ຄວສ ໃນງານຕະຫຼາດນັດສີສົ້ມ ນຳສະເໜີໄອເດຍດີເດັ່ນການປະດິດຜະລິດຕະພັນຂອງນັກສຶກສາ

436

ນັກສຶກສາຄະນະສະຖາປັດຕະຍະກຳສາດ ຫລື ຄວສ ມະຫາວິທະຍາໄລແຫ່ງຊາດ ຈັດງານຕະຫຼາດນັດສີສົ້ມເພື່ອເຜີຍແຜ່ໄອເດຍປະດິດຜະລິດຕະພັນທີ່ດີເດັ່ນໃນງານຕະຫຼາດນັດສີສົ້ມ.


ງານຕະຫຼາດນັດສີສົ້ມໄດ້ຈັດຂຶ້ນ ວັນທີ 27-29 ມັງກອນ 2021 ພາຍໃນງານຕະຫຼາດນັດສີສົ້ມມີການວາງສະແດງຜົນງານຕ່າງໆຂອງນັກສຶກສາແຕ່ລະພາກວິຊາໃນຄະນະສະຖາປັດຕະຍະກຳສາດ ໂດຍສະເພາະນັກສຶກສາປີ4 ທີ່ໄດ້ນຳເອົາຜົນງານການປະດິດສ້າງຂອງຕົນເອງມາວາງສະແດງ ເພື່ອເກັບຄະແນນໃນສາຂາວິຊາຮຽນ.


ທ່ານນາງ ມະລິນີ ພິນິດ ຮອງຫົວໜ້າພະແນກສຶກສາຫຼັງປະລິນຍາຕີ, ທັງເປັນອາຈານປະຈຳຫຼັກສູດອອກແບບຜະລິດຕະພັນ ກ່າວວ່າ: ງານຄັ້ງນີ້ເປັນຄັ້ງທີ 2 ຂອງໂຄງການໃນສາຂາວິຊາຮຽນເພື່ອເປັນການວາງສະແດງຜົນງານຂອງນັກສຶກສາປີທີ3 ແລະ 4 ເພື່ອຕັດສິນໃນການເກັບຄະແນນ ເຊິ່ງມີ 4 ໜ່ວຍກິດ ແລະ ມີການປະກວດຜະລິດຕະພັນດີເດັ່ນຂອງນັກສຶກສາ, ທັງເປັນການຊຸກຍູ້ສົ່ງເສີມນັກສຶກສາຫຼັງຈາກຈົບຈາກຄະນະນີ້ແລ້ວສາມາດນຳເອົາທັກສະແນວຄວາມຄິດ ໄປໜູນໃຊ້ໃນຊີວິດຈິງ.


ທ່ານຍັງກ່າວຕື່ມອີກວ່າ: ງານໃນຄັ້ງນີ້ເປັນໜຶ່ງໃນໂຄງການຂອງສາຂາວິຊາຮຽນ ເປັນການກະຕຸ້ນໃຫ້ນັກສຶກສາເຮັດທຸລະກິດຂະໜາດນ້ອຍ, ກາງ ກ້າວສູ່ຂະໜາດໃຫຍ່; ເປັນແຜນການສິດສອນຂອງພາກວິຊາ. ສ່ວນໃນຕໍ່ໜ້າຈະມີການຈັດເປັນແຜນຂອງຄະນະ.


ໃນງານນີ້ຈະໃຫ້ນັກສຶກສາເຮັດວຽກຮ່ວມກັນຫຼາຍຂຶ້ນ, ເປັນການນຳເອົາຜົນງານຕ່າງໆມາວາງໃນງານ ແລະ ຍັງເປັນໂຄງການສຸດທ້າຍທີ່ນັກສຶກສາປີສຸດທ້າຍ ກ່ອນຈະກ້າວເຂົ້າສູ່ການຂຽນບົດຈົບຊັ້ນກໍ່ຕ້ອງໃຫ້ເຂົາເຈົ້າໄດ້ຝຶກຝົນໃນການຮຽນ ເມື່ອຈົບອອກໄປຈະໄດ້ຮຽນຮູ້ວິທີໃນການຈັດງານ ແລະ ໝູນໃຊ້ໃນວຽກງານຕົວຈິງ.


ທ້າວ ແຟນຕ້າ ແກ້ວມະນີລາ ນັກສຶກສາປີທີ4 ຂອງຄະນະສະຖາປັດຕະຍະກຳສາດ ກ່າວວ່າ: ປີນີ້ເປັນປີພິເສດສາມາດໃຫ້ສາຂາອື່ນໃນຄະນະເຂົ້າຮ່ວມມາວາງສະແດງໄດ້, ການວາງສະແດງຄັ້ງນີ້ຈະເປັນການນຳຜົນງານດີເດັ່ນເພື່ອໃຫ້ນັກສຶກສາມາຊົມຜະລິດຕະພັນໂດຍສະເພາະແມ່ນການເກັບ ຄະແນນເພາະເປັນໜຶ່ງໃນວິຊາທີ່ໄດ້ຮຽນມາ.


ຂ່າວ: ກໍລະກົດ