ດື່ມ ”ຊາ” ຫຼາຍເກີນໄປສ່ຽງຕໍ່ພະຍາດໝາກໄຂ່ຫຼັງເດີ້

518

ຫຼາຍຄົນອາດຈະເຄີຍໄດ້ຍິນມາວ່າ ການດື່ມຊານັ້ນດີ ແລະ ມີປະໂຫຍດຕໍ່ສຸຂະພາບ ເພາະໃນນ້ຳຊານັ້ນ ນອກຈາກຈະມີສານຕ້ານອະນຸມູນອິດສະຫຼະ ຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດຫົວໃຈ ແລະ ຫຼອດເລືອດ ແລ້ວ ຍັງສາມາດດື່ມເພື່ອໃຫ້ຄວາມສົດຊື່ນ ແລະ ຊາ ຍັງເປັນທາງເລືອກສຳລັບຜູ້ທີ່ບໍ່ມັກດື່ມກາເຟໄດ້ ແຕ່ເຄື່ອງດື່ມ ເຊັ່ນ: ຊາເຢັນ ຫາກດື່ມຫຼາຍເກີນໄປ ກໍ່ອາດກາຍເປັນອັນຕະລາຍຕໍ່ສຸຂະພາບໄດ້.

ດື່ມ “ຊາ” ເຢັນຫຼາຍເກີນໄປສ່ຽງໝາກໄຂ່ຫຼັງຫຼົ້ມເຫຼວ ແທ້ ຫຼື ບໍ່?
ໃນນ້ຳຊາ ໂດຍສະເພາະຊາດຳນັ້ນຈະອຸດົມໄປດ້ວຍສານອອກຊາເລດ (Oxalate) ສານປະກອບທີ່ສາມາດພົບໄດ້ໃນພືດບາງຊະນິດ ສານອອກຊາເລດນີ້ມີລິດໃນການຢັບຢັ້ງການດູດຊຶມແຄວຊຽມ ແລະ ແຮ່ທາດຕ່າງໆ ແລະ ຮ່າງກາຍຈະກຳຈັດສານອອກຊາເລດສ່ວນເກີນນີ້ຜ່ານທາງໝາກໄຂ່ຫຼັງ ແລະ ຍ່ຽວ ຫາກເຮົາຮັບປະທານສານອອກຊາເລດຫຼາຍເກີນໄປ ຈະເຮັດໃຫ້ໝາກໄຂ່ຫຼັງຕ້ອງເຮັດວຽກໜັກເພື່ອກຳຈັດສານອອກຊາເລດນີ້ ຈຶ່ງອາດເພີ່ມຄວາມສ່ຽງໃນການເກີດນິ້ວໃນໝາກໄຂ່ຫຼັງ ແລະ ນຳໄປສູ່ອາການໝາກໄຂ່ຫຼັງຫຼົ້ມເຫຼວໄດ້ໃນທີ່ສຸດ.


ສານອາຫານຫຍັງທີ່ອາດເປັນອັນຕະລາຍຕໍ່ໝາກໄຂ່ຫຼັງ?
ນອກເໜືອຈາກການດື່ມຊາຫຼາຍເກີນໄປທີ່ອາດຈະເຮັດໃຫ້ສົ່ງຜົນອັນຕະລາຍຕໍ່ໝາກໄຂ່ຫຼັງໄດ້ນັ້ນ ຍັງມີສານອາຫານອື່ນໆອີກຫຼາຍ ທີ່ອາດຈະສົ່ງຜົນອັນຕະລາຍຕໍ່ໝາກໄຂ່ຫຼັງໄດ້ເປັນຕົ້ນອາຫານທີ່ມີທາດໂຊດຽມ, ໂພແທສຊຽມ (Potassium), ຟອສຟໍຣັສ (Phosphorus) ໄດ້ແກ່ ໄສ້ກອກ, ແຮມ ຫຼື ເບຄອນ ເປັນຕົ້ນ, ອາຫານປາກະປ໋ອງ, ເຂົ້າໜົມກິນຫຼິ້ນ, ຈືນມັນຝຣັ່ງ, ກ້ວຍ, ໝາກກ້ຽງ, ມັນຝຣັ່ງ, ໝາກເລັ່ນ, ຜະລິດຕະພັນທີ່ເຮັດຈາກນົມ ເຊັ່ນ ນົມສົດ, ເນີຍ, ຊີສ, ໂຢເກິດ, ຖົ່ວຕ່າງໆ ແລະເຄື່ອງໃນສັດ, ອາຫານທະເລແຊ່ແຂງເຫຼົ່ານີ້ເປັນຕົ້ນ.