມໃຊ້ພະລັງງານ ແລະ ການປ່ອຍຄວັນພິດໃນຫຼາຍໆອຸດສາຫະກຳໄດ້, ຈາກການນຳໃຊ້ຂໍ້ມູນໃຫຍ່ຈົນເຖິງການແກ້ໄຂ IoT ແລະ ສາມາດສ້າງຄວາມເຂັ້ມແຂງໃຫ້ກັບພະລັງງານທົດແທນ ໂດຍຜ່ານການນຳໃຊ້ໂຊລູຊັນ AI.

ອາຊີປາຊີຟິກ ບໍ່ລວມຈີນ ປະກອບມີປະຊາກອນເກືອບເຄິ່ງໜຶ່ງຂອງປະຊາກອນໂລກ ແລະ ກວມເອົາປະມານ 25% ຂອງ GDP ໃນໂລກປີ 2019 ເຊິ່ງໄດ້ສະແດງອອກເຖິງຄວາມສົນໃຈຕໍ່ພື້ນຖານໂຄງລ່າງໄອຊີທີໃໝ່, ວິທີການແບບປະສົມປະສານເຂົ້າໃນການພັດທະນາແບບຍືນຍົງ ແລະ ເປັນເອກະພາບ ລວມທັງມີແງ່ດີຕໍ່ຮູບແບບເສດຖະກິດສີຂຽວ.

ນາງ Catherine Chen ຮອງປະທານອາວຸໂສຂອງບໍລິສັດຫົວເຫວີຍ ແລະ ຜູ້ອຳນວຍການໃຫຍ່ຂອງຄະນະກຳມະການ ບໍລິສັດ ຫົວເຫວີຍ ກ່າວວ່າ: “ ພວກເຮົາມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ເຕັກໂນໂລຊີຕ້ອງໄດ້ຖືກນຳມາໃຊ້ເພື່ອປະໂຫຍດຂອງໂລກທີ່ເປັນເຮືອນຫຼັງດຽວຂອງພວກເຮົາ ”.

ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄດ້ຍົກໃຫ້ເຫັນການປະກອບສ່ວນຂອງ ຫົວເຫວີຍ ໃນການຫຼຸດຜ່ອນການປ່ອຍອາຍຄາບອນ, ຊອກຫາແຫຼ່ງພະລັງງານທົດແທນໃໝ່ ແລະ ສະໜັບສະໜູນເສດຖະກິດແບບໝູນວຽນຜ່ານໂຊລູຊັນ ໄອຊີທີ ສີຂຽວ.

ທ່ານໄດ້ກ່າວຕື່ມວ່າ: ” ຂ້າພະເຈົ້າມີຄວາມໝັ້ນໃຈຢ່າງຍິ່ງ ເພາະບໍ່ພຽງແຕ່ຄວາມສາມາດຂອງພວກເຮົາໃນການຂັບເຄື່ອນເຕັກໂນໂລຊີກ້າວໜ້າ, ແຕ່ຍັງມີຄວາມສາມາດ ແລະ ຄວາມຕັ້ງໃຈຂອງປະຊາຄົມທົ່ວໂລກໃນການສ້າງສາຍພົວພັນທີ່ກົມກຽວກັບທຳມະຊາດ “.

ເພື່ອໃຫ້ສອດຄ່ອງກັບຂໍ້ຕົກລົງປາຣີ ໃນການສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ຫົວເຫວີຍ ໃຫ້ຄໍາໝັ້ນສັນຍາທີ່ຈະຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມໃນການຜະລິດ, ການດຳເນີນງານ, ຕະຫຼອດເວລາໃຊ້ງານຂອງຜະລິດຕະພັນ ແລະ ການບໍລິການ. ພວກເຮົາຕັ້ງໃຈທີ່ຈະເປັນສ່ວນໜຶ່ງຂອງການນໍາໃຊ້ເຕັກໂນໂລຊີທີ່ມີນະວັດຕະກຳ ເພື່ອໂລກທີ່ດີກວ່າ, ພວກເຮົາມີຈຸດປະສົງແນໃສ່ການປະຢັດຊັບພະຍາກອນ ແລະ ຂັບເຄື່ອນອຸດສາຫະກຳ ເພື່ອສ້າງສະພາບແວດລ້ອມກາກບອນຕ່ຳ.

ກອງປະຊຸມດັ່ງກ່າວ ມີບັນດາທຜູ້ຕາງໜ້າຈາກລັດຖະບານ ແລະ ອົງການຈັດຕັ້ງສາກົນຈາກພາກພື້ນອາຊີປາຊີຟິກ ລວມມີ: ທ່ານ ດຣ. Vong Sok ຫົວໜ້າພະແນກສິ່ງແວດລ້ອມ ແລະ ຜູ້ຊ່ວຍຫົວໜ້າຜູ້ອຳນວຍການພັດທະນາແບບຍືນຍົງທີ່ກອງເລຂາອາຊຽນ; ທ່ານ Yeon-chul Yoo ເອກອັກຄະລັດຖະທູດ ກ່ຽວກັບການປ່ຽນແປງດິນຟ້າອາກາດກະຊວງການຕ່າງປະເທດ ສ.ເກົາຫຼີ; ທ່ານ Asad Naqvi ຫົວໜ້າກອງເລຂາ ຂອງຄູ່ຮ່ວມງານເພື່ອການ ຮ່ວມມືດ້ານເສດຖະກິດສີຂຽວ ( PAGE-UNEP ); ທ່ານ Ma Aimin ຮອງຫົວໜ້າສູນຍຸດທະສາດການປ່ຽນແປງດິນຟ້າອາກາດ ແລະ ການຮ່ວມມືສາກົນກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ສາທາລະນະລັດ ປະຊາຊົນຈີນ; ທ່ານ Hyoeun Jenny Kim ຮອງຜູ້ອຳນວຍການໃຫຍ່ສະຖາບັນການເຕີບໂຕສີຂຽວທົ່ວໂລກ ( GGGI ) ແລະ ທ່ານ Meng Liu ຫົວໜ້າເຄືອຂ່າຍອາຊີປາຊີຟິກອົງການສະຫະປະຊາຊາດປະຈຳທົ່ວໂລກ.

“ ກອງປະຊຸມດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບສິ່ງທ້າທາຍ ແລະ ໂອກາດຂອງການຟື້ນຟູຫຼັງການຄວບຄຸມທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການທີ່ເລັ່ງດ່ວນຂອງການປ່ຽນແປງດິນຟ້າອາກາດ ແລະ ບັນດາມາດຕະການດ້ານສິ່ງແວດລ້ອມອື່ນໆ. ຄາດໝາຍວາລະການເຕີບໃຫຍ່ຂອງເສດຖະກິດສີຂຽວ ແມ່ນເປັນໄປໄດ້ໂດຍຜ່ານການຮ່ວມມືທີ່ມີ ຄວາມຕັ້ງໃຈລະຫວ່າງລັດຖະບານ, ບັນດາທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມ ”, ທ່ານ Richard Welford ທີ່ປຶກສາອາວຸໂສທີ່ ELEVATE ກ່າວໄວ້.