ບຣາເດີ ແນະນຳວິທີການເລືອກໃຊ້ນ້ຳມຶກແທ້ ແລະ ຜົງມຶກແທ້

172

ບໍລິສັດ ບຣາເດີ ສົ່ງເສີມໃຫ້ຜູ້ບໍລິໂພກໃຊ້ນ້ຳມຶກແທ້ ແລະ ຜົງມຶກແທ້ ເພາະການໃຊ້ມຶກແທ້ ເຮັດໃຫ້ງານພິມມີຄຸນນະພາບ, ເຮັດໃຫ້ສິ່ງພິມທຸກຢ່າງ ມີຄວາມຄົມຊັດ ອ່ານງ່າຍ ສວຍງາມ, ໝັ້ນໃຈໃນເຄື່ອງປີ້ນເຕີ້ບໍ່ເພເສຍຫາຍ, ປະກັນໄພບໍ່ຂາດກ່ອນກຳນົດ, ປະຫຍັດເງິນແລະເວລາ ແລະ ປອດໄພບໍ່ມີສານເຄມີອັນຕະລາຍ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ.

ເພາະນໍ້າມຶກບຣາເດີ ມີມາດຕະຖານຮັບຮອງຄວາມປອດໄພກ່ຽວກັບ MSDS ໝັ້ນໃຈ ປອດໄພ ບໍ່ມີສານເຄມີອັນຕະລາຍ MSDS (Material Safety Data Sheet) ໝາຍເຖິງເອກະສານທີ່ສະແດງຂໍ້ມູນຂອງສານເຄມີທີ່ກ່ຽວຂ້ອງກັບຄວາມປອດໄພຂອງສານ

ນອກຈາກນີ້ ຈະມີຜົນກະທົບຕາມມາຈາກການໃຊ້ນໍ້າມຶກ ແລະ ຜົງມຶກ (ໂທນເນີ) ທຽມ ຄື ງານພິມມີຮອຍເປື້ອນຈາກມຶກທີ່ບໍ່ໄດ້ມາດຕະຖານ ເຈ້ຍບໍ່ລຽບ ແລະ ເຮັດໃຫ້ອຸດຕັນ, ງານພິມຈືດຈາງ, ເຮັດໃຫ້ຜະລິດຕະພັນເຄື່ອງພິມໄດ້ຮັບຄວາມເສຍຫາຍ ແລະ ເຮັດໃຫ້ການຮັບປະກັນເປັນໂມຄະ.

ດັ່ງນັ້ນ ບຣາເດີ ຈຶ່ງໄດ້ແນະນຳວີທີສັງເກດວ່າມຶກແທ້ມັນເປັນດັ່ງນີ້ ຄືໂດຍການອຽງປ້າຍເຄື່ອງໝາຍເຂົ້າກັບແສງສະຫວ່າງ ເພື່ອເບິ່ງວ່າເປັນໂຮໂລແກຣມບຣາເດີຂອງແທ້ ໂດຍການອຽງໄປດ້ານຫຼັງ, ອຽງໄປດ້ານຫຼັງ, ອຽງໄປທາງຂວາ ແລະ ອຽງໄປທາງຊ້າຍ ຫຼືສາມາດເບິ່ງຂໍ້ມູນເພິ່ມຕື່ມກ່ຽວກັບວັດຖຸການພິມແທ້ຈາກບຣາເດີ ໄດ້ທີ່ http://bit.ly/FBBTGNIMSDS