ນາຍົກເນັ້ນ 4ບັນຫາສໍາຄັນທີ່ສາທາຕ້ອງສືບຕໍ່ປະຕິບັດໃນຕໍ່ໜ້າ

298

ໃນໂອກາດ ເຂົ້າຮ່ວມກອງປະຊຸມສາທາລະນະສຸກທົ່ວປະເທດຄັ້ງທີ VIII “ ຍົກສູງຄຸນນະພາບການບໍລິການສຸຂະພາບ“ ທ່ານ ນາຍົກລັດຖະມົນຕີ ໄດ້ໂອ້ລົມ, ຊົມເຊີຍການປະຕິບັດໜ້າທີ່ຂອງພະນັກງານແພດໝໍ, ນັກຮົບເສື້ອຂາວ ແລະ ທຸກຄົນໃນສັງຄົມ ທີ່ຮ່ວມມືຕໍ່ສູ້ກັບພະຍາດໂຄວິດ-19 ຢ່າງເປັນຈິດໜຶ່ງໃຈດຽວ ພ້ອມເນັ້ນ 4 ບັນຫາທີ່ສາທາລະນະສຸກຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ກອງປະຊຸມສາທາລະນະສຸກທົ່ວປະເທດຄັ້ງທີ VIII “ ຍົກສູງຄຸນນະພາບການບໍລິການສຸຂະພາບ“ ໄດ້ປິດລົງໃນ ຄັ້ງວັນທີ 29 ມັງກອນ 2021 ໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍມີບັນດາການນໍາ, ອາດີດການນໍາຂອງກະຊວງສາທາລະນະສຸກ, ຜູ້ແທນຈາກຂະແໜງສາທາລະນະສຸກໃນທົ່ວປະເທດ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນກອງ ສີຫາວົງ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ໂດຍມີບາງຕອນໃຫ້ຮູ້ວ່າ: ກອງປະຊຸມໃນມື້ນີ້ເປັນການເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີ ຄັ້ງທີ VIII (2016-2020), ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປີ 2020 ບົນຈິດໃຈດັ່ງກ່າວ ກອງປະຊຸມໄດ້ຜ່ານ ແຜນການ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການສາທາລະນະສຸກ ປີ 2021, ເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ II (2016-2020) ແລະ ແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ III (2021-2025); ຕີລາຄາ ສະພາບ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ປີ 2020 ແລະ ແຜນດຳເນີນງານໃນຕໍ່ໜ້າ.

ໂອກາດດຽວກັນ ທ່ານ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ຍ້ອງຍໍຊົມເຂີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານແພດໝໍ ພ້ອມຂອບໃຈທຸກຄົນໃນສັງຄົມທີ່ເປັນຈິດໜຶ່ງໃຈດຽວຕໍ່ສູ້ຕ້ານພະບາດໂຄວິດ-19 ພ້ອມເນັ້ນບາງບັນຫາໃຫ້ຂະແໜງສາທາລະນະສຸກສືບຕໍ່ເອົາໃຈໃສ່ປັບປຸງ ພ້ອມຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍ ມີບາງຕອນກ່າວວ່າ: ໃນໄລຍະຜ່ານມາຈົນຮອດປັດຈຸບັນ ທົ່ວໂລກແມ່ນກໍາລັງຕໍ່ສູ້ກັບພະຍາດໂຄວິດ-19 ເວົ້າລວມ ເວົ້າສະເພາະແມ່ນລາວເຮົາເອງ ແລະ ຂ້າພະເຈົ້າກໍ່ໄດ້ຂະໜານນາມໃຫ້ກັບພະນັກງານແພດໝໍວ່າເປັນນັກຮົບເສື້ອຂາວ, ທັ້ງນີ້ ໂຄວິດ-19 ເປັນມະຫັນຕະໄພໃຫຍ່ທີ່ທົ່ວໂລກກໍາລັງພະເຊີນຢູ່.

ສໍາລັບລາວເຮົາເອງແມ່ນຂ້ອນຂ້າງໂຊກດີເນື່ອງຈາກສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ ບໍ່ມີຜູ້ເສຍຊີວິດ, ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີໄດ້ ເຊິ່ງທັງໝົດນີ້ ກໍ່ຍ້ອນການຊີ້ນໍານໍາພາຂອງພັກ-ລັດຖະບານ, ມີການອອກຄໍາສັ່ງໄດ້ທັນການ ພວກເຮົາສາມາດສະກັດກັ້ນໄດ້ແຕ່ຫົວທີ ແລະ ສະດຸ້ງໄວຕໍ່ບັນຫາ ຕັດໄຟໄດ້ແຕ່ຕົ້ນລົມ ແຕ່ທັງນີ້ທັງນັ້ນ ກໍ່ຍ້ອນການຮ່ວມມືຂອງທຸກໆພາກສ່ວນໃນສັງຄົມ ລວມທັງພໍ່ແມ່ປະຊາຊົນແຕ່ເໜືອຮອດໃຕ້ໃນທົ່ວປະເທດ ທີ່ເປັນຈິດໜຶ່ງໃຈດຽວກັນ ສາມັກຄີປະຕິບັດຄໍາສັ່ງ 06 ໄດ້ຢ່າງມີປະສິດທິພາບ. ແຕ່ທັງນີ້ທັງນັ້ນ ກໍ່ຢ່າເຜີຕົວ ຫຼື ດີໃຈວ່າເຮົາຊະນະພະຍາດໂຄວິດ-19 ແລ້ວ ໃຫ້ສືບຕໍ່ປະຕິບັດທຸກມາດຕະການທີ່ຄະນະສະເພາະກິດ ແລະ ລັດຖະບານວາງອອກຢ່າງເຂັ້ມງວດ.

