ຄົ້ນພົບແຫຼ່ງຜະລິດເຄື່ອງມືຫີນ ຫຼື ຍຸກຫີນຂັດ ຢູ່ບ້ານນໍ້າປາເຄນ ເມືອງວິລະບູລີ ມີອາຍຸເກົ່າແກ່ກວ່າ 6000 ປີ

251

ໃນລະຫວ່າງວັນທີ 9 – 25/1/2021 ທາງກອງບູຮານວິທະຍາ ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ສໍາເລັດການສໍາຫຼວດ,​ ຂຸດຄົ້ນ ແຫຼ່ງບູຮານວິທະຍາທີ່ພົບຢູ່ບ້ານນໍ້າປາເຄນ ເມືອງວິລະບູລີ ແຂວງສະຫວັນນະເຂດ,​ເຊິ່ງເປັນສະຖານທີ່ ທີ່ມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງໃນການຄົ້ນພົບຂໍ້ມູນຫຼັກຖານ ທາງດ້ານບູຮານວິທະຍາ; ປະຫັວດສາດ; ວັດທະນະທໍາ ທີ່ເປັນແຫຼ່ງຜະລິດເຄື່ອງມືຫີນ(ຂວານຫີນຂັດ) ຫຼື ຍຸກຫີນຂັດ ເຊິ່ງເປັນໄລຍະສຸດທ້າຍຂອງການນໍາໃຊ້ເຄື່ອງມືຫີນໃນຍຸກຫີນ ມີຄວາມເກົ່າແກ່ ປະມານ 4.500 ປີກ່ອນ ຄສ ຫຼື ປະມານ 6.000ປີ ກ່ອນໜ້ານີ້.

ໃນຍຸກນີ້ ຖືວ່າເປັນຍຸກທີ່ສັງຄົມມະນຸດໄດ້ມີການພັດທະນາ ທາງດ້ານມັນສະໝອງກໍຄືທາງດ້ານເທັກນິກໃນການຜະລິດເຄື່ອງມື ໃຫ້ແທດເໝາະກັບຄວາມຕ້ອງການຂອງໜ້າວຽກ, ກ້າວເຂົ້າສູ່ຍຸກກະສິກໍາ ຮູ້ປູກຝັງລ້ຽງສັດ ກ່ອນການກ້າວເຂົ້າສູ່ຍຸກການຮູ້ຄົ້ນພົບ ແລະ ຮູ້ນໍາໃຊ້ແຮ່ທາດ ຫຼືທີ່ເຮົາເອິ້ນວ່າຍຸກໂລຫະ ມາຖະຫລຸງຜະລິດເປັນເຄື່ອງມືອຸປະກອນ ທີ່ມີຄວາມແຂງແກ່ນ ໝັ້ນໜຽວ ທົນທານ ແລະ ທັນສະໄໝ ເປັນຍຸກທີ່ກ້າວເຂົ້າສູ່ ອຸດສະຫະກໍາ ແລະ ຄວາມກ້າວໜ້າທາງເທັກໂນໂລຍີ, ເລີ່ມມີການຕິດຕໍ່ພົວພັນແລກ-ປ່ຽນ, ຊື້-ຂາຍ ເກີດຂື້ນຂອງບັນດາຊຸມຊົນທີ່ຢູ່ໃກ້ຄຽງ,ຫ່າງໄກ ແລະ ຕ່າງຊາດ.


ບັນດາຮ່ອງຮອຍ ດັ່ງກ່າວນັ້ນໄດ້ເປັນຂໍ້ມູນ ແລະຫຼັກຖານຢັ້ງຢືນເຖິງການລິເລີ່ມ ໂດຍມີການພັດທະນາຢ່າງຕໍ່ເນື່ອງ ຂອງສັງຄົມມະນຸດ ແລະຄົງຈະບໍ່ຜິດ ຖ້າຈະເຂົ້າໃຈວ່າເປັນບັນພະບູລຸດຂອງເຜົ່າລາວຜູ່ໄທ ເຊໂປນ


ການຂຸດຄົ້ນຄັ້ງນີ້ ພາຍໃຕ້ການຊີ້ນໍາຂອງທ່ານ ວຽງແກ້ວ ສຸກສະຫັວດດີ ຮອງຫົວໜ້າກົມມໍລະດົກ; ທ່ານ ປອ.ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ພ້ອມດ້ວຍທິມງານ. ໄດ້ມີວິຊາການຕາງໜ້າພະແນກ ຖວທ ແຂວງສະຫັວນນະເຂດ ຈໍານວນ: 1 ທ່ານ ; ຕາງໜ້າວິຊາການ ຫ້ອງການ ຖວທ ເມືອງ ວິລະບູລີ ຈໍານວນ: 1 ທ່ານ,​ ໂດຍການໃຫ້ທຶນຂອງບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ.


ຂໍ້ມມູນຈາກ : ປອ ທອງລິດ ຫຼວງໂຄດ, ທີ່ມາ:News Vilabouly-ຊ່ອງຂ່າວເມືອງວິລະບູລີ