ກອງທັບປະຊາຊົນລາວ ໄດ້ຮັບພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ

719

Lao people’s Army News, ໃນວັນທີ 28 ມັງກອນ 2021 ນີ້, ກະຊວງປ້ອງກັນປະເທດໄດ້ ຈັດພິທີມອບ-ຮັບພາຫະນະ ເຕັກນິກຊ່າງແສງ ແລະ ຊຸດອຸປະ ກອນເກັບຮັກສາພາຫະນະເຕັກ ນິກໄລຍະຍາວ ລະຫວ່າງກະຊວງ ປ້ອງກັນປະເທດ ແຫ່ງສະຫະພັນ ຣັດເຊຍ ແລະ ກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ມີ ສະ ຫາຍ ວະລາດີເມຍ ກາລີນິນ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະນໍາ ແລະ ຜູ້ຕາງໜ້າຈາກສອງກະຊວງ ປ້ອງກັນປະເທດເຂົ້າຮ່ວມ.

ໃນພິທີມອບ-ຮັບພາຫະນະ ເຕັກນິກຊ່າງແສງ ແລະ ຊຸດອຸປະ ກອນເກັບຮັກສາພາຫະນະເຕັກ ນິກໄລຍະຍາວຄັ້ງນີ້ໂດຍການ ກ່າວມອບຂອງ ສະຫາຍ ວະລາ ດີເມຍ ກາລີນິນ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ເຊິ່ງສະຫາຍກ່າວວ່າ: ເພື່ອເປັນ ການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ພ້ອມ ທັງຍົກລະດັບຄວາມອາດສາ ມາດດ້ານວຽກງານປ້ອງກັນຊາດ ຂອງ ສປປ ລາວ, ເຊື່ອໝັ້ນວ່າການ ມອບ-ຮັບພາຫະນະເຕັກນິກຊ່າງ ແສງຄັ້ງນີ້ຈະເປັນການປະກອບ ສ່ວນອັນສໍາຄັນ ເຮັດໃຫ້ຄວາມ ອາດສາມາດດ້ານປ້ອງກັນຊາດ ຂອງກອງທັບປະຊາຊົນລາວ ເຂັ້ມແຂງຂື້ນຕື່ມ, ຊ່ວຍເຮັດໃຫ້ ການປະຕິບັດໜ້າທີ່ປະສົບຜົນ ສໍາເລັດ, ລວມທັງການລາດຕະ ເວນຊາຍແດນ, ການສະກັດກັ້ນ ການເຄື່ອນໄຫວຜິດກົດໝາຍ ຮູບແບບຕ່າງໆ, ລວມທັງການ ຄ້າຂາຍຢາເສບຕິດ.

 

ພາຫະນະ ເຕັກນິກຊ່າງແສງທີ່ຖືກມອບໃນ ຄັ້ງນີ້ຍັງສາມາດຊ່ວຍຮັບປະກັນ ໃຫ້ແກ່ວຽກງານມະນຸດສະທຳ ແລະ ຮັກສາສັນຕິພາບ. ສາມາດ ນໍາໃຊ້ໃນການເກັບກູ້ລະເບີດ, ການກອບກູ້ໄພພິບັດທາງທໍາມະ ຊາດ ແລະ ການສະໜອງຄວາມ ຊ່ວຍເຫຼືອດ້ານມະນຸດສະທໍາໃຫ້ ແກ່ປະຊາຊົນໃນເຂດປະສົບໄພ, ເຊິ່ງພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາ ຫະນະເຕັກນິກ ທີ່ນໍາມາມອບປະ ກອບມີ: ລົດຂຸດຂຸມຄອງຈໍານວນ 2 ຄັນ, ລົດສ້ອມແປງ (ບໍາລຸງຮັກ ສາ) ຈໍານວນ 2 ຄັນ, ລົດຕູ້ສ້ອມ ແປງ (ເຄື່ອນທີ່) ຈໍານວນ 2 ຄັນ, ລົດຈົກຕີນຢາງ ຈໍານວນ 1 ຄັນ, ເຮືອກາໂນ ຈໍານວນ 10 ລຳ, ລົດ ກວດມິນ ຈໍານວນ 2 ຄັນ, ຈັກໄຟ ຟ້າ ເຄື່ອນທີ່ 2 ເຄື່ອງ ແລະ ລົດ ຂຸດຂຸມຄອງ(M3-2) ຈໍານວນ 2 ຄັນ.

ໂອກາດດັ່ງກ່າວ, ສະຫາຍ ພົນ ຕີ ກິລະກອນ ບຸນນະຜົນ ຫົວໜ້າ ກົມໃຫ່ຍເຕັກນິກກອງທັບ ເຊິ່ງ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ກ່າວຮັບພາຫະນະເຕັກ ນິກຊ່າງແສງ ແລະ ຊຸດອຸປະກອນ ເກັບຮັກສາພາຫະນະເຕັກນິກໄລ ຍະຍາວ ທີ່ກະຊວງປ້ອງກັນປະ ເທດແຫ່ງ ສ ຣັດເຊຍ ໄດ້ໃຫ້ການ ຊ່ວຍເຫຼືອກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ຄັ້ງນີ້.

ພ້ອມ ນີ້ກໍສະແດງຄວາມຂອບໃຈຢ່າງ ສູງຕໍ່ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃນການໃຫ້ການ ຊ່ວຍເຫຼືອອຸປະກອນການທະ ຫານໃຫ້ແກ່ກອງທັບປະຊາຊົນ ລາວໃນຄັ້ງນີ້ສຸດທີ່ມີຄວາມໝາຍ ສໍາຄັນຍິ່ງພໍດີກັບວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ, ເຊິ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນການສ້າງ ຄວາມເຂັ້ມແຂງຂອງກອງທັບ ປະຊາຊົນລາວ, ສະແດງເຖິງ ຄວາມສາມັກຄີຮັກແພງ, ການ ຊ່ວຍເຫຼືອເຊິ່ງກັນແລະກັນແບບ ເພື່ອນມິດສະຫາຍ ແລະ ຈະນໍາ ໃຊ້ໃຫ້ເກີດປະໂຫຍດສູງສຸດ ແກ່ ການກໍ່ສ້າງກອງທັບໃຫ້ເຂັ້ມແຂງ ແລະທັນສະໄໝ.

.

ໂດຍ: ອາຫວຸ້ນ