ທ່ານ ບຸນຈັນ ສີວົງພັນ ໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າແຂວງຊຽງຂວາງຜູ້ໃໝ່

464

ແຂວງຊຽງຊາວງໄດ້ທີພິທີມອບ-ຮັບໜ້າທີ່ເຈົ້າ ແຂວງໆຊຽງຂວາງ ລະຫວ່າງຜູ້ ເກົ່າ ແລະ ຜູ້ໃໝ່ ໃນ ວັນທີ 29 ມັງກອນ 2021 ຢູ່ທີ່ ຫ້ອງວ່າການແຂວງ ໂດຍການ ເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີການນຳຂອງ ແຂວງ, ພະແນກການ, ອົງການ ແລະ ແຂກຈາກສູນກາງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງ ພັກ ຫົວໜ້າກົມຄຸ້ມຄອງພະນັກ ງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 01/ກມສພ ລົງວັນ ທີ 22 ມັງກອນ 2021 ວ່າດ້ວຍ ການອະນຸມັດໃຫ້ພະນັກງານການ ນຳຂັ້ນສູງອອກພັກຮັບ ອຸດໜູນບຳນານແລະໄດ້ຜ່ານດຳ ລັດຂອງນາຍົກລັດຖະມົນຕີສະ ບັບເລກທີ634/ນ.ຍ ລົງວັນທີ 30 ທັນວາ 2020 ວ່າດ້ວຍການ ແຕ່ງຕັ້ງເຈົ້າແຂວງໆຊຽງຂວາງ ຜູ້ໃຫມ່ ໂດຍໄດ້ແຕ່ງຕັ້ງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເປັນເຈົ້າ ແຂວງໆຊຽງຂວາງ ໃນພິທີ ທັງສອງທ່ານໄດ້ລົງ ນາມມອບ-ຮັບໜ້າທີ່ເຈົ້າແຂວງໆ ຊຽງຂວາງຢ່າງສົມກຽດ.

ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ມີຄຳຄິດເຫັນ ໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງທ່ານ ໄດ້ກ່າວວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ , ຄະນະ ນໍາແຂວງຊຽງຂວາງ ໂດຍສະ ເພາະແມ່ນພາຍໃຕ້ການນຳພາ ຂອງສະຫາຍ ບຸນຕົ້ນ ຈັນທະພອນ ໃນໄລຍະເກືອບ 3 ປີຜ່ານມາ, ສະຫາຍໄດ້ເອົາໃຈໃສ່ນຳພາ-ຊີ້ນຳອົງຄະນະພັກແຂວງ ຈັດ ຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງ ທີVII ຂອງອົງຄະນະພັກແຂວງ ໄດ້ຮັບຜົນສຳເລັດ ແລະ ມີບາດ ກ້າວຂະຫຍາຍຕົວໃນຫຼາຍດ້ານ.

ສຳລັບສະຫາຍ ບຸນຈັນ ສີວົງພັນ ແມ່ນເປັນພະນັກງານລຸ້ນສືບ ທອດປ່ຽນແທນ ເຊິ່ງໄດ້ຜ່ານການເຝິກຝົນຫຼໍ່ຫຼອມໃນວຽກ ງານຕົວຈິງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ກໍໄດ້ຮັບຄວາມ ເຊື່ອໝັ້ນຈາກຜູ້ແທນກອງປະຊຸມໃຫຍ່ ອົງຄະພັກແຂວງ ຄັ້ງທີ VIII ກໍຄືກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເລືອກໃຫ້ເປັນເລຂາພັກ ແຂວງ ແລະ ເປັນກຳມະການສູນ ກາງພັກ ເຊື່ອໝັ້ນວ່າດ້ວຍຄວາມ ຮູ້ຄວາມສາມາດ ແລະ ປະສົບ ການທີ່ມີສະຫາຍພ້ອມກັບໝູ່ຄະນະນຳລຸ້ນປັດຈຸບັນ ຈະສືບຕໍ່ເສີມ ຂະຫຍາຍມູນເຊື້ອອັນດີງາມ ຂອງບັນດາສະຫາຍການນຳລຸ້ນ ຜ່ານມາເພື່ອສືບຕໍ່ຊີ້ນຳ-ນຳພາ ແລະ ຍູ້ແຮງຂະບວນການປົກ ປັກຮັກສາ ແລະ ພັດທະນາຢູ່ ພາຍໃນແຂວງໃຫ້ມີການຂະ ຫຍາຍຕົວຢ່າງຮອບດ້ານ, ຕໍ່ ເນື່ອງ ແລະ ໝັ້ນທ່ຽງ


ນອກນີ້ ທ່ານຍັງເນັ້ນໜັກໃຫ້ເອົາໃຈໃສ່ ເສີມຂະຫຍາຍຄວາມສາມັກຄີ, ປັບປຸງແບບແຜນການດຳລົງຊີ ວິດຂອງຄະນະພັກ, ສະມາຊິກ ພັກ-ພະນັກງານແຕ່ລະຂັ້ນໃຫ້ ມີຄວາມປອດໃສ ຂາວສະອາດ ສ້າງໄດ້ຄວາມເຊື່ອໝັ້ນຄວາມ ໄວ້ວາງໃຈຈາກປະຊາຊົນລວມ ທັງການເປັນແບບຢ່າງນຳໜ້າ ໃນທຸກດ້ານ, ສຶກສາອົບຮົມວຽກ ງານການເມືອງ-ແນວຄິດໃຫ້ ຖັນແຖວພະນັກງານ, ສະມາ ຊິກພັກ ແລະ ປະຊາຊົນບັນດາ ເຜົ່າ, ຈັດຕັ້ງການເຜີຍແຜ່ຜົນສຳ ເລັດການດຳເນີນກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ຊີ້ນຳ ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດ ທີ II ໃຫ້ບັນລຸຕາມຄາດໝາຍທີ່ ກຳນົດໄວ້,

ເອົາໃຈໃສ່ຊີ້ນຳວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບພາຍໃນແຂວງ, ສູ້ຊົນແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຄຸ້ມຄອງ ແລະ ບໍລິຫານລັດໃນແຕ່ລະຂັ້ນ ໃຫ້ຂາດຕົວ, ຍົກສູງຄວາມເປັນ ເຈົ້າການວຽກງານທີ່ຖືກມອບ ໝາຍໃຫ້ພ້ອມທັງສຸມໃສ່ແກ້ໄຂ ບັນຫາຕົວຈິງຊຶ່ງຍັງເປັນສິ່ງ ກີດຂວາງ ເປັນປະກົດການ ຫຍໍ້ທໍ້ພາຍໃນກົງຈັກ ຂອງແຕ່ ລະພະແນກການຢູ່ຂັ້ນ ແຂວງ ແລະ ຂະແໜງການຢູ່ຂັ້ນເມືອງ ກໍຄືພາຍໃນປະຊາຊົນໃຫ້ມີການ ຫັນປ່ຽນຢ່າງຕັ້ງໜ້າ

ໂດຍ: ບຸນມີ ແສງທຸມມີ