ພ້ອມນີ້ ທ່ານນາຍົກ ຍັງກ່າວຂອບໃຈ ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານແພດໝໍນັກຮົບເສື້ອຂາວ, ພະນັກງານຂະແໜງການສາທາລະນະສຸກ, ອ້າຍນ້ອງທະຫານຕໍາຫຼວດ ແລະ ທຸກພາກສ່ວນ ລວມທັງພໍ່ແມ່ປະຊາຊົນທີ່ຈັບມືກັນຕໍ່ສູ້ຜ່ານຜ່າພາຍຸລົມແດງນີ້ໄປນໍາກັນ.

ນອກຈາກນີ້ ໃນຕອນທ້າຍຂອງການໂອ້ລົມ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນ 4 ບັນຫາ ທີ່ສາທາລະນະສຸກ ຕ້ອງໄດ້ເຮັດໃນຕໍ່ໜ້າຄື:

1 ຂໍໃຫ້ສືບຕໍ່ມູນເຊື້ອແພດປະຕິວັດ, ໝັ່ນອ່ານ, ໝັ່ນຮຽນ, ສຶກສາໃຫ້ຮູ້ແທ້ວ່າແພດປະຕິວັດຄິດແນວໃດ, ເຮັດແນວໃດ, ທໍາຕົວແນວໃດ, ເສຍສະລະເພື່ອປະຊາຊົນແນວໃດ ຮັກຄົນເຈັບແນວໃດ, ຖືເອົາຄົນເຈັບເປັນຄົນທີ່ຕົນຮັກ ເພື່ອຫາວິທີປິ່ນປົວ ເອົາຄວາມເຈັບປວດ ຄວາມທຸກຈາກພະຍາດ ອອກຈາກໂຕເຂົາເຈົ້າ, ໃຫ້ແພດໝໍຍຶດຖືການມີນໍ້າໃຈ, ມີຈັນຍາບັນ, ຈັນຍາທໍາ

2 ຂະແໜງສາທາລະນະສຸກ ເປັນຂະແໜງໜຶ່ງທີ່ເຮັດໜ້າທີ່ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນ SDGs ການພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ໂຕຊີ້ວັດທີ່ສໍາຄັນຢູ່ໃນນີ້ ແມ່ນຂະແໜງສາທາລະນະສຸກເປັນຜູ້ປະຕິບັດ,​ ເປັນຜູ້ຮັບຜິດຊອບ. ສະນັ້ນຂໍໃຫ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເພາະມັນຈະເປັນການປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທາງດ້ານການຈະເອົາປະເທດເຮົາຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ

3 ໃຫ້ເອົາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມາຜັນຂະຫຍາຍເປັນໂຄງການ, ເປັນແຜນງານລະອຽດຕົວຈິງເພື່ອປະຕິບັດ ເປັນແຜນປະຕິບັດໃຫ້ໄດ້.

4 ໃຫ້ຮີບຮ້ອນຖອດຖອນບົດຮຽນອັນລໍ້າຄ່າຂອງການປ້ອງກັນ ຕ້ານ ແລະ ແກ້ໄຂໂຄວິດ-19 ຢູ່ໃນປະເທດເຮົາ ໃຫ້ນໍາໃຊ້ເຂົ້າໃນສະພາບການຕົວຈິງຂອງປະເທດເຮົາຢູ່ໃນຂະແໜງປົກປັກຮັກສາສຸຂະພາບ ແລະ ຂະແໜງປ້ອງກັນພະຍາດຮ້າຍຕ່າງໆທີ່ເກີດຂຶ້ນຢູ່ໃນປະເທດເຮົາ ຫາກຈະມີຂຶ້ນໃນອະນາຄົດ ນອກຈາກໂຄວິດ-19ນີ້, ໃນໂຄວິດ-19 ກໍ່ໃຫ້ຖືເປັນສໍາຄັນໃນການປັບປຸງແນວທາງດ້ານສາທາລະນະສຸກຂອງພວກເຮົາໃຫ້ກ້າວໜ້າທັນສະໄໝຂຶ້ນ ມີອັນຮອງຮັບໄວ້ໃຫ້ພື້ນຖານທາງດ້ານສາທາລະນະສຸກ ທາງດ້ານພັດທະນາສັງຄົມຂອງພວດເຮົາໃນອະນາຄົດ ຂໍໃຫ້ດຶງດູດເອົາທົ່ວສັງຄົມ ເຂົ້າຮ່ວມໃນການພັດທະນາຂະແໜງສາທາລະນະສຸກໃຫ້ກວ້າງຂວາງ ແລະ ຮ່ວມມືກັບຕ່າງປະເທດ ດຶງດູດເອົາການລົງທຶນ ການຮ່ວມມື ຫຼື ທາງດ້ານເຕັກໂນໂລຊີທາງດ້ານວິທະຍາສາດການແພດເຂົ້າມາປະເທດເຮົາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